Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງຕົ້ນເຜີ້ງ ພົບ ຢ 6.000.000 ກ ວ່ າ ເ ມັ ດ ໃນເຮືອ ທີ່ຈອດຢູ່ດອນ​ກາງນໍ້າຂອງ

Posted on 18/03/202118/03/2021 By News No Comments on ເມືອງຕົ້ນເຜີ້ງ ພົບ ຢ 6.000.000 ກ ວ່ າ ເ ມັ ດ ໃນເຮືອ ທີ່ຈອດຢູ່ດອນ​ກາງນໍ້າຂອງ

 ເຈົ້າໜ້າທີ່ຕໍາຫຼວດ ປະຈໍາຈຸດກວດກາບ້ານນ້ໍາເກິ່ງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ກວດພົບ ຢ ຈໍານວນ 6.000.000 ກ ວ່ າເ ມັ ດ ໃນເຮືອກາບ ທີ່ຈອດໄວ້ຢູ່ແຄມດອນກາງນໍ້າຂອງ ເຂດບ້ານນ້ໍາຍອນ ເມືອງຕົ້ນເຜີ້ງ ໃນວັນທີ 10 ມີນາ 2021; ສ່ວນເຈົ້າຂອງເຮືອ ແມ່ນເອົາຕົວຫຼົບໜີໄປກ່ອນ.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາປະມານ 23:30 ໂມງຂອງວັນທີ 9 ມີນາ 2021 ໄດ້ກວດກາລົດກະບະວີໂກແຊ້ມ ສີດໍາ ບໍ່ໄດ້ຈື່ປ້າຍທະບຽນ ແລ່ນມາແຕ່ທາງເມືອງຕົ້ນເຜີ້ງ, ຜ່ານການກວດກາ ພາຍໃນລົດ ບໍ່ພົບສິງ ຜິ ດ ກົດໝາຍ ແຕ່ສັງເກດເຫັນຄົນນັ່ງມານໍາ 5 ຄົນມີພິລຸດ, ໂດຍພວກກ່ຽວບອກວ່າ ພາໄປດື່ມເຫຼົ້າມາ ຈຶ່ງປ່ອຍໄປ.

ຫຼັງຈາດນັ້ນ,ກໍມີລົດວີໂກແຊ້ມ ແລ່ນມາແຕ່ທາງຕົ້ນເຜີ້ງເຊັ່ນກັນ ປ້າຍທະບຽນ ກບ 8713 ກໍາແພງນະຄອນ ຈຶ່ງລັດລົດໄວ້ເພື່ອກວດກາ; ຜ່ານການກວດກາພາຍໃນລົດ ມີຄົນນັ່ງມານໍາ 6 ຄົນ,ມີພິລຸດ ເຊິ່ງພວກເຂົາກໍເວົ້າວ່າ ມາແຕ່ໄປກິ ນ ເ ຫຼົ້ າ ຈຶ່ງໄດ້ປ່ອຍພວດເຂົາໄປ. ເມື່ອເຫັນແນວນັ້ນ, ຈຶ່ງຕີລາຄາໄດ້ວ່າພວກກ່ຽວ ຕ້ອງມີການຂົນ ຢ ລົງເຮືອ, ຮອດເວລາປະມານ 24:00ໂມງ ຈຶ່ງໄດ້ນໍາພາກໍາລັງຕໍາຫຼວດ ຂີ່ລົດລົງມາຕິດຕາມ ພໍໄປຮອດເຂດ ບ້ານນ້ໍາຍອນ ເມືອງຕົ້ນເຜີ້ງ ພົບເຫັນເຮືອກາບຈອດຢູ່ແຄມນໍ້າຂອງ ເມື່ອພວກເຂົາເຫັນເຈົ້າໜ້າທີ່ ປກສ ຈຶ່ງພາກັນຂີ່ເຮືອລົບໜີຂ້າມໄປທາງກາງດອນນ້ໍາຂອງ.

ຮອດເວລາປະມານ 8:00 ໂມງ ຂອງວັນທີ 10 ມີນາ 2021 ເຈົ້າໜ້າທີ່ປະຈໍາອ່າງນ້ໍາປາປາ ຈຶ່ງໂທໄປແຈ້ງວ່າ ພົບເຫັນເຮືອຈອດຢູ່ດອນກາງນໍ້າຂອງ ຈຶ່ງນໍາກໍາລັງເຈົ້າໜ້າທີ່ ປກສ ໄປກວດກາເບິ່ງ ຜ່ານການກວດກາ ຢູ່ໃນເຮືອມີ ຢ ຈໍານວນ 3.000 ມັດ ເທົ່າກັບ 6.000.000 ກ ວ່ າ ເ ມັ ດ ສ່ວນເຈົ້າຂອງ ຢ ແລະ ເຮືອ ແມ່ນເອົາຕົວຫຼົບໜີກ່ອນໄປກ່ອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຕ່ງຕັ້ງ ສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄົນໃໝ່
Next Post: ໂຮງໝໍມະໂຫສົດຫຼັງໃໝ່ສຳເລັດແລ້ວ 80% ກຽມຮັບໃຊ້ປະຊາຊົນລາວ

Related Posts

ສຸດເສົ້າ ແມ່ກອດຮ່າງລູກຊາຍທີ່ຖືກລົດຕໍາເສຍຊີວິດເຂດບ້ານນາທອນເມືອງໄຊຍະບູລີ ຂ່າວສານບ້ານເມືອງ
ໂຄງ​ການກໍ່​ສ້າງ​ລະ​ບົບຊົນ​ລະ​ປະ​ທານ​ຫ້ວຍ​ທ່າ​ຮາວ​ຄືບ​ໜ້າ​ແລ້ວ 31 %. ຂ່າວສານບ້ານເມືອງ
ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ ຜົນກວດວິເຄາະທັງໝົດ ບໍ່ພົບເຊື້ອໃໝ່ ຂ່າວສານບ້ານເມືອງ
ພິທີຄອບ ຫລື ຂໍຂະມາເກີຍຊ້າງ ທີ່ວັດໃໝ່ສຸວັນນະພູມາຣາມ, ນະຄອນຫລວງພຣະບາງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ພົບຜູ້ຕິດເຊື້ອໂຄວິດເພີ່ມ +56ຄົນ ຂ່າວສານບ້ານເມືອງ
ເຊັນສັນຍາໂຄງການກໍ່ສ້າງເຮືອນມ້ຽນລົດກອງພັນ 565 ກອງພົນທີ 5 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme