Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຕ່ງຕັ້ງ ສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄົນໃໝ່

Posted on 17/03/202117/03/2021 By News No Comments on ແຕ່ງຕັ້ງ ສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄົນໃໝ່

ໃນວັນທີ 16 ມີນາ ທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ມີພິທີ ມອບ-ຮັບ ຕຳແໜ່ງ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຂຶ້ນ ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ (ຜູ້ເກົ່າ) ກັບ ສະຫາຍ ອານຸພາບ ຕຸນາລົມ (ຜູ້ໃໝ່), ໂດຍການເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍເລຂາ ຮອງເລຂາ ຄະນະບໍລິຫານງານ ນວ ເຂົ້າຮ່ວມເປັນສັກຂີພິຍານ.

ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ໄດ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍ ແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ນວ; ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານການຄຸ້ມຄອງ; ການຕົກລົງໃນກອງປະຊຸມກົມການເມືອງສຸນກາງພັກ ແລະ ຄະນະນເລຂາທິການສູນກາງພັກ ວັນທີ 24-25 ກຸມພາ 2021; ການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ IX ແລະ ໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງຍົກຍ້າຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ໄປຮັບໜ້າທີ່ໃໝ່ທີ່ສູນກາງແນວລາວສ້າງຊາດ.

ນອກນີ້ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ນວ ຜູ້ໃໝ່ ໂດຍອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່າງຕັ້ງເລຂາຄະນະບໍລິຫານງານພັກ ນວ ຜູ້ໃໝ່ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່າງຕັ້ງ ເລຂາຄະນະບໍລິຫານງານພັກ ນວ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ; ຂໍ້ຕົກລົງໃນກອງປະຊຸມ ກົມການເມືອງສູນກາງພັກ ແລະ ຄະນະບໍລິຫານງານສູນກາງພັກ ໃນວັນທີ ວັນທີ 24-25 ກຸມພາ 2021; ການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ IX ແລະ ໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ກົມການເມືອງສູນກາງພັກ ໄດ້ຕົກລົງແຕ່ງຕັ້ງສະຫາຍ ອານະພາບ ຕຸນາລົມ ຄະນະບໍລິຫານງານສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ນວ ຜູ້ໃໝ່.

.

May be an image of 2 people and text

ກົມການເມືອງສູນກາງພັກອອກມະຕິ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໂດຍມີລາຍລະອຽດດັ່ງນີ້: ແຕ່ງຕັ້ງ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເປັນ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ.

This image has an empty alt attribute; its file name is WhatsApp-Image-2021-03-16-at-22.52.51.jpeg

ນອກຈາກນີ້, ຍັງມີ ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່. ໂດຍໄດ້ຍົກຍ້າຍ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ ສູນກາງແນວລາວສ້າງຊາດ

This image has an empty alt attribute; its file name is WhatsApp-Image-2021-03-16-at-22.53.10.jpeg
ຂ່າວສານບ້ານເມືອງ

Post navigation

Previous Post: ສັບຊ້ອນໃຫ້ອົງການກວດກາລັດຖະບານຂຶ້ນກັບປະທານປະເທດໂດຍກົງ ເອີ້ນວ່າ​ ອົງການກວດກາແຫ່ງລັດ
Next Post: ເມືອງຕົ້ນເຜີ້ງ ພົບ ຢ 6.000.000 ກ ວ່ າ ເ ມັ ດ ໃນເຮືອ ທີ່ຈອດຢູ່ດອນ​ກາງນໍ້າຂອງ

Related Posts

ລັດຖະມົນຕີ ຖວທ ຢ້ຽມຢາມ ບ້ານດົງ ບາກໃໜ່ຫີນຄໍາ ເມືອງສະໜາມໄຊ ຂ່າວສານບ້ານເມືອງ
ເຕືອນໄພ ເຂດກ້ອງເຂື່ອນນໍ້າທາ 3 ຂ່າວສານບ້ານເມືອງ
ເຕືອນໄພໂຈນລັກຊັບ ຄລິບໂຈນຕັດກະແຈປະຕູລັກເອົາລົດຈັກ ຂ່າວສານບ້ານເມືອງ
ກຽມສະຖານທີ່ເພື່ອຮັບຮອງຜູ້ຕິດເຊື້ອໂຄວິດຢູ່ສະໜາມກິລາແຫ່ງຊາດຫຼັກ16 ຂ່າວສານບ້ານເມືອງ
ສາທາເມືອງທຸລະຄົມ ຊີ້ແຈງຫາງສຽງກ່ຽວກັບການສັກວັກຊີນປ້ອງກັນໂ ຄ ວິ ດ ຂ່າວສານບ້ານເມືອງ
ຂໍ້ຕົກລົງວ່າດ້ວຍ “ການຄຸ້ມຄອງ ພືດປໍແກ້ວ ນໍາໃຊ້ ທາງການແພດ ແລະ ເປັນສິນຄ້າ” ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme