Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປິດຊີບນາຍຈ້າງອ້າງແຄ້ນມັກປ້ອຍດ່າ

Posted on 17/03/202117/03/2021 By News No Comments on ປິດຊີບນາຍຈ້າງອ້າງແຄ້ນມັກປ້ອຍດ່າ

ຊາຍອາຍຸ 18 ປີ ເປັນລູກຈ້າງຢູ່ ຮ້ານສ້ອມແປງລົດຈັກຂອງຄົນຈີນ ທີ່ມາເປີດຮ້ານບໍລິການລູກຄ້າຢູ່ເຂດບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ທໍ າ ຮ້າ ຍຮ່າງກາຍນາຍຈ້າງກ່ອນໃຊ້ ມີ ດ ປ າ ດ ຄໍ ຈົ ນ ບາດເຈັບສາຫັດ ແລ້ວ ເ ສ ຍ ຊີ ວິ ດ ເວລາຕໍ່ມາ, ໂດຍອ້າງວ່າແຄ້ນ ໃຫ້ນາຍຈ້າງມັກຮ້າຍດ່າເປັນປະຈໍາ.

ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 19:00 ໂມງ ຂອງວັນທີ 8 ມີນາ 2021; ຜູ້ຖືກເຄາະຮ້າຍຊື່ ທ້າວ ລີຊ້ຽວ ອາຍຸ 27 ປີ, ອາຊີບຄ້າ-ຂາຍ ສັນຊາດຈີນ ຢູ່ບ້ານເວີນຊົງ ເມືອງເຊົາຢາ ແຂວງພູນານ ພັກເຊົາຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ນາຍຈ້າງ); ຜູ້ກໍ່ເຫດ ຊື່ ທ້າວ ກຸ້ງ ອາຍຸ 18 ປີ, ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ລູກຈ້າງ).

ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກປະຊາຊົນພາຍໃນບ້ານດັ່ງກ່າວວ່າ: ໃນວັນທີ 8 ມີນາ 2021, ມີເຫດການທໍາຮ້າຍຮ່າງກາຍຢູ່ຮ້ານສ້ອມແປງລົດຈັກ ແລະ ຂາຍອຸປະກອນລົດຈັກຢູ່ບ້ານປ່າອ້ອຍ. ຈາກ ນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງລົງໄປເກັບກໍາຂໍ້ມູນ, ກວດກາສະຖານທີ່ເກີດເຫດເຫັນວ່າ ຜູ້ໄດ້ຮັບບາດເຈັບແມ່ນເປັນຄົນສັນຊາດຈີນຊື່ ທ້າວ ລີຊ້ຽວ; ຜູ້ກໍ່ເຫດຄື: ທ້າວ ກຸ້ງ ໄດ້ເອົາຕົວຫຼົບໜີ. ຈາກນັ້ນ, ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມຈັບຕົວຜູ້ກໍ່ ເຫດ; ຜ່ານການຕິດຕາມມາຮອດເວລາ 11:00 ໂມງຂອງວັນທີ 10 ມີນາ 2021, ເຈົ້າໜ້າທີ່ ຈຶ່ງສາມາດຈັບຕົວ ທ້າວ ກຸ້ງ ມາດໍາເນີນການສືບສວນ-ສອບສວນໄດ້.

ທ້າວ ກຸ້ງ ຮັບສາລະພາບວ່າ: ໃນວັນທີ 26 ກຸມພາ 2021, ໄດ້ເຂົ້າເຮັດວຽກຢູ່ຮ້ານສ້ອມແປງລົດຈັັກຢູ່ຮ້ານອາຊ້ຽວ ຂາຍລົດຈັກພ້ອມອາໄຫຼ່, ທໍ່ ແລະ ອຸປະກອນຕ່າງໆຢູ່ບ້ານປ່າອ້ອຍ. ຕະຫຼອດໄລຍະທີ່ເຮັດວຽກຢູ່ຮ້ານດັ່ງກ່າວ, ເຈົ້າຂອງຮ້ານມັກຮ້າຍມັກດ່າ; ໃນທຸກໆຕອນເຊົ້າຜູ້ກ່ຽວໄດ້ມາກິນເຂົ້າ ນໍາເຈົ້າຂອງຮ້ານ ແຕ່ຖ້າມື້ໃດມາວຽກ ສວາຍເຈົ້າຂອງຮ້ານຈະບໍ່ໃຫ້ກິນເຂົ້ານໍາ.

May be an image of 1 person and standing

ໃນວັນທີ 8 ມີນາ 2021, ເວລາປະມານ 18:00 ໂມງ ທ້າວ ລິຊ້ຽວ ( ເຈົ້າຂອງຮ້ານ ) ໄດ້ປິດຮ້ານແລ້ວໆ ແຕ່ຜູ້ກ່ຽວຍັງບໍ່ກັບເຮືອນ ເຮັດໃຫ້ເຈົ້າຂອງຮ້ານຮ້າຍດ່າ ຈົນຜູ້ກ່ຽວອົດບໍ່ໄດ້ ຈຶ່ງໄດ້ຕີເຈົ້າຂອງຮ້ານແປງລົດຈົນລົມລົງກັບພື້ນ; ຈາກນັ້ນ, ຜູ້ກ່ຽວໄດ້ເອົາມີ ດທີ່ກຽມໄວ້ຕິດ ຕົວມານໍ າ ປ າ ດ ຄໍ ເຈົ້າຂອງຮ້ານ 1 ບາດ ແລ້ວແລ່ນໄປເອົາລົດຈັກຂອງຜູ້ກ່ຽວທີ່ຈອດປະໄວ້ຢູ່ເຮືອນໝູ່ຢູ່ໃນບ້ານປ່າອ້ອຍຫ່າງຈາກຈຸດເກີດເຫດປະມານ 50 ແມັດ ຂັບຂີ່ໄປຫາໝູ່ຢູ່ບ້ານໄຊຈະເລີນ ເມືອງຫ້ວຍຊາຍ. ຈົນຮອດວັນທີ 10 ມີນາ, ຈຶ່ງຖືກເຈົ້າໜ້າທີ່ຈັ ບຕົວໄດ້.

ຂ່າວສານບ້ານເມືອງ

Post navigation

Previous Post: ນັກຮຽນຊັ້ນປະຖົມ 46 ແຫ່ງທົ່ວເມືອງອຸທຸມພອນ ຈະໄດ້ຮັບອຸປະກອນການຮຽນ
Next Post: ແຈ້ງການດ່ວນ! ຫ້າມປະຊາຊົນຢູ່ເມືອງທ່າໂທມເຂົ້າປ່າໄປຊອກຢູ່ຫາກິນ ຍ້ອນຈະມີການລາດຕະເວນ

Related Posts

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຊີ້ແຈງການ ສົ່ງເສີມ ການຜະລິດສະບຽງອາຫານ ໃນສະພາບໂຄວິດ-19 ຂ່າວສານບ້ານເມືອງ
ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຕິດຕາມສະພາບເສັ້ນທາງເປ່ເພແຕ່ ຕານມີໄຊ-ນາທົ່ມ-ວຽງແກ້ວ ຂ່າວສານບ້ານເມືອງ
ຊາວບັງກະລາເທດນັບໝື່ນຄົນລວມຕົວກັນເພື່ອສວດມົນຂັບໄລ່ໄວຣັສໂຄວິດ-19 ແລະ ພົບຜູ້ເສຍຊີວິດຄົນທໍາອິດ ເຖິງທາງການຈະສັ່ງຫ້າມຊຸມນຸມກໍ່ຕາມ ຂ່າວສານບ້ານເມືອງ
ສະຫຼົດໃຈ! ລົດຈັກເສຍຫຼັກ ຕຳຫຼັກມ້າລາຍ ເສຍຊີວິດ ຫຼັງນໍາສົ່ງໂຮງໝໍ ຂ່າວສານບ້ານເມືອງ
ຖືກປຸ້ນຊິງຊັບ ພົນລະເມືອງດີມາຊ່ວຍໄດ້ທັນ ຂ່າວສານບ້ານເມືອງ
ອຸນຫະພູມຈະເຢັນລົງ 2ຫາ4 ອົງສາ ໄລຍະວັນທີ 30 ທັນວາ ຫາ 3 ມັງກອນນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme