ອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ ແລະ ກະຊວງສຶກສາທິການ-ກິລາ ໄດ້ຈັດພິທີເຊັນບົດບັນທຶກກ່ຽວ ກັບການຊ່ວຍເຫຼືອຟື້ນຟູວຽກງານການສຶກສາ ທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະ ບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ໃຫ້ນັກຮຽນຊັ້ນປະຖົມ 46 ແຫ່ງຂອງເມືອງອຸທຸມພອນ ແຂວງສະຫວັນນະເຂດ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນສຶກສາສາມັກຄີ ເມືອງອຸທຸມພອນ ໂດຍການເຂົ້າຮ່ວມຂອງທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ-ກິລາ, ທ່ານ ນາງ Deborah Leaver ຫົວໜ້າອົງການຊ່ວຍເຫຼືອ ເດັກສາກົນປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ, ແຂວງ ແລະ ເມືອງເຂົ້າຮ່ວມ.
ທ່ານຮອງຫົວໜ້າຫ້ອງການກະຊວງສຶກສາທິການ-ກິລາ ມີຄໍາເຫັນວ່າ: ກິດຈະກໍາອັນຫຼັກໆທີ່ທາງໂຄງການ ໃຫ້ການຊ່ວຍເຫຼືອກໍແມ່ນເພື່ອຟື້ນຟູວຽກງານການສຶກສາທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກ ການແຜ່ລະບາດຂອງພ ະ ຍ າ ດ ໂ ຄ ວິ ດ ໂດຍສະເພາະໃນຂະແໜງການສຶກສາ-ກິລາ, ບັນດາສະຖານສຶກສາຕ້ອງ ໄດ້ຢຸດຕິການຮຽນ-ການສອນ, ບັນດາສະໜາມກິລາກໍຖືກປິດ, ການແຂ່ງຂັນກິລາທັງພາຍໃນ ແລະ ຕ່າງປະເທດ ແມ່ນຖືກເລື່ອນແບບບໍ່ມີກໍານົດ.

ເມືອງອຸທຸມພອນ ມີໂຮງຮຽນປະຖົມທີ່ໄດ້ຮັບການຊ່ວຍເຫຼືອຈາກອົງຊ່ວຍເຫຼືອເດັກສາກົນປະຈໍາລາວ, ມີທັງໝົດ 46 ແຫ່ງ. ການຊ່ວຍເຫຼືອຈະເລັ່ງໃສ່ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນສໍາລັບນັກຮຽນ, ອຸປະກອນຮັກ ສາສຸຂະ ອະນາໄມໃຫ້ແກ່ໂຮງຮຽນ. ນອກຈາກນີ້, ກໍຈະຈັດຝຶກອົບຮົມໃຫ້ແກ່ພໍ່ແມ່ຜູ້ປົກຄອງເດັກ ກ່ຽວກັບການປ້ອງ ກັນການ ໃຊ້ຄວາມຮຸນແຮງພາຍໃນຄອບຄົວ ໂດຍສະເພາະຕໍ່ເດັກນ້ອຍ ທີ່ອາດໄດ້ຮັບຄວາມກົດດັນທາງດ້ານ ເສດຖະ ກິດຄອບຄົວ ຊຶ່ງເປັນຜົນກະທົບຈາກການແຜ່ ລ ະ ບ າ ດ ຂ ອ ງ ໂ ຄ ວິ ດ.
ຈາກນັ້ນ, ໃນພິທີໄດ້ເຊັນບົດບັນທຶກລະຫວ່າງທ່ານຮອງຫົວໜ້າຫ້ອງການກະຊວງສຶກສາທິການ-ກິລາ ກັບ ທ່ານ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາລາວ ໂດຍຊ້ອງໜ້າແຂກຈາກສູນກາງ, ແຂວງ ແລະ ເມືອງເຂົ້າ ຮ່ວມເປັນສັກຂີພິຍານ.
(ຂ່າວ: ບຸນຊູ ພົມມະເທບ)