Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ສະຫວັນນະເຂດເກີນດູນການຄ້າກວ່າ 2.000 ຕື້

Posted on 16/03/202116/03/2021 By News No Comments on ຊົມເຊີຍ! ສະຫວັນນະເຂດເກີນດູນການຄ້າກວ່າ 2.000 ຕື້

ໜ້ອຍໜັກຈະເຫັນຕົວເລກເກີນດູນການຄ້າ ເນື່ອງຈາກປະເທດເຮົາຍັງອ່ອນນ້ອຍດ້ານການຜະລິດອຸດສາຫະກຳອື່ນໆ ສ່ວນຫຼວງຫຼາຍຈພເປັນການສົ່ງອອກຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ ແລະ ສິນຄ້າອຸດສາຫະກຳພຽງບໍ່ເທົ່າໃດຢ່າງ ແຕ່ແຂວງສະຫວັນນະເຂດຍັງສາມາດສ້າງລາຍຮັບຈາກການສົ່ງອອກໄດ້ 10 ພັນກວ່າຕື້ກີບ ເຊິ່ງເກີນດູດການຄ້າກັບຕ່າງປະເທດ 2 ພັນກວ່າຕື້ກີບ.

ເຄິ່ງປີ ສະຫວັນນະເຂດ ມີມູນຄ່າທາງດ້ານການຄ້າ ເກີນດຸນຫຼາຍກວ່າ 2 ພັນຕື້ກີບ

.

ຂໍ້ມູນລາຍງານຜ່ານກອງປະຊຸມສະຫຼຸບວຽກງານຂົງເຂດອຸດສາຫະກຳ ປຸງແຕ່ງ ແລະການຄ້າປະຈຳ ປີ 2020 ແລະວາງທິດທາງ ແຜນການ ປີ 2021 ຂອງພະແນກອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ທີ່ຈັດຂຶ້ນໃນວັນທີ 10 ມີນາ 2021, ໂດຍການຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ, ທ່ານ ໂພ ສີສ້ອຍ ກຸທິລາດ ຫົວໜ້າພະ ແນກອຸດສາຫະກຳ ແລະການ ຄ້າແຂວງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ໃນ ປີ 2020 ທົ່ວແຂວງມີຫົວໜ່ວຍຜະລິດອຸດສາຫະກຳປຸງ ແຕ່ງທັງໝົດ 2.048 ໂຮງງານ, ໃນນີ້ໂຮງງານຂະໜາດໃຫຍ່ 104 ແຫ່ງ, ຂະໜາດກາງ 113 ແຫ່ງ, ຂະໜາດນ້ອຍ 946 ແຫ່ງ ແລະແບບຄອບຄົວ 885 ແຫ່ງ, ຍອດມູນຄ່າຜະລິດຕະພັນປຸງ ແຕ່ງທັງໝົດ 5.529 ຕື້ກວ່າກີບ, ຍອດມູນຄ່າຈຳໜ່າຍພາຍໃນ 2.831 ຕື້ກວ່າກີບ, ມູນຄ່າ ການສົ່ງອອກຜະລິດຕະພັນ ອຸດສາຫະກຳປຸງແຕ່ງ 425 ລ້ານກວ່າໂດລາ, ສ່ວນໃຫຍ່ ແມ່ນປະເພດເຫຍື່ອເຈ້ຍ,ນໍ້າຕານ, ກາກນໍ້າຕານ, ຢາງພາລາກ້ອນ, ຢາສູບ, ຜະລິດຕະ ພັນໄມ້, ຖ່ານຂາວ.

ລວມແລ້ວ ການສົ່ງອອກສິນຄ້າທັງໝົດ 10.947 ຕື້ກວ່າກີບ, ສ່ວນການນໍາເຂົ້າສິນຄ້າສິ້ນສ່ວນອີເລັກໂທນິກ,ໄມ້ວິກບົດ, ເຈ້ຍເສດ, ນໍ້າມັນ, ຊິ້ນສ່ວນ ພາຫະນະອາໄຫຼ່ ແລະສິນຄ້າອຸ ປະໂພກ-ບໍລິໂພກຕ່າງໆມູນຄ່າ 8.521 ຕື້ກວ່າກີບ ໃຫ້ແຂວງສະຫວັນນະເຂດເກີນດູດການຄ້າທັງໝົດເກີນດູນ 2.426 ຕື້ກວ່າກີບ.

ວຽກທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຄຸ້ມຄອງ ແລະປະມູນຂາຍໄມ້ ເຊິ່ງໃນປີຜ່ານມາທາງພະແນກໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງສັງລວມໄມ້ໃນສະໜາມທີ່ ເປັນໄມ້ໄດ້ຮັບອະນຸມັດໃຫ້ຕັດ ແລະໄມ້ຢຶດຂອງພາກສ່ວນ ຕ່າງໆ, ເຮັດການປະມູນຂາຍ ເປັນປົກກະຕິໄດ້ 11 ຄັ້ງ, ສາມາດເຮັດສັນຍາຊື້-ຂາຍໄດ້ 29 ສະບັບ, ມີບໍລິມາດໄມ້ທັງ ໝົດ 3.893 ແມັດກ້ອນ, ສ້າງລາຍຮັບເຂົ້າງົບປະມານໄດ້ 6 ຕື້ກວ່າກີບ, ມີລາຍຮັບ ຈາກ ພັນທະສ່ວນເກີນເຖິງ 498 ລ້ານກີບ, ປະຈຸບັນແມ່ນຍັງລໍ ຖ້າຈັດການປະມູນຂາຍໄມ້ຕື່ມ ອີກຈຳນວນ 667  ກວ່າແມັດ ກ້ອນ, ໃນນັ້ນມີໄມ້ໂກຕາ 381 ກວ່າແມັດກ້ອນ ແລະໄມ້ ຢຶດ 285 ກວ່າແມັດກ້ອນ.

ຈາກ ນີ້ຍັງມີວຽກການສົ່ງ ເສີມອຳນວຍຄວາມສະດວກ ທາງດ້ານການຄ້າ ແລະການ ເຊື່ອມໂຍງ, ວຽກງານຄຸ້ມ ຄອງ, ວິໄຈ ແລະພະຍາກອນ ລາຄາສິນຄ້າ, ການພັດທະນາ ຕາໜ່າງການຄ້າ, ວຽກກວດ ກາ, ວຽກປົກປ້ອງຜູ້ຊົມໃຊ້, ວຽກສົ່ງເສີມ ແລະພັດທະນາ ສິນຄ້າ ແລະວຽກອື່ນໆທີ່ມີການ ເຄື່ອນໄຫວໄດ້ຮັບຜົນສຳເລັດ.
ໃນກອງປະຊຸມຍັງໄດ້ມີ ການມອບໃບຍ້ອງຍໍຂອງລັດ ຖະມົນຕີກະຊວງອຸດສາຫະກຳ ແລະການຄ້າໃຫ້ກົມກອງ ແລະບຸກຄົນດີເດັ່ນ 25 ກົມ ກອງ ແລະບຸກຄົນ 68 ທ່ານ, ມອບໃບຍ້ອງຍໍຂອງກະຊວງ ໃຫ້ພາກສ່ວນກຸ່ມຜະລິດທີ່ເຂົ້າ ຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າ 8 ຫົວໜ່ວຍ ແລະມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງສະຫວັນນະເຂດ ໃຫ້ 35 ກົມກອງ ແລະບຸກຄົນ 2 ທ່ານທີ່ປະກອບສ່ວນໃນວຽກ ງານການຄ້າ.

ຂ່າວສານບ້ານເມືອງ

Post navigation

Previous Post: ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ
Next Post: ນັກຮຽນຊັ້ນປະຖົມ 46 ແຫ່ງທົ່ວເມືອງອຸທຸມພອນ ຈະໄດ້ຮັບອຸປະກອນການຮຽນ

Related Posts

ປະກາດຊອກຫາຍາດພີ່ນ້ອງ ລົດໃຫຍ່ຕໍາລົດຈັກ ເສຍຊີວິດຄາທີ່ 2 ຄົນ ເຂດເມືອງປາກງື່ມ ຂ່າວສານບ້ານເມືອງ
ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ ຂ່າວສານບ້ານເມືອງ
ສວຍງາມດ້ວຍຄຸນຄ່າ ແລະ ວັດທະນະທໍາ ວັດວາອາຮາມທີ່ ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ
ສະຖານີວັງວຽງ ເລີ່ມໃຫ້ບໍລິການຂົນສົ່ງສິນຄ້າຂອງລົດໄຟລາວ-ຈີນ ຂ່າວສານບ້ານເມືອງ
90 ປີ 70 ພັນສາ ພຣະສັງຄະລາດແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຍົນໄທເກາະກັບຍົນສ່ວນຕົວເຮັດໃຫ້ຫາງຂາດ ທີ່ເດີນວັດໄຕ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme