Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ

Posted on 16/03/202116/03/2021 By News No Comments on ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ

ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້​ເປີດ​ຂຶ້ນ​ໃນ​ວັນ16 ມີນານີ້ ທີ່​ບ້ານ​ໄຊ​ສະ​ຫວ່າງ ເມືອງ​ໄຊ​ທາ​ນີ ນະ​ຄອນຫຼວງວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ​ບັນດາຜູ້​ຕາງ​ໜ້າ ຈາກ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

May be an image of 11 people and people standing

ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໄດ້​ກ່າວ​ວ່າ: ຈຸດປະສົງຕົ້ນຕໍແມ່ນ ເພື່ອສະໜອງການບໍລິການກວດສຸຂະພາບໃຫ້ຜູ້ອອກແຮງງານປະ ຈໍາປີໃຫ້ໄດ້ມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບຂອງຜູ້ອອກແຮງງານສອດຄ່ອງກັບສິດທິ ຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້,​ ເພື່ອອໍານວຍ ຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກ; ສ້າງຖານ ເກັບກໍາຂໍ້ມູນດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດ ຕ່າງໆທີ່ອາດຈະເກີດຂຶ້ນຈາກການເຮັດວຽກ ເພື່ອປ້ອງກັນ ແລະ ປິ່ນປົວໃຫ້ທັນເວລາ.

May be an image of 11 people and people standing

ສູນແຫ່ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກຈາກພາກລັດຖະບານ ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ ທາງດ້ານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ກໍານົດໄວ້ໃນນະ ໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນການເກີດພະຍາດຕ່າງໆຈາກການເຮັດ ວຽກຂອງຊາວຜູ້ອອກແຮງງານ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳຈາກການນຳຂັ້ນສູງ ຂອງກະຊວງສາ ທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການຮ່ວມມືກັນກັບກົມຄຸ້ມຄອງແຮງງານ. ​ສູນ​ແຫ່ງນີ້ ແມ່ນເຮັດໜ້າທີ່ຕົ້ນຕໍກ່ຽວກັບການກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ ແລະ ທັນສະໄໝອີກແຫ່ງໜຶ່ງ ຢູ່ ສປປ ລາວ ໂດຍສະເພາະກ່ຽວກັບດ້ານສຸຂະພາບ ເພາະສະນັ້ນການເຮັດໜ້າທີ່ບໍລິ ການກວດສຸຂະພາບປະຈໍາປີຂອງຜູ້ອອກແຮງງານ ກໍເປັນສິ່ງໜຶ່ງທີ່ສໍາຄັນ ແລະ ເປັນກຽດອັນສູງສົ່ງສໍາລັບ ສູນກວດສຸຂະພາບແຫ່ງນີ້ແມ່ນຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານໃນທົ່ວປະເທດ.

May be an image of 5 people, people standing and indoor

ໃນ​ຕ້ອນ​ທ້າຍ​ຂອງ​ພິ​ທີ ທ່ານ ຄຳ​ແພງ ໄຊ​ສົມ​ແພງ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ແລະ ທ່ານ ນາງ ບົວ​ເພຍ ພູ​ມິນ ຮອງ​ຫົວ​ໜ້າ​ກົມ​ປິ່ນ​ປົວ ກໍ​ໄດ້​ໃຫ້​ກຽດ​ຂຶ້ນ​ຕັດ​ແຖບ​ຜ້າ​ເພື່ອ​ເປີດ​ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ​ຢ່າງ​ເປັນ​ທາງ​ການ.

ຂ່າວ ແລະ ຮູບ ບຸນ​ຕອມ

ຂ່າວສານບ້ານເມືອງ

Post navigation

Previous Post: 9 ອຸບັດຕິເຫດ ທີ່ມັກເກີດຂຶ້ນກັບເດັກຊ່ວງແລກເກີດ ກຳລັງຄານ ແລະ ຮຽນຍ່າງ.
Next Post: ຊົມເຊີຍ! ສະຫວັນນະເຂດເກີນດູນການຄ້າກວ່າ 2.000 ຕື້

Related Posts

ເກີດເຫດ! ລົດໃຫ່ຍຕຳແລ້ວຫນີ ຂ່າວສານບ້ານເມືອງ
ສະຫຼົດໃຈລົດຂົນນໍ້າກ້ອນປີ້ນທັບລົດຈັກນັກຮຽນເສຍຊີວິດ 2 ເຂດທາງເລກ 10 ຂ່າວສານບ້ານເມືອງ
ໄດ້ກັບບ້ານແລ້ວ! ໂຮງໝໍເສດຖາທິຣາດ ປິ່ນປົວຜູ້ເຊື້ອໂຄວິດຫາຍດີ 18​ ຄົນ ຂ່າວສານບ້ານເມືອງ
ປກສ ເມືອງຄູນຄໍາ ອອກແຈ້ງການ ທ່ານໃດລົດຈັກເສຍຖືກຄົນຮ້າຍ ລັ ກ ໄປ ໃຫ້ເອົາເອກະສານມາອ້າງອີງເອົາດ່ວນ ຂ່າວສານບ້ານເມືອງ
ທະຫານແຂວງອຸດົມໄຊ ມອບເງິນນະໂຍບາຍໃຫ້ພະນັກງານອຸດໜູນ-ເຂົ້າບຳນານ ຂ່າວສານບ້ານເມືອງ
ກັກກຸ່ມໄວລຸ້ນຕົວເຜີຍແຜ່ພາບສິ່ງ ລ າ ມົ ກ ຜ່ານແອັບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme