ອຸບັດຕິເຫດເປັນເລື່ອງທີ່ບໍ່ຄາດຄິດ ແລະ ເກີດຂຶ້ນໄດ້ສະເໝີ ເຊັ່ນເດັກແລກເກີດອຸບັດຕິເຫດບາງຢ່າງກໍເກີດຂຶ້ນຈາກຄວາມປະໝາດ ຫຼື ຄວາມດື້ຂອງລູກເອງ ມື້ນີ້ເຮົາມາລວບລວມອຸບັດຕິເຫດທີ່ອາດຈະເກີດຂຶ້ນກັບເດັກ, ວິທີແກ້ໄຂ ແລະ ການເບິ່ງແຍງເບື້ອງຕົ້ນຫາກເກີດອຸບັດຕິເຫດຂຶ້ນມາຝາກພໍ່ແມ່ທຸກຄົນ.
1 ຫາຍໃຈບໍ່ອອກຈາກການນອນຂວ້າມ
ການນອນຂວ້າມ ມີຄວາມສ່ຽງຕໍ່ການກົດທັບດັງ ແລະ ປາກ ຈົນຂາດອາກາດຫາຍໃຈຫຼາຍກວ່ານອນຫງາຍ 2-7ເທົ່າ ເພາະເດັກແລກເກີດຍັງຊະແຄງໜ້າ ແລະ ຍົກຫົວບໍ່ເປັນ.
ວິທີແກ້ໄຂ: ສາມາດຈັບລູກນອນຂວ້າມໄດ້ ແຕ່ເຮັດໃນເວລາທີ່ເດັກຕື່ນ ແລະ ຕ້ອງມີຄົນດູແລໃກ້ຊິດ.

.
2 ການສະມັກນົມ ແລະ ອາຫານ
ລູກອາດຈະສະມັກເຂົ້າໄປໃນຫຼອດລົມຂະນະທີ່ກຳລັງກືນນົມ ແລະ ອາຫານ ອາດເຮັດໃຫ້ໄປປິດກັ້ນທາງເດີນຫາຍໃຈໄດ້.
ວິທີແກ້ໄຂ: ຈັບເດັກນອນຊະແຄງ ໃຫ້ຫົວເດັກລົງຕ່ຳ ປ້ອງກັນບໍ່ໃຫ້ນົມ ຫຼື ອາຫານທີ່ຢູ່ໃນປາກໄຫຼຍ້ອນກັບລົງໄປປອດ.

.
3 ຕົກຈາກທີ່ສູງ
ເມື່ອລູກຂວ້າມເອງໄດ້ ການປ່ອຍໄວ້ຕາມລຳພັງບ່ອນທີ່ສູງເຊັ່ນ: ໂຕະ, ຕຽງ ຫຼື ຂັ້ນໄດ ເມື່ອລູກພິກຂວ້າມ ຫຼື ຊະແຄງ ກໍອາດເຮັດໃຫ້ລູກຕົກລົງມາໄດ້.
ວິທີແກ້ໄຂ: ຄວນດູແລຢ່າງໃກ້ຊິດ ບໍ່ໃຫ້ລູກລູກຢູ່ຕາມລຳພັງໃນບໍລິເວນທີ່ມີຄວາມສ່ຽງ. ວິທີປະຖົມພະຍາບານເບື້ອງຕົ້ນ ຖ້າຕົກຈາກບ່ອນຕ່ຳກວ່າ 120ຊມ ແລ້ວຍັງມີສະຕິຮ້ອງໄຫ້ ກໍສາມາດພາໄປຫາໝໍໄດ້ດ້ວຍຕົວເອງ. ແຕ່ຖ້າຕົກສູງກວ່ານັ້ນ ແລ້ວລູກໝົດສະຕິ ພໍ່ແມ່ຄວນຕັ້ງສະຕິໃຫ້ດີ ໂທເອີ້ນລົດສຸກເສີນ ຫຼືກູ້ໄພ, ຢ່າພະຍາຍາມຂະເຍົ່າລູກ ເພາະອາດຈະກະທົບສະເທືອນໄດ້.

.
4 ບາດແຜຈາກຄວາມຮ້ອນ
ເດັກໆມັກຖືກຂອງຮ້ອນລວກ ເມື່ອລູກຄານໄດ້ ຈະຮູ້ຈັກເກາະຢືນ ບໍ່ຄວນໃຊ້ຜ້າປູໂຕະ ເພາະລູກມັກຈະຈັບກ່ຽວລົງມາໄດ້ ຖ້າວາງກະຕິນ້ຳຮ້ອນ ຫຼື ຂອງຮ້ອນແຮງອັນຕະລາຍ.
ວິທີແກ້ໄຂ: ເກັບຂອງຮ້ອນໃຫ້ພົ້ນມືເດັກ. ວິທີປະຖົມພະຍາບານເບື້ອງຕົ້ນຖ້າເກີດສິ່ງຮ້ອນລວກເດັກ ໃຫ້ລ້າງດ້ວຍນ້ຳທຳມະດາ ຫ້າມໃຊ້ນ້ຳເຢັນເດັດຂາດ ຈາກນັ້ນທາຢາສຳລັບແຜນ້ຳຮ້ອນລວກ.

.
5 ຈົມນໍ້າ
ສ່ວນໃຫຍ່ມັກຈະຈົມນ້ຳຈາກການອາບນ້ຳ ເຊັ່ນ ເຜີເຮັດລູກລຸດມືຂະນະອາບນ້ຳ ຫຼື ປ່ອຍລູກທີ່ນັ່ງໄດ້ແລ້ວຢູ່ໃນອ່າງນ້ຳຕາມລຳພັງ ລູກອາດຈະມີໂອກາດຂວ້າມ ຫຼື ອຽງຕົວລົງໄປໃນນ້ຳໄດ້.ວິທີປ້ອງກັນ: ຫ້າມປ່ອຍລູກຢູ່ໃນນ້ຳຕາມລຳພັງ. ການປະຖົມພະຍາບານເບື້ອງຕົນເມື່ອລູກຈົມນ້ຳ ຖ້າລູກໝົດສະຕິ ຕົວຊີດ ຫຼື ຂຽວຊ້ຳ ໃຫ້ເຮັດ CPR ໂດຍໃຊ້ 2ນິ້ວກົດບໍລິເວນຊ່ວງເອີກ 30 ຄັ້ງ ຜາຍປອດ 2ຄັ້ງ.

.
6 ອັນຕະລາຍຈາກການລ້ຽງດູ
ເຊັ່ນການອູ້ມແບບບໍ່ຖືກວິທີ ຄືອູ້ມພາດບ່າໂດຍບໍ່ປະຄອງຊ່ວງຄໍ ແລະ ຫຼັງ ຫຼືການຫຼິ້ນກັບເດັກແບບໂຍນຂຶ້ນສູງ ກໍອາດເຮັດໃຫ້ເກີດອຸບັດຕິເຫດໄດ້.
ວິທີແກ້ໄຂ: ບໍ່ຫຼິ້ນອູ້ມໂຍນລູກສູງໆ ແລະ ຄວນອູ້ມລູກໃຫ້ຖືກວິທີ.

.
7 ອັນຕະລາຍຈາກເຄື່ອງນອນ
ເບາະທີ່ນອນ, ໝອນ, ຜ້າຫົ່ມ, ມຸ້ງ ເປັນປັດໄຈເຮັດໃຫ້ລູກຂາດອາກາດຫາຍໃຈໄດ້ ການໃຊ້ໝອນ ຫຼືຜ້າຫົ່ມນຸ້ມໆ ໜາໆ ຂະໜາດໃຫຍ່ ອາດເຮັດໃຫ້ໜ້າເດັກຈົມລົງໄປ ແລ້ວກົດທັບດັງຫຼື ປາກຈົນຫາຍໃຈບໍ່ອອກ.
ວິທີແກ້ໄຂ: ເລືອໃຊ້ເບາະທີ່ມີຄວາມແຂງກຳລັງດີ ໃຊ້ຜ້າຫົ່ມທີ່ບາງ.

.
8 ອັນຕະລາຍຈາກຕຽງເດັກ
ສ່ວນໃຫຍ່ເດັກມັກຈະຕົກລົງໄປຊ່ອງລະຫວ່າງຕຽງກັບກຳແພງ ຫຼື ຫົວຕຽງຕິດກັບຮາວ ລວມເຖິງໜ້າຂວ້າມລົງທີ່ຊ່ອງລະຫວ່າງເບາະກັບທີ່ກັ້ນກັນຕົກ.
ວິທີແກ້ໄຂ: ເລືອກຕຽງເດັກທີ່ໄດ້ມາດຕະຖານຄື ຮາວຕຽງຫ່າງກັນບໍ່ເກີນ 6ຊມ, ເບາະແຂງພໍດີຕຽງ.

.
9 ການກືນສານຜິດ
ເມື່ອລູກເລີ່ມຄານໄດ້ ມັກຄານໄປທົ່ວ ລວມທັງມັກຢີບຈັບທຸກຢ່າງເຂົ້າປາກ ໂດຍສະເພາະສານຜິດທີ່ມີຢູ່ໃນເຮືອນ ເຊັ່ນ: ແຟບຊັກເຄື່ອງ, ນ້ຳຢາລ້າງຫ້ອງນ້ຳ, ສະບູ່, ຢາຊີດຍຸງ ແລະ ຖ່ານໄຟສາຍ.
ວິທີແກ້ໄຂ: ເກັບຂອງທີ່ມີສານຜິດທຸກຢ່າງໃຫ້ໄກຈາກມືເດັກ ແລະ ໄວ້ບ່ອນສູງ ຫຼື ຕູ້ໃຫ້ມິດຊິດ. ການປະຖົມພະຍາບານເບື້ອງຕົ້ນຖ້າລູກກືນສານຜິດເຂົ້າໄປ ໃຫ້ລູກດື່ມນົມລົງໄປ 4-5ແກ້ວ ເພື່ອຊ່ວຍເຈືອງຈາງສານຜິດ ຈາກນັ້ນຮີບພາສົ່ງໂຮງໝໍທັນທີ ພ້ອມນຳສິ່ງທີ່ລູກເຜີກືນລົງໄປພ້ອມ.

.