Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ແຂວງ​ ຄັ້ງ​ທີ VII

Posted on 16/03/202116/03/2021 By News No Comments on ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ແຂວງ​ ຄັ້ງ​ທີ VII

ກອງ​ປະຊຸມ​ໃຫຍ່ ຄັງ​ທີ VII ຂອງ​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ ​ໃນ​ວັນທີ 16 ມີນາ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ​ໄຊ​ສົມ​ພອນ ພົມວິຫານ, ກໍາມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ປະທານສູນກາງແນວລາວສ້າງຊາດ,ມີທ່ານ ຄໍາຂັນ ຈັນທະ​ວີ​ສຸກ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງ​ພະ​ບາງ,່ ຕາງໜ້າ່ພະແນກການ, ອົງການທຽບເທົ່າ, ຕົວແທນຊົນເຜົ່າ-ຊັ້ນຄົນ, ສາສະໜາ ໃນຂອບເຂທົ່ວແຂວງເຂົ້າຮ່ວມ.

May be an image of standing

ທ່ານ ເອິງ ລໍສະຫວັນ ປະທານແຮງລາວສ້າງຊາດແຂວງວັງພະບາງ ກ່າວເປີດວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ຕີລາຄາ, ທົບທວນຄືນຜົນຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນແນວລາວສ້າງຊາດ​ແຂວງ ໄລຍະ 5 ປີ (2015-2020) ຜ່ານມາ ແລະ ກໍານົດຄາດໝາຍສູ້ຊົນ, ທິດທາງຫນ້າທີ່ ​ແລະ ວຽກງານຈຸດ​ສຸມໃນ 5 ປີຕໍ່ໜ້າ (2021 ເຖິງ​ 2025);ຮັບຟັງການປະກອບຄໍາເຫັນ ທີ່ເປັນການຖ່າຍຖອດບົດຮຽນອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ​ເພດ-​ໄວ ເຂົ້າຮ່ວມຂະບວນການປົກ​ປັກ​ຮັກ​ສາ ​ແລະ ສ້າງສາພັດທະນາປະ​ເທດ​ຊາດໃນຊຸມປີຜ່ານມາ

May be an image of 1 person and standing

ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພິຈາລະນາ ແລະຮັບຮອງເອົາລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ຂອງຄະນະກໍາມະການແນວລາວສ້າງຊາດ​ແຂວງ ສະ​ໄໝ​ທີ VI, ຮັບຮອງເອົາການສະ​ເໜີແຕ່ງຕັ້ງຄະນະກໍາມະການແນວລາວສ້າງຊາດ​ແຂວງ ຊຸດ​ທີ VII, ຄະນະປະຈໍາແນວລາວສ້າງຊາດ​ແຂວງ​, ປະທານ, ຮອງປະທານ​, ປະທານ-ຮອງ​ປະທານ​ກວດກາ, ທີ່​ປຶກສາ ​ແລະ ຄູ່​ຮ່ວມ​ງານ​ແນວ​ລາວ​ສ້າງ​ຊາດ​ແຂວງ ສະໄໝທີ VII, ເປັນໂຄງປະກອບບຸກຄະລາກອນ ທີ່ມີລັກສະນະກວ້າງຂວາງກວ່າເກົ່າ.

May be an image of 1 person

ເຊິ່ງມັນສະແດງໃຫ້ເຫັນຢ່າງຈະແຈ້ງ ​ເຖິງລັກສະນະເຕີບໃຫຍ່ຂະຫຍາຍຕົວ ແລະ ບົດບາດສໍາພັນທາງການເມືອງ ກໍ່ຄືລັກສະນະເປັນຕົວແທນຂອງບັນດາຊົນເຜົ່າ, ຊັ້ນຄົນ, ສາສະໜາ, ​ເພດ​ໄວ ຢູ່ພາຍໃນ​ແຂວງຫຼວງພະບາງພວກເຮົາ; ພິເສດກອງປະຊຸມໃຫຍ່ ຈະໄດ້ຮັບຟັງການໂອ້ລົມຊີ້​ນໍາຂອງຂັ້ນເທິງ ຈາກຄະນະປະຈຳພັກແຂວງ ແລະ ສູນກາງແນວລາວສ້າງຊາດ ເຊິ່ງເປັນທິດຊີ້ນໍາໃຫ້ແກ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ VII, ເປັນບ່ອນອີງໃນການສືບຕໍ່ນໍາພາ-ຊີ້ນໍາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນຂອບເຂດຄວາມຮັບຜິດຊອບຂອງຄະນະກໍາມະການແນວລາວສ້າງຊາດແຂວງພວກເຮົາ​ໃນຊຸມປີຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງໆຂຶ້ນ.

May be an image of 4 people, people standing and indoor

.

May be an image of 7 people and people standing

ຂ່າວ: ເພັດສາຄອນ ສິມມະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ໄຊສົມພອນ ພົມວິຫານ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນນໍ້າຂອງເມືອງປາກອູ
Next Post: ຄວາມມະຫັດສະຈັນຂອງສາຍພູຫຼວງ ຖິ່ນທີ່ຢູ່ອາໄສຂອງຊົນເຜົ່າພື້ນເມືອງ ແລະ ຊີວະນານາພັນ

Related Posts

ຊົມເຊີຍ! ປະຊາຊົນບ້ານໃຫຍ່ເຊກະໝານພ້ອມກັນສ້ອມແປງຂົວ ຂ່າວສານບ້ານເມືອງ
ສປປ ລາວ ກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ ຂ່າວສານບ້ານເມືອງ
ຫຼາຍແທ້ໂອ..! ຫຼວງພະບາງຕິດເຊື້ອເພີ່ມ 199ຄົນ ຂ່າວສານບ້ານເມືອງ
ແຈ້ງປັບລາຄານໍ້າມັນຂຶ້ນອີກຮອບ 29 ທັນວາ 2022 ຂ່າວສານບ້ານເມືອງ
ຄິວລົດສາຍໃຕ້ ຈະກັບມາໃຫ້ບໍລິການໃນວັນທີ 5 ກໍລະກົດ 2021 ນີ້ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ ຕິດເຊື້ອເພີ່ມ 340ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme