Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຶກສາອົບຮົມ ສ າ ວ ຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ

Posted on 16/03/202116/03/2021 By News No Comments on ສຶກສາອົບຮົມ ສ າ ວ ຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ

ສຶກສາອົບຮົມສາວຂາຍປະເວນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ

ໃນວັນທີ 12 ມີນາ 2021 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພັທ ລໍາເນົາ ລັດຕະນະລັງສີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ສຶກສາອົບຮົມສາວຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ ພ້ອມດ້ວຍສ າ ວ ຂ າ ຍ ປະ ເ ວນີ ຈໍານວນ 61 ຄົນ ຊາຍ 1 ຄົນ ທີ່ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໄດ້ລົງກວດກາ ໃນວັນທີ 11 ມີນາ 2021 ແລ້ວນໍາຕົວພວກກ່ຽວມາທໍາການສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ຍິ ງ ສ າວ ທີ່ ມາຂາຍເບຍ ແລະ ຂ າ ຍ ບໍ ລິ ກ າ ນທາງເພດ ຢູ່ຮ້ານກິນດື່ມດັ່ງກ່າວ ສ່ວນຫຼາຍແມ່ນຍິງສາວມາຈາກຕ່າງແຂວງ ເພື່ອມາຫາເງິນລ້ຽງຊີບຕົນເອງ ແລະ ສົ່ງເງິນໃຫ້ຄອບຄົວ (ພໍ່ແມ່ທາງບ້ານ).

ຍິງສາວຈໍານວນນີ້ ແມ່ນໄດ້ອາໃສພັກເຊົາຢູ່ສະຖານທີ່ຂາຍເບຍ ເປັນບ່ອນພົວພັນຄ້າຂາຍປະເວນີ ເມື່ອມີຜູ້ຊາຍມາດື່ມເບຍຢູ່ຮ້ານແລ້ວກໍຕົກລົງດ້ວຍຄວາມພໍໃຈແລ້ວເອົາຍິງສາວໄປນອນນໍາຕາມເຮືອນພັກຕ່າງໆ ເຊິ່ງເຈົ້າຂອງຮ້ານຈະຫັກເອົາເງິນຈໍານວນ 50.000 ຫຼື 100.000 ກີບ ຕໍ່ຄັ້ງ. ເພາະເງິນທີ່ຫັກແຕ່ລະຄັ້ງ ເຈົ້າຂອງຮ້ານໄດ້ເອົາເງິນໃຊ້ຈ່າຍຊື້ອາຫານແຕ່ລະວັນ ແລະ ຄ່າພັກພາອາໃສ.

ພັທ ລໍາເນົາ ລັດຕະນະລັງສີ ໃຫ້ຮູ້ຕື່ມອີກວ່າ: ໃນການສຶກສາອົບຮົມໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ວ່າ: ບຸກຄົນໃດຫາກຫາກິນດ້ວຍການຂ າ ຍປ ະ ເ ວ ນີ ໃຫ້ຜູ້ອື່ນເສບສົມ ຈະຖື ກລົ ງໂ ທ ດຕາມລະບຽບກົດໝາຍອາຍາມາດຕາ 254 ວ່າດ້ວຍການຂາຍປ ະເ ວ ນີ ຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂ າຍ ປ ະ ເ ວ ນີ; ພ້ອມທັງໃຫ້ ເຈົ້າຂອງຮ້ານ ແລະ ຍິງສາວຂາ ຍບໍລິ ການທ າງ ເພ ດ ຢຸດເຊົາພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸຈະລິດ, ເປັນຄົນດີຂອງສັງຄົມ ແລະ ຮຽກຮ້ອງໃຫ້ໄວໜຸ່ມ ຍິງສາວທີ່ມາຈາກຕ່າງແຂວງ ໃຫ້ກັບບ້ານເມືອງຂອງຕົນ ຫຼື ໄປຊອກວຽກເຮັດງານທໍາ ໃຫ້ຖືກຕ້ອງຕາມກົດໝາຍ ກໍລະນີຖ້າຫາກພົບເຫັນຄັ້ງຕໍ່ໄປ ແມ່ນຈະໄດ້ດໍາເນີນຕາມລະບຽບກົດໝາຍ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບກຸ່ມແກ້ງໄວລຸ້ນຂີ່ລົດກວນເມືອງ 18 ຄົນ
Next Post: ທ່ານ ໄຊສົມພອນ ພົມວິຫານ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນນໍ້າຂອງເມືອງປາກອູ

Related Posts

ເຫດລົດໃຫຍ່ເສຍຫຼັກຕຳປ້ອມຕຳຫຼວດ ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະກໍາ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ 12/5/2020 ຂ່າວສານບ້ານເມືອງ
ກອງພົນທີ 5 ເປີດຊຸດອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດຂັ້ນພະນັກງານນຳພາ – ບັນຊາ ຊຸດທີ II ຂ່າວສານບ້ານເມືອງ
ແຊດ່ວນ ປັບລາຄານໍ້າມັນລົງທຸກປະເພດ ເລີ່ມ 15 ກໍລະກົດ 2022 ຂ່າວສານບ້ານເມືອງ
ແຂວງ ໄຊຍະບູລີ ສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງທ້າຍສະໄໝທີ VI ຂ່າວສານບ້ານເມືອງ
ຮ່ວມສົ່ງກໍາລັງໃຈ! ອັງເດຣ ສຸຄຳທັດ ນັກມວຍລາວ-ອາເມຣິກາ ກຽມຂຶ້ນສັງວຽນ ມື້ນີ້ 29/05/2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme