Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບກຸ່ມແກ້ງໄວລຸ້ນຂີ່ລົດກວນເມືອງ 18 ຄົນ

Posted on 15/03/202115/03/2021 By News No Comments on ຈັບກຸ່ມແກ້ງໄວລຸ້ນຂີ່ລົດກວນເມືອງ 18 ຄົນ

ໃນວັນທີ 13 ມີນາ 2021, ເວລາປະມານ 02:20 ໂມງ, ກຳລັງກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງປະຕູໄຊ-ໄຟອຳນາດຫໍຄຳ-ທາງຕັດໃໝ່ບຶງທາດຫຼວງ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກຂອງສັງຄົມ.

May be an image of one or more people, people sitting, people standing and indoor

.

May be an image of motorcycle and outdoors

ຜ່ານການອອກກວດກາລາດຕະເວນ ສາມາດມ້າງກຸ່ມຂີ່ລົດກວນເມືອງປະເພດລົດຈັກໄດ້ທັງໝົດ 09 ຄັນ. ໃນນີ້ ມີລົດດັດແປງສະພາບເຕັກນິກລົດ 04 ຄັນ, ສາມາດກັກຕົວຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍໄດ້ທັງໝົດ 18 ຄົນ, ຍິງ 06 ຄົນ. ດັ່ງນັ້ນ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ໄດ້ກັກລົດຈຳນວນດັ່ງກ່າວໄວ້ ເພື່ອກວດກາລາຍລະອຽດທີ່ມາຂອງລົດ. ສຳລັບຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ ແມ່ນໄດ້ເຮັດບົດບັນທຶກຊ່ອງໜ້າຜູ້ປົກຄອງ ແລ້ວຈະນຳມາສຶກສາອົບຮົມຕາມລະບຽບກົດໝາຍ.

May be an image of 1 person, standing, sitting and indoor

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ ປກສ ນວ ໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໂດຍສະເພາະຜູ້ປົກຄອງຂອງເດັກ ທີ່ບໍ່ທັນບັນລຸນິຕິພາວະ ຫຼື ບໍ່ທັນເຖິງກະສຽນອາຍຸທີ່ຢູ່ໃນໄວຮຽນ ຈົ່ງເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ, ຕັກເຕືອນລູກ, ຫຼານຂອງຕົນບໍ່ໃຫ້ຂີ່ລົດເປັນພຶງເປັນແພ ແລະ ບໍ່ໃຫ້ດັດແປງສະພາບເຕັກນິກລົດ. ເພາະການຂີ່ລົດເປັນພຶງເປັນແພ ຈະພາໃຫ້ເກີດອຸບັດຕິເຫດ ແລະ ສ້າງຄວາມສັບສົນເຮັດໃຫ້ການສັນຈອນແອອັດ ແລະ ການດັດແປງສະພາບເຕັກນິກລົດ ແມ່ນການລະເມີດຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 602/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ
Next Post: ສຶກສາອົບຮົມ ສ າ ວ ຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 223ຄົນ ຂ່າວສານບ້ານເມືອງ
5 ປີ ຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 13.735 ເລື່ອງ, ຈັບຜູ້ຖືກຫາໄດ້ 20.221 ຄົນ ຢຶດຢາເສບຕິດປະເພດຕ່າງໆໄດ້ຫຼາຍໂຕນ ຂ່າວສານບ້ານເມືອງ
ທົ່ວ​ແຂວງ​ສະ​ຫວັນ​ນະ​ເຂດ ເກັບ​ລາຍ​ຮັບ​ໃນ 6 ເດືອນ​ຕົ້ນ​ປີ​ໄດ້​ແລ້ວ 629 ຕື້ກວ່າ​ກີບ, ເທົ່າກັບ 38% ຂ​ອງ​ແຜນ​ການ ຂ່າວສານບ້ານເມືອງ
ອົງການ​ກວດ​ສອບ​ແຫ່ງ​ລັດກວດພົບລາຍ​​ຮັບ​ເພີ່ມ 3.808,38 ຕື້​ກີບ ແລະ ລາຍ​ຈ່າຍ​ເພີ່ມ 9.990,73 ຕື້​ກີບ ຂ່າວສານບ້ານເມືອງ
ອ່ານດ່ວນ! ຄະນະສະເພາະກິດ ກໍານົດ 2 ໄລຍະ ຜ່ອນຜັນ ມາດຕະການ ໂຄວິດ-19 ຂ່າວສານບ້ານເມືອງ
ສະຫະລັດອາເມລິກາຈະມອບວັກຊິນໄຟເຊີ 1,700,000 ໂດສ ໃຫ້ແກ່ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme