Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະສະເພາະກິດປ້ອງກັນ ແລະຄອບຄຸມ ພ ະ ຍ າ ດ ໂ ຄ ວິ ດ ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ

Posted on 14/03/202114/03/2021 By News No Comments on ຄະນະສະເພາະກິດປ້ອງກັນ ແລະຄອບຄຸມ ພ ະ ຍ າ ດ ໂ ຄ ວິ ດ ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ

ຄະນະສະເພາະກິດປ້ອງກັນ ແລະຄອບຄຸມ ພ ະ ຍ າ ດ ໂ ຄ ວິ ດ ໄດ້ອອກແຈ້ງການທົດລອງຂາຍປະກັນໄພ ໃຫ້ກັບຄົນຕ່າງປະເທດທີ່ຈະເຂົ້າມາ ສປປລາວ ແລະຕ້ອງໄດ້ໃສ່ອຸປະກອນການແພດ ຫຼື ໂມງຕິດຕາມຢ່າງເຂັ້ມງວດ ໂດຍໄດ້ມອບໃຫ້ສອງບໍລິສັດ ຄືບໍລິສັດເອັດສດີເອັດສກຣຸບ ແລະ ບໍລິສັດ ຈົງຈີປະກັນໄພຈຳກັດຜູ້ດຽວ ເປັນຜູ້ທົດລອງຂາຍປະກັນໄພ ແລະເຮັດທົດລອງ ເນື້ອໃນຂອງແຈ້ງການມີດັ່ງນີ້:

No photo description available.

1. ຄົນຕ່າງປະເທດທີ່ໄດ້ຮັບອະນຸຍາດເຂົ້າມາ ສປປລາວ ຕ້ອງໄດ້ໃສ່ອຸປະກອນການແພດ ຫຼື ໂມງຕິດຕາມຢ່າງເຂັ້ມງວດ, ເຊິ່ງເປັນມາດຕະການຈໍາເປັນທີ່ຕ້ອງປະຕິບັດສໍາລັບຄົນຕ່າງປະເທດທີ່ໄດ້ຮັບອຸນຸຍາດເຂົ້າມາລາວ

2. ມາດຕະການທີ່ຈໍາເປັນທີ່ຕ້ອງປະຕິບັດນີ້, ຍ້ອນວ່າໄລຍະຜ່ານມາການຄຸ້ມຄອງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວ ແລະ ຈໍາກັດບໍລິເວນຢູ່ໃນໂຮງແຮມໄດ້ພົບບັນຫາທີ່ມີຄວາມສ່ຽງ

3. ຄົນຕ່າງປະເທດຈໍານວນໜຶ່ງບໍ່ປະຕິບັດຕາມຄໍາແນະນໍາສະເພາະກິດເຊັ່ນ: ການລັກເຂົ້າ-ອອກຈາກສະຖານທີ່ຈໍາກັດບໍລິເວນໂດຍບໍ່ໄດ້ຮັບອະນະຍາດ

4. ສະນັ້ນ, ການໃສ່ເຄື່ອງຕິດຕາມແມ່ນສາມາດຮູ້ການເຄື່ອນໄຫວຂອງບຸກຄົນດັ່ງກ່າວໂດຍຜ່ານສັນຍານ GPS ເຊິ່ງສາມາດຮູ້ໄດ້ທຸກວິນາທີວ່າຜູ້ກ່ຽວຢູ່ຕໍາແໜ່ງໃດ

5. ເຄື່ອງຕິດຕາມຍັງສາມາດວັດແທກອຸນຫະພູມຮ່າງກາຍ ແລະ ກໍາມະຈອນ ທີ່ສາມາດຮັບຮູ້ໄດ້ເຖິງສະພາບສຸຂະພາບຂອງຜູ້ໃສ່

6. ໃນເວລາດຽວກັນ, ອຸປະກອນການແພດນີ້ຍັງສາມາດກົດປຸ່ມຕ້ອງການຊ່ວຍເຫຼືອຢ່າງສຸກເສີນໄດ້

7. ນອກນັ້ນ, ຄົນຕ່າງປະເທດທີ່ຮັບອະນຸຍາດຕ້ອງໄດ້ມີປະກັນໄພກ່ຽວກັບ ພ ະ ຍ າ ດ ໂ ຄ ວິ ດ, ການປະຕິບັດສອງມາດຕະການ: (1) ການໃສ່ເຄື່ອງຕິດຕາມ ແລະ (2) ຊື້ປະກັນໄພນີ້ ແມ່ນຍົກເວັນໄດ້ພຽງການເຂົ້າ-ອອກສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ ທີ່ເປັນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ລັດຖະບານລາວ ໄດ້ມີສັນຍາໃຫ້ເອກະສິດ ແລະສິດຄຸ້ມກັນທາງການທູດ ແລະ ສະມາຊິກຄອບຄົວແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ. ອີງຕາມຂໍ້ຕົກລົງ ແລະ ແຈ້ງການຂອງຄະນະສະເພາະກິດຕອບໂຕ ໂ ຄ ວິ ດ ລະດັບຊາດ, ເຊິ່ງໃຫ້ເລີ່ມປະຕິບັດແຕ່ວັນທີ 03 ມີນາ 2021 ເປັນຕົ້ນໄປ ແລະ ໄດ້ທົດລອງຢູ່ດ່ານເຂົ້າເມືອງສະຫນາມບິນວັດໄຕ ນະຄອນຫຼວງວຽງຈັນ ສາກ່ອນແລ້ວຈຶ່ງຂະຫຍາຍໄປດ່ານທາງບົກອື່ນໆ ໃນຂອບເຂດທົ່ວປະເທດ ສຳລັບລາຄາປະກັນໄພມີດັ່ງນີ້:

May be an image of one or more people and phone

1. ຊື້ປະກັນໄພ 100 ໂດລາ ຕໍ່ຄົນກຳນົດ 21 ວັນ ສຳລັບ 1ປີ ຫາ 90 ປີ.

2. ຊື້ປະກັນໄພ 150 ໂດລາ ຕໍ່ຄົນກຳນົດ 45 ວັນ ສຳລັບ 1ປີ ຫາ 90 ປີ.

3. ຊື້ປະກັນໄພ 250 ໂດລາ ຕໍ່ຄົນກຳນົດ 60 ວັນ ສຳລັບ 1ປີ ຫາ 90 ປີ.

No photo description available.

.

No photo description available.

.

No photo description available.
ຂ່າວສານບ້ານເມືອງ

Post navigation

Previous Post: ໝູ່ບ້ານສວນວົງມົນສີຂຽວໃນປະເທດເດັນມາກ.
Next Post: ກອງປະຊຸມທາງໄກລັດຖະມົນຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ

Related Posts

ເກີດເຫດ ລົດໃຫຍ່ປະທະລົດຈັກ ເ ສ ຍ ຊີ ວິ ດ ຄາທີ່ ຂ່າວສານບ້ານເມືອງ
ສ.ຣັດເຊຍ ເກັບກູ້ ລ ະ ເ ບີ ດ ບໍ່ທັນແຕກ 1.​000 ກວ່າໜ່ວຍ ຢູ່ແຂວງ ຊຽງແຂວງ ຂ່າວສານບ້ານເມືອງ
ຈັບໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ 2 ສົບ ຢູ່ເຂດເສັ້ນທາງ 450 ປີ ຂ່າວສານບ້ານເມືອງ
ລາຄາຊີ້ນໝູຂຶ້ນເດີພີ່ນ້ອງ! ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 70 ປີ ຂ່າວສານບ້ານເມືອງ
ກອງປະຊຸມລາຍງານຄວາມຄືບໜ້າ ການກໍ່ສ້າງອາຄານປະທານສົງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme