
ໝູ່ ບ້ານສວນວົງມົນສີຂຽວໃນປະເທດເດັນມາກ
.
Haveforeningen Harekær, ບ້ານສວນສີຂຽວທີ່ເປັນວົງມົນໃນ Brondby haveby, Denmark, ໄດ້ຖືກສ້າງຂຶ້ນໃນສະຕະວັດທີ 20 ແລະການ ດຳລົງຊີວິດທີ່ດີຕໍ່ສຸຂະພາບຮ່າງກາຍແລະຈິດໃຈ ມັນໄດ້ຮັບແຮງບັນດານໃຈຈາກໝູ່ບ້ານສະໄຫມເກົ່າ ທີ່ຄົນຈະມາເຕົ້າໂຮມກັນຢູ່ເຄິ່ງກາງຂອງພື້ນທີ່ ເວົ້າລົມ ແລະ ເຮັດກິດຈະກຳ ຮ່ວມກັນ.
.
ແຕ່ລະເຮືອນມີຮົ້ວສີຂຽວ. ແຍກແຕ່ລະດ້ານຫລັງ ແລະຈະລຽນແຖວໃນວົງມົນ ເຊິ່ງລົດສາມາດໄປຮອດແລະຈອດຢູ່ບໍລິເວນອ້ອມຮອບທາງກາງ ແລະແຕ່ລະເຮືອນມີພື້ນທີ່ເຮັດສວນນ້ອຍ

.
ນອກຈາກນີ້ໃນປະເທດດານມາກຍັງມີສວນ Oval Community, ເປັນບ້ານສວນວົງວຽນ Copenhagen, ເຊິ່ງແຕ່ລະສວນມີຮົ້ວສີຂຽວເປັນຮູບຊົງວົງມົນຫລືຮູບໄຂ່, ຖືກອອກແບບໃຫ້ມີການເຂົ້າເຖິງພຽງແຕ່ຖະໜົນຫຼັກ. ເພື່ອເປັນການກະຕຸ້ນເຈົ້າຂອງເຮືອນໃຫ້ຍ່າງຫຼາຍຂື້ນ ແລະ ໄດ້ພົວພັນກັບເພື່ອນບ້ານເພີ່ມຂຶ້ນ.


