Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຮັດສວນຜັກ 1 ໄລ່ ສ້າງລາຍໄດ້ກວ່າ 6 ແສນ ບາດ (ປະມານ 200 ກວ່າລ້ານ ກີບ) ຕໍ່ປີ

Posted on 13/03/202113/03/2021 By Stories No Comments on ເຮັດສວນຜັກ 1 ໄລ່ ສ້າງລາຍໄດ້ກວ່າ 6 ແສນ ບາດ (ປະມານ 200 ກວ່າລ້ານ ກີບ) ຕໍ່ປີ

ເຮັດສວນຜັກ 1 ໄລ່ ສ້າງລາຍໄດ້ກວ່າ 6 ແສນ ບາດ (ປະມານ 200 ກວ່າລ້ານ ກີບ) ຕໍ່ປີ

ສະບາຍດີ ມື້ນີ້ເຮົາມີເລື່ອງດີໆ ຂອງຊາວກະສິກອນໄວໜຸ່ມ ຈາກປະເທດເພື່ອນບ້ານ ທີ່ນຳໃຊ້ທິດສະດີ ທີ່ໄດ້ຮຽນຮູ້ຈາກຕົວຈິງມາປະຕິບັດຕາມແນວທາງ ເຈົ້າຊີວິດໃນລາດຊະການທີ 9 ບອກເລີຍວ່າໜ້າຊື່ຊົມຫຼາຍ.

ອາຊີບກະສິກອນ ຫຼາຍຄົນເບິ່ງວ່າບໍ່ສາມາດສ້າງລາຍໄດ້ ໄດ້ຫຼາຍພໍເທົ່າໃດ ຄົນລຸ່ນໃຫມ່ຈຶ່ງຖິ້ມຖິ່ນຖານບ້ານເກີດ ສູ່ເມືອງໃຫຍ່ ໄປເປັນລູກຈ້າງຄົນອື່ນ ແຕ່ສຳລັບ ພົງພັດ ແກ້ວພະເນົາ ຊາວກະສິກອນໄວໜຸ່ມ ຈາກປະເທດເພື່ອນບ້ານຄົນນີ້ ຈົບຈາກ ການກະເສດ ຈາກ ຈ.ມະຫາສະລາຄາມ ຮຽນຈົບແລ້ວກໍມຸ່ງໜ້າກັບບ້ານ ພ້ອມປະຕິພານຕົນ ເຮັດກະສິກຳເປັນຫຍັງຊິລວຍບໍ່ໄດ້.

ຮຽນຈົບກະເສດ ມ.ແມ່ໂຈ້ ເພື່ອນຫຼາຍຄົນເບິ່ງວ່າ ຂ້ອຍບ້າ ບໍ່ຍອມເຮັດວຽກນຳບໍລິສັດຄືຄົນອື່ນ ແຕ່ມາຫາກິນນຳພື້ນທີ່ແຫ້ງແລ້ງຄ້າຍທຸ່ງກຸລາຮ້ອງໄຫ້.

ສ່ວນໜຶ່ງຂ້ອຍໝັ້ນໃຈວ່າ ປະສົບການທີ່ຮຽນມາ ແລະ ຄວາມຮູ້ທີ່ໄດ້ຈາກການເປັນນັກຮຽນແລກປ່ຽນ ກັບ ອິດສາລາເອລ ປະກອບກັບການເຮັດກະເສດແບບປະສົມປະສານຂອງ ເຈົ້າຊີວິດລາດຊະການທີ່9 ຈະຊ່ວຍພິກຟື້ນແຜ່ນດິນແຫ່ງນີ້ໃຫ້ກັບມາປູກພືດໄດ້ ເລຍໃຊ້ພື້ນທີ່ 7 ໄລ່ ທີ່ມີລອງປູກພືດຜັກ.

ພົງພັດຍັງສາມາດຟາມເມີ ເຮັດກະເສດ ສຳນຶກຮັກບ້ານເກີດປີ ພສ 2559 ບອກວ່າພື້ນທີ່ບໍລິເວນນີ້ສ່ວນຫຼາຍແຫ້ງແລ້ງ ດິນເຄັມ ປູກຫຍັງກະບໍ່ໄດ້ ເລຍໃຊ້ເຕັກໂນໂລຊີ ທີ່ໄດ້ຮຽນມາຈາກອິດສະລາເອລ ເລີ່ມຈາກແບ່ງພື້ນທີ່ປູກອອກເປັນ 60ແປງ ແປງລະເຄິງງານ ໃນແປງເນື້ອທີ່ເຄິ່ງງານຈະມີການແບ່ງຊອຍຍົກແປງ ເປັນ 7ແຖວ ເພື່ອປູກພືດ 7 ຊະນິດ ສະລັບແຖວກັນ ມີທັງ ເຊີນາລີ່, ຜັກສະລັດ, ກະເພົາ, ບົວລະພາ, ຜັກພື້ນບ້ານ ແລະ ຜັກເຄື່ອງຄຽງຕ່າງໆ.

ພິກຟື້ນດິນຊາຍມາປູກພຶດ ເລີ່ມຈາກພິກໜ້າດິນ ເອົາແກບດີບ, ປຸຍໝັກ, ປຸຍດອກ ຢ່າງລະໜຶ່ງສ່ວນ ປະສົມກັບດິນ 2ສ່ວນ, ຫົດດ້ວຍນ້ຳໝັກຊີວະພາບເຄິ່ງລິດ ຄົນໃຫ້ເຂົ້າກັນປະໄວ້ 1ເດືອນ. ເມື່ອດິນເລີ່ມຟື້ນສະພາບ ເດີນລະບົບນ້ຳ ໂຊກດີພື້ນທີ່ນີ້ມີນ້ຳບາດານໝູ່ບ້ານໃຊ້ໄດ້ເລີຍ ບໍ່ເຄັມຄືບ່ອນອື່ນ ແຕ່ຕ້ອງໃຊ້ຢ່າງປະຍັດ ອົງຄວາມຮູ້ຈາກອິດສະລາເອລ ປູກພຶດໃຊ້ນ້ຳໜ້ອຍເລີຍຖືກນຳມາປະຍຸກອີກຄັ້ງ ຈົນເກີດລະບົບນ້ຳຂຶ້ນ 3ລະບົບຄື ລະບົບນ້ຳຍົດໃຫ້ປຸຍພ້ອມກັບນ້ຳ, ລະບົບນ້ຳພຸ່ງ ແລະ ລະບົບໃຫ້ນ້ຳແບບອາຍໝອກ ໃຊ້ສະເປນ້ຳໃຫ້ຄວາມຊື້ນ ເພື່ອບໍ່ໃຫ້ພືດຄຽດຈາກຄວາມຮ້ອນກວ່າ 35ອົງສາ.

ຈາກນັ້ນເລີ່ມປູກພືດຊະນິດຕ່າງໆ ລ້ຽງໄກ່, ໝູ ຂຸດບໍ່ລ້ຽງປາ ຕາມແນວທາງກະເສດທິດສະດີໃໝ່ຂອງ ເຈົ້າຊີວິດ ລາດຊະການທີ່9 ແຕ່ບໍ່ໄດ້ປູກໄມ້ຢືນຕົ້ນ ເພາະດິນຂາດທາດອາຫານມາດົນ ບໍ່ພຽງພໍຕໍ່ໄມ້ຢືນຕົ້ນ ລອງຜິດລອງຖືກ ໄດ້ບໍ່ດົນ ກໍໄດ້ສູດສຳເລັດ ປູກພືດຜັກສວນຄົວຫຼາຍຊະນິດ ແບບເກັບກ່ຽວໄດ້ຕະຫຼອດປີ ເອີ້ນວ່າມີຜົນຜະລິດຂາຍໄດ້ທຸກມື້.

ການປູກພືດວິທີນີ້ ນອກຈາກມີເງິນໝູນຈາກຜົນຜະລິດຕະຫຼອດ 365ວັນ ແລ້ວ ຍັງລົດຄວາມສ່ຽງໂລກ ແລະ ແມງໄມ້ໄດ້ເກືອບ 100% ໂດຍບໍ່ຕ້ອງເພິ່ງຢາຂ້າມແມງໄມ້ ຫຼື ສານເຄມີ.

ດ້ວຍຄວາມເປັນຄົນທີ່ບໍ່ຢຸດຄິດ ບໍ່ຢຸດເຮັດ ປະກອບກັບການປະຍຸກໃຊ້ຄວາມຮູ້ຈາກອິສະລາເອລ ຕາມແນວທາງກະກິກຳໃໝ່ຂອງເຈົ້າຊີວິດລາດຊະການທີ່9 ມື້ນີ້ ໜຸ່ມອີສານໄວເບັນຈະເພດໄດ້ກາຍມາເປັນເຈົ້າຂອງພືດຜັກອິນຊີເຖິງ 3ແບນ ສົ່ງຂາຍຕາມຫ້າງສັບພະສີນຄ້າຊັ້ນນຳທົ່ວປະເທດ. ໄດ້ພິສູດໃຫ້ເຫັນແລ້ວວ່າການເປັນຊາວກະສິກອນກໍ່ລວຍໄດ້, ພື້ນທີ່1ໄລ່ ຄິດເປັນເງິນ ທີ່ສ້າງລາຍໄດ້ປີລະ 6 ແສນກວ່າບາດ ( ປະມານ 200 ຮ້ອຍກວ່າລ້ານກີບ).

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນທີ່ສຸດມື້ນີ້! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 1 ຄົນ ເປັນເພດຊາຍ ແຮງງານຕ່າງປະເທດ
Next Post: ຄວນເອົາເປັນແບບຢ່າງສອງຜົວເມຍທີ່ລັກຂ້າມມາຈາກໄທແຕ່ບໍ່ໄດ້ຄິດລົບໜີ ຮີບຮ້ອນເຂົ້າແຈ້ງເຈົ້າໜ້າທີ່ທັນທີ ເພື່ອນຳຕົວໄປກັກກັນ ແລະ ກວດກາເຊື້ອຢູ່ສູນທີ່ທາງການກຳນົດ

Related Posts

ນໍ້ານອງຖ້ວມ ເຂດບ້ານໂນນສະຫວັນ (ມີຄລິບ) ຂ່າວສານບ້ານເມືອງ
ອຸຕຸເຕືອນ! ລະວັງຝົນຕົກ ລົມພັດແຮງ ໄລຍະ 7-10 ເມສາ ຂ່າວສານບ້ານເມືອງ
ໜາວແຮງຟີງໄຟໄປໂຮງຮຽນຍາມເຊົ້າເມືອງປາກແບງ ຂ່າວສານບ້ານເມືອງ
ປະຊາຊົນອຸດົມໄຊ ຕື່ນຕົວອອກມາຮັບວັກຊິນຮອບສອງ ເຂັມທີ 1 ຈຳນວນຫຼວງຫຼາຍ ຂ່າວສານບ້ານເມືອງ
ບ້ານດອນຂັນເທີງ ເມືອງສຸຂຸມມາ ຖ້ວມແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ສະຫຼະເວລາອ່ານ ປະຫວັດການເຄື່ອນໄຫວຜູ້ຕິດເຊື້ອ ໂ ຄ ວິ ດ ກໍລະນີ 59 ແລະ ກໍລະນີ 60 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme