Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນທີ່ສຸດມື້ນີ້! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 1 ຄົນ ເປັນເພດຊາຍ ແຮງງານຕ່າງປະເທດ

Posted on 13/03/202113/03/2021 By News No Comments on ດ່ວນທີ່ສຸດມື້ນີ້! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 1 ຄົນ ເປັນເພດຊາຍ ແຮງງານຕ່າງປະເທດ

ລາຍງານສະຖານະການ ໂ ຄ ວິ ດ ​ ປະຈຳວັນ​ທີ​ 13​ ມີນາ​ 2021​ ກວດພົບຜູ້ຕິດເຊື້ອໃໝ່ 1 ຄົນ, ເດີນທາງມາຈາກຕ່າງປະເທດ

ດ່ວນ ເຊົ້າວັນທີ 13 ມີນາ 2021 ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ລາຍງານວ່າຜົນກວດເຊື້ອຕົວຢ່າງ ໃນວັນທີ 12 ມີນາ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ຈຳນວນ 1 ຄົນ ອາຍຸ 53​ ປີ ສັນຊາດ ອິນໂດເນເຊຍ ເປັນນໍ້າເບີ 49.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ:  ການເຝົ້າລະວັງ ໂ ຄ ວິ ດ ຢູ່ ສປປ ລາວ ວັນທີ 12 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.391 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.803 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 34 ຄົນ;​ ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 375 ຄົນ; ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 179 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຊອກຫາຜູ້ຕິດເຊື້ອ ໂ ຄ ວິ ດ

ທ່ານກ່າວຕື່ມວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ;  ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ລາຍລະອຽດດັ່ງນີ້: ຜູ້ຕິດເຊື້ອນ້ຳເບີ 49​ ເພດຊາຍ,​ອາຍຸ 53​ ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ; ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.

ປະຫວັດຂອງຜູ້ກ່ຽວ: ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາ ໂ ຄ ວິ ດ ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ; ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ ແລະ ເດີນທາງມາຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍຖ້ຽວບິນ AK7554 ພ້ອມທັງ ໄດ້ເກັບຕົວຢ່າງຜູ້ກ່ຽວກວດຊອກຫາເຊື້ອ ໂ ຄ ວິ ດ. ໃນວັນທີ 12 ມີນາ 2021 ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອ ໂ ຄ ວິ ດ ຈຶ່ງໄດ້ນຳສົ່ງຜູ້ກ່ຽວ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 25 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ສຳລັບ ການຕິດຕາມຜູ້​ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ ໃນ​ຂອບ​ເຂດທົ່ວປະເທດປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ​ 3.750 ຄົນ, ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 121.483 ຕົວຢ່າງ, ກວດພົບເຊື້ອສະສົມ 48 ຄົນ.ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຜູ້ຕິດເຊື້ອ ພ ະ ຍ າ ດ ໂ ຄ ວິ ດ ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 7 ຄົນ (ນະຄອນຫຼວງ 4 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1​ ຄົນ), ທັງ 7 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ຂ່າວສານບ້ານເມືອງ

Post navigation

Previous Post: ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນ ພ ະ ບ າ ດ ໂ ຄ ວິ ດ
Next Post: ເຮັດສວນຜັກ 1 ໄລ່ ສ້າງລາຍໄດ້ກວ່າ 6 ແສນ ບາດ (ປະມານ 200 ກວ່າລ້ານ ກີບ) ຕໍ່ປີ

Related Posts

ລົງດາບ 7 ຮ້ານ! ລະເມີດຄໍາສັ່ງຮ້ານອາຫານກິນດື່ມຕິດພັນກັບການ ຄ້ າ ປ ະ ເ ວ ນີ ຂ່າວສານບ້ານເມືອງ
ກອງຮ້ອຍເອກະລາດ 154 (ເຄມີສາດ) ສາມາດຮັບປະກັນວຽກງານອົບຮົມຫັດແອບທະຫານໃໝ່ ຂ່າວສານບ້ານເມືອງ
ເອົາຫຍັງມາເຮັດໃຈ! ຜົວຍິ ງເມຍຕົນເອງ ແລະ ນ້ອງສາວເມຍ ເ ສ ຍ ຊີ ວິ ດ ຂ່າວສານບ້ານເມືອງ
ທ່ານ ວັນນະດາ ພົມມະສະຖິດ ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ຂ່າວສານບ້ານເມືອງ
ຕິດເຊື້ອເພີ່ມ454ຄົນມື້ນີ້ ຂ່າວສານບ້ານເມືອງ
ພົບເຫັນສິນຄ້າໝົດອາຍຸ ແລະບໍ່ຖຶກກົດໝາຍຢູ່ເມືອງຊຽງເງິນ ຫຼາຍກວ່າ 9 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme