Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

Posted on 12/03/202112/03/2021 By News No Comments on ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

ກອງປະຊຸມສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອຄື: ແຂວງຊຽງຂວາງ, ໄຊສົມບຸນ ແລະ ແຂວງຫົວພັນ ປະຈຳປີ 2020 ແລະ ຜ່ານທິດທາງແຜນການວຽກງານຈຸດສຸມ ປີ 2021 ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການຄະນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.

May be an image of 1 person and standing

ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຜ່ານບົດສະຫລຸບຕີລາຄາສະພາບການເຄື່ອນໄຫວ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງພັກ, ລັດຖະບານ ກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາກຳລັງປະກອບອາວຸດ ກຳລັງຫລວງ ແລະ ກຳລັງທ້ອງຖິ່ນ ໄດ້ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກ 3 ແຂວງ ແລະ ມະຕິກອງປະຊຸມວຽກງານ ປກຊ-ປກສ 3 ແຂວງ ປະຈຳປີ 2019 ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນງານຫລາຍດ້ານ ເປັນຕົ້ນ ພວກເຮົາສາມາດຮັກສາໄດ້ສະຖຽນລະພາບຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງຊີວິດການເປັນຢູ່ຂອງພະນັກງານ, ນັກຮົບກໍາ ລັງປກຊ-ປກສ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກຳລັງປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂື້ນເປັນກ້າວໆ.

ພ້ອມກັນນີ້, ຄະນະພັກ-ຄະນະບັນຊາແຕ່ສູນກາງຮອດທ້ອງຖິ່ນ ຍັງໄດ້ສຸມໃສ່ຊີ້ນໍາຢ່າງໃກ້ຊິດຕໍ່ວຽກງານດັ່ງກ່າວ ຢູ່ 3 ແຂວງນີ້ ຢ່າງແຂງແຮງ, ເປັນຂະບວນຟົດຟື້ນ, ກວ້າງຂວາງຕໍ່ເນື່ອງ. ສັງລວມແລ້ວການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ສໍາເລັດດ້ວຍໝາກຜົນສູງ.

May be an image of 4 people, people standing and indoor

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ. ພ້ອມ ກັນນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກວາງອອກ, ປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນປ້ອງຮອບດ້ານ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ພ້ອມຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ ສ້າງໃຫ້ໄດ້ 3 ແຂວງ ມີຄວາມສະຫງົບຜາສຸກ ແລະ ເຂັ້ມແຂງໃນທຸກດ້ານ, ສືບຕໍ່ຕັ້ງໜ້າຜັນຂະຫຍາຍທິດທາງແຜນການວຽກງານຈຸດສຸມໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວສານບ້ານເມືອງ

Post navigation

Previous Post: ເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້
Next Post: ກຸ່ມສ່ຽງເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ຮັບການສັກວັກຊີນປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ໄລຍະທີ I

Related Posts

ຫຼາຍແທ້ໆ ສອງສາວຂົນຢາເສບຕິດ ເຕັມກະບະສອງຄັນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 267ຄົນ ຂ່າວສານບ້ານເມືອງ
ອາສາກູ້ໄພ 1624 ເລັ່ງຄົ້ນຫາ ຄົນຈົມນໍ້າສູນຫາຍ ທີ່ບ້ານເວີນຄໍາ ຂ່າວສານບ້ານເມືອງ
ຫຼວງພະບາງປິ່ນປົວຜູ້ຕິດເຊື້ອໂຄວິດ ຫາຍດີແລ້ວ 6 ຄົນ ຂ່າວສານບ້ານເມືອງ
ຄໍາມ່ວນ ເກີດການລະບາດພະຍາດຜິວໜັງອັກເສບ ຕິດຕໍ່ງົວ-ຄວາຍ ໃນທົ່ວແຂວງ ຂ່າວສານບ້ານເມືອງ
ອາເມຣິກາ ມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ກາຍ 80,000 ຄົນແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme