Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້

Posted on 11/03/202111/03/2021 By News No Comments on ເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້

ພິ​ທີເຊັນສັນຍາລະຫວ່າງ ກົມຂົວ​ທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ຮ່ວມ ທັງລ໋ອງຈ່ອຍສະໂຕກ ກໍໂປເຣຊັນ ແລະ ບໍລິສັດ ສຸພາພອນ ກໍ່ສ້າງ, ສຳຫຼວດ-ອອກແບບ ແລະ ຂົວ ທາງ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 11 ມີນານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ, ຮ່ວມລົງ ນາມລະຫວ່າງ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທ່ານ ສຸກສະໝອນ ດານຸວົງ ​ຫົວ​ໜ້າ ບໍລິສັດ ສຸພາພອນ ກໍ່ສ້າງ, ສຳຫຼວດ-ອອກແບບ ແລະ ຂົວທາງ ຈຳກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

May be an image of 16 people, people standing and people sitting

ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ (ໄລ​ຍະສັນຍາ 1) ກິໂລແມັດ (ກມ) 71 ຫາ ກມ 111 ມີ ຄວາມຍາວ 40 ກມ ແມ່ນນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ ກມ 71 (ແຂວງບໍລິຄໍາໄຊ) ຫາ ກມ 346 (ແຂວງຄໍາມ່ວນ) ມີຄວາມຍາວທັງໝົດ 275 ກມ, ຊຶ່ງໃດ້ແບ່ງອອກເປັນ 4 ໄລ​ຍະສັນຍາ, ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກສາມສະຖາ ບັນຄື: ທະນາຄານໂລກ (WB), ທະນາຄານລົງທຶນເອີຣົບ (EIB), ທະນາຄານການລົງທຶນໂຄງລ່າງ ພື້ນຖານອາຊີ (AIB) ແລະ ງົບປະມານຈາກກອງທຶນທາງ ລວມທັງໝົດ 157,5 ລ້ານໂດລາ, ໃນນີ້ຄ່າ ກໍ່ສ້າງ ແລະ ປັບປຸງເສັ້ນ ທາງ 275 ກມ ຈໍານວນ 125 ລ້ານໂດລາ, ຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ 1,7 ລ້ານໂດລາ, ຄ່າວ່າຈ້າງທີ່ປຶກສາ 5 ລ້ານໂດລາ ແລະ ຄ່າບູລະນະຮັກສາ 25,8 ລ້ານໂດລາ, ໄລຍະປະຕິບັດໂຄງການແມ່ນ 10 ປີ ແຕ່ປີ 2021-2031, ໃນນີ້ ໄລຍະກໍ່ສ້າງ 2-3 ປີ ແລະ ບູລະນະຮັກສາ 7-8 ປີ.

ໂຄງການນີ້ຈຸດປະສົງ ເພື່ອປັບປຸງ ແລະ ຍົກລະດັບຕອນທາງດັ່ງກ່າວໃຫ້ສາມາດຮັບນ້ຳໜັກ ບັນທຸກ ໄດ້ 11 ໂຕນ/ເພົາ ໂດຍການຍົກລະດັບໂຄງສ້າງຂອງທາງໄລ​ຍະທີ່ຕໍ່​າທີ່ມີນໍ້າຖ້ວມໃນໄລຍະ ຜ່ານມາ, ຂະຫຍາຍໜ້າທາງເກົ່າໃຫ້ກວ້າງອອກຕື່ມ, ເສີມຄວາມແຂງແກ່ນ ໂດຍການເສີມຊັ້ນພື້ນທາງອີກ 10-20 ຊມ ແລະ ປູທັບໜ້າທາງດ້ວຍຢາງຂົວ, ສໍາລັບໄລຍະສັນຍາ 1 ແມ່ນເລີ່ມແຕ່ ກມ 71 ຫາ ກມ 111, ລວງຍາວ 40 ກມ, ແມ່ນນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກ ເພື່ອປັບປຸງຍົກລະດັບຈຸດນ້ຳຖ້ວມ ແລະ ຂະຫຍາຍໜ້າທາງເກົ່າ ຈາກ 9 ແມັດ ເປັນ 12 ແມັດ, ມີ 2 ຊ່ອງທາງຈາລະຈອນ (2X3,5 ມ) ແລະ ບ່າທາງເບື້ອງລະ 2,5 ມ ພ້ອມທັງກໍ່ສ້າງຂົວໃໝ່ 2 ແຫ່ງ ແທນໃສ່ຈຸດເກົ່າ ລວງຍາວແຫ່ງລະປະ ມານ 25 ມ, ກ້ວາງ 12 ມ, ໂຄງສ້າງທາງ ແມ່ນໄດ້ອອກແບບເປັນໜ້າທາງແບບປູຢາງຂົ້ວ (ເບຕົງອັສ ຟານ)

ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ຄັດເລືອກເອົາບໍລິສັດຮັບເໝົາໂດຍການປະມູນສາກົນໃນ ຮູບແບບສັນຍາແບບມອບເໝົາ (Output–and Performances-Base Road ContractOPBRC) ຄື ຜູ້ຮັບເໝົາຈະເປັນຜູ້ດໍາເນີນການກໍ່ສ້າງສໍາເລັດພາຍໃນ 2 ປີ ແລະ ສືບຕໍ່ບູລະນະຮັກສາໄປ ຕື່ມອີກ 8 ປີ, ຈຶ່ງມອບໃຫ້ເຈົ້າຂອງໂຄງການ.

ມູນຄ່າຂອງສັນຍາຜ່ານການປະມູນ ສໍາລັບສັນຍານີ້ແມ່ນ 17,5 ລ້ານໂດລາ, ສ່ວນຮູບການຊໍາ ລະໃຫ້ແກ່ໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ແມ່ນໄລຍະດໍາເນີນການກໍ່ສ້າງ 2 ປີ, ມີມູນ ຄ່າປະມານ 14 ລ້ານໂດລາ ໂດຍແມ່ນທະນາຄານໂລກເປັນຜູ້ຊຳລະ, ໄລຍະທີ 2: ແມ່ນໄລຍະການນໍາ ໃຊ້ ແລະ ບູລະນະຮັກສາເສັ້ນທາງ 8 ປີ, ແບ່ງຈ່າຍເປັນງວດໆ ໂດຍນໍາໃຊ້ເງິນຈາກກອງທຶນທາງ (ຂອງ ລັດຖະບານລາວ) ຈໍານວນ 3,5 ລ້ານໂດລາ.

ຂ່າວ-ພາບ: ບຸນ​ອູ້ມ

ຂ່າວສານບ້ານເມືອງ

Post navigation

Previous Post: ລາວ ເລັ່ງສັກຢາວັກຊີນ ປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ຮອບທຳອິດ ແກ່ກຸ່ມທີ່ມີຄວາມສ່ຽງ
Next Post: ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

Related Posts

ພົບເຫັນສິນຄ້າໝົດອາຍຸ ແລະບໍ່ຖຶກກົດໝາຍຢູ່ເມືອງຊຽງເງິນ ຫຼາຍກວ່າ 9 ລ້ານກີບ ຂ່າວສານບ້ານເມືອງ
ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ແຂວງອຸດົມໄຊ ແຈ້ງການ ສັ່ງໃຫ້ເລື່ອນ ຫຼື ຢຸດຕິກິດຈະກໍາ ງານບຸນຕ່າງໆ ຊົ່ວຄາວ ປ້ອງກັນ COVID-19 ຂ່າວສານບ້ານເມືອງ
ຊົມເຊີຍ! 8 ນ້ອງນັກຮຽນ, ຈາກ ໂຮງຮຽນ ມສ ວຽງຈັນ ໄດ້ຮັບທຶນໄປສຶກສາ ແລະ ແລກປ່ຽນວັດທະນະທຳ ທີ່ ຍີ່ປຸ່ນ ແລະ ຝຣັ່ງເສດ ຂ່າວສານບ້ານເມືອງ
ສຶກສາອົບຮົມເປົ້າໝາຍ ເ ສ ບ ຢ າ ເ ສ ບ ຕິ ດ 26 ຄົນ ຂ່າວສານບ້ານເມືອງ
ຈຳປາສັກອອກແຈ້ງ! ການມາດຕະການສະກັດກັ້ນປ້ອງກັນ ແລະ ຄວບຄຸມການລະບາດໂ ຄ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme