Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ວິທີຮັບມືກັບຜົມລົ່ນໃນຊ່ວງຕັ້ງຄັນ ແລະ ຫຼັງເກີດລູກ.

Posted on 10/03/202110/03/2021 By Stories No Comments on ວິທີຮັບມືກັບຜົມລົ່ນໃນຊ່ວງຕັ້ງຄັນ ແລະ ຫຼັງເກີດລູກ.

ຄົນທ້ອງຜົມລົ່ນ ແກ້ໄຂແບບໃດ ວິທີຮັບມືກັບຜົມລົ່ນໃນຊ່ວງຕັ້ງຄັນ ແລະ ຫຼັງເກີດລູກ.

ໃນການຊ່ວງຕັ້ງຄັນ ນອກຈາກອາການແພ້ທ້ອງແລ້ວ ແມ່ໆ ມີໂອກາດຈະໄດ້ຮັບຜົນກະທົບຂ້າງຄຽງຫຼາຍຢ່າງຈາກການຕັ້ງຄັນ ຕັ້ງແຕ່ ສິວຂຶ້ນ, ຕຸ້ຍຂຶ້ນ, ນ້ຳໜັກເພີ່ມ ບັນຫາໂລກຊືມເສົ້າ ຜົມລົ່ນ ເປັນຕົ້ນ ມື້ນີ້ເຮົາມີວິທີຮັບມື ແລະ ວິທີເບິ່ງແຍງເສັ້ນຜົມຂອງແມ່ ບໍ່ໃຫ້ລົ່ນຫຼາຍ ໃນຊ່ວງເວລາຕັ້ງຄັນ.

ເປັນຫຍັງຄົນທ້ອງຈຶ່ງຜົມລົ່ນ:

ບັນຫາກວນໃຈສຳລັບແມ່ທ້ອງ ຊ່ວງຕັ້ງຄັນ ແລະ ຫຼັງເກີດ ນັ້ນມີຫຼາຍຫຼາຍ ທັງເລື່ອງອາລົມ ແລະ ການປ່ຽນແປງຂອງຮ່າງກາຍ ຄືດັ່ງທີ່ກ່າວໄວ້ຂ້າງເທິງແລ້ວ ເຊື່ອວ່າຫຼາຍຄົນ ລຳຄານກັບອາການຜົມລົ່ນ ບາງຄົນລົ່ນພຽງເລັກນ້ອຍ ແຕ່ສຳລັບແມ່ບາງຄົນ ລົ່ນອອກມາຫຼາຍເປັນຈຸກກໍມີ ເຊິ່ງບັນຫານີ້ກໍສ້າງຄວາມກັງວົນໃຫ້ແມ່ໆພໍສົມຄວນ. ໂດຍສາເຫດຫຼັກທີ່ເຮັດໃຫ້ຜົມລົ່ນຫຼາຍຫຼັງເກີດນັ້ນອາດມາຈາກອິດທິພົນການປ່ຽນແປງຂອງຮໍໂມນ ໃນລະຫວ່າງການຕັ້ງຄັນ ແມ່ທ້ອງຈະມີປະລິມານຮໍໂມນ ເອສໂຕເຈນ ທີ່ສູງ ໃນຊ່ວງຕັ້ງຄັນເບິ່ງຄືວ່າຈະມີຜົມດົກໜາ ແລະ ສວຍງາມເປັນພິເສດ ຈົນກະທັ້ງເກີດລູກ ລະດັບຮໍໂມນ ເອສໂຕເຈນ ຈະຄ່ອຍໆລົດລົງຈົນຕ່ຳສຸດ ປະມານ 3-6ເດືອນ ຫຼັງເກີດ ເຮັດໃຫ້ຊ່ວງຫຼັງເກີດແມ່ຈະຜົມລົ່ນຫຼາຍຈົນຜິດປົກກະຕິ ເມື່ອທຽບກັບຊ່ວງຕັ້ງຄັນ ແຕ່ຈະບໍ່ຫຼາຍໄປກວ່າຊ່ວງກ່ອນທ້ອງ. ນອກຈາກຮໍໂມນເປັນຕົ້ນເຫດແລ້ວ ແມ່ບາງຄົນມີພາວະໂພຊະນາການບໍ່ດີ ຄື ຮັບປະທານອາຫານທີ່ບໍ່ດີ ເມື່ອເກີດລູກກໍຈະເຮັດໃຫ້ຮ່າງກາຍຊຸດໂຊມລົງ ໂດຍຊະເພາະແມ່ທີ່ບໍ່ໄດ້ກິນອາຫານບຳລຸງທີ່ມີປະໂຫຍດ ເພາະອາດຈະມີຄວາມເຊື່ອຜິດໆ ວ່າກິນອາຫານຫຼາກຫຼາຍຈະເຮັດໃຫ້ອາຫານເປັນຜິດ ຫຼື ແພ້ກຳ ກິນໄດ້ແຕ່ ເຂົ້າຕົ້ມກັບເກືອຄືຄົນເຖົ້າແກ່ເຄີຍເຮັດ ແລະ ຕ້ອງມາເໝື່ອຍກັບການລ້ຽງລູກອີກ ກໍອາດເຮັດໃຫ້ຮ່າງກາຍເກີດພາວະຄຽດຫຼາຍ ຈົນເຮັດໃຫ້ຜົມລົ່ນຜິດປົກກະຕິ.

ແຕ່ບໍ່ຕ້ອງກັງວົນເກີນໄປ ຜົມລົ່ນຫຼັງເກີດລູກເປັນບັນຫາຂອງແມ່ໆສ່ວນໃຫຍ່ ຖືວ່າເປັນເລື່ອງປົກກະຕິໂດຍທຳມະຊາດ ເຊິ່ງບັນຫານີ້ຈະໝົດໄປພາຍໃນເວລາ 6ເດືອນ ຫຼື ຍາວນານເຖິງ 1ປີ ເນື່ອງຈາກວ່າ ລະຫວ່າງການຕັ້ງຄັນ ຮໍໂມນແອນໂດຣເຈນ ແລະ ຮໍໂມນ ເອສໂຕເຈນ ຈະເພີ່ມຂຶ້ນສູງ ເຮັດໃຫ້ຊ່ວງຖືພາ ແມ່ມີຜົມເງົາງາມ ແຕ່ເມື່ອເກີດລູກແລ້ວ ຮໍໂມນທີ່ວ່ານັ້ນກໍຈະລົດລົງ.

ບັນຫາຜົມລົ່ນແມ່ທ້ອງແກ້ແນວໃດ ເບິ່ງແຍງຜົມແບບໃດ?

1 ສິ່ງທີ່ຄວນເຮັດທຳອິດຄືການກິນອາຫານທີ່ມີທາດເຫຼັກສູງໃຫ້ຫຼາຍ ເຊັ່ນ: ຕັບ, ຜົກບົ້ງ, ຜັກຫົມ, ໝາກອຶ, ແລະ ເລືອກກິນອາຫານທີ່ມີໂອເມກ້າສູງຊ່ວຍໃນການບຳລຸງເສັ້ນຜົມເຊັ່ນ: ເນື້ອປາ, ໄຂ່ໄກ່, ຖົ່ວອາມອນ ເພື່ອຊ່ວຍເພີ່ມການສ້າງເມັດເລືອດ ເພີ່ມການໄຫຼວຽນຂອງເລືອດໃຫ້ໄປລ້ຽງສ່ວນຕ່າງໆຂອງຮ່າງກາຍ ລົມທັງເສັ້ນຜົມ ແລະ ໜັງຫົວ ຜົມກໍຈະລົ່ນໜ້ອຍລົງ.

2 ຢ່າສະຜົມຫຼາຍ ເພາະຈະເຮັດໃຫ້ຜົມມັນຫຼາຍຂຶ້ນ ຜົມລົ່ນງ່າຍຂຶ້ນ

3 ເລືອກໃຊ້ຢາສະຜົມ ແລະ ຄີມນວດ ທີ່ເບິ່ງແຍງເສັ້ນຜົມທີ່ສະກັດຈາກທຳມະຊາດ ອ່ອນໂຍນຕໍ່ເສັ້ນຜົມ ແລະ ໜັງຫົວ.

4 ງົດການ ດັດ ຢືດ ຍ້ອມສີຜົມ ເກົ້າ ຫຼື ມັດຜົມຕຶງເກີນໄປ.

5 ໃຊ້ຫວີຫ່າງໃນການຫວີ ຢ່າຫວີຜົມແຮງ

6 ຖ້າຮູ້ສຶກວ່າຜົມແຫ້ງແຕກປາຍຫຼາຍ ໝັ່ນເລັມປາຍຜົມຖິ້ມ ແລະໃຊ້ນ້ຳມັນໝາກພ້າວ ນ້ຳມັນໝາກກອກ ຫຼື ນ້ຳມັນອາມອນອຸ່ນໃຫ້ຮ້ອນ ນວດເບົາໆເທິງໜັງຫົວ ແລະ ເສັ້ນຜົມຖິ້ມໄວ້ຈັກໜ່ອຍ ແລ້ວລ້າງອອກ ເພື່ອກະຕຸ້ນໃຫ້ເລືອດໄຫຼວຽນບໍລິເວນຫົວໄດ້ສະດວກຂຶ້ນ ເຮັດໃຫ້ໜັງຫົວແຂງແຮງ ຮາກຜົມແຂງແຮງ ແລະສຸຂະພາບດີຂຶ້ນອີກດ້ວຍ.

7 ໃຊ້ຜະລິດຕະພັນວໍລຸມໃຫ້ຜົມເບົາບາງເບິ່ງຄືດົກໜາ.

ຂ່າວສານບ້ານເມືອງ

Post navigation

Previous Post: ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ
Next Post: ທໍາລາຍສິນຄ້າ ຫ້ າ ມ ນໍ າ ເຂົ້າ 700 ກວ່າກິໂລກຣາມ

Related Posts

ຄຳສັ່ງດ່ວນທີ່ສຸດ! ບໍ່ແກ້ວ ໂຈະການຮຽນ-ການສອນໂຮງຮຽນແຫ່ງຕ່າງໆທາງພາກລັດ ແລະ ເອກະຊົນ ຂ່າວສານບ້ານເມືອງ
ດ່ວນ! ແຈ້ງການປັບຂຶ້ນລາຄານໍ້າມັນ ເລີ່ມມື້ອື່ນເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 676ຄົນ ຂ່າວສານບ້ານເມືອງ
ຄຳສັ່ງເພີ່ມເຕີມຈາກຄະນະສະເພາະກິດຂັ້ນແຂວງ ໃນການສະກັດກັ້ນ ປ້ອງກັນການລະບາດພະຍາດໂຄວິດ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ກຽມຮັບມື 11-14 ມີນາ ພາຍຸຈະເຂົ້າ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ຂ່າວສານບ້ານເມືອງ
ສະຖານທູດລາວ ປະຈຳ ສ.ເກົາຫຼີ ແຈ້ງເຖິງນັກສຶກສາ, ຄອບຄົວ ແລະ ຜູ້ອອກແຮງງານຊາວລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme