Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ

Posted on 10/03/202110/03/2021 By Stories No Comments on ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ

ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ

1 ຢ່າລືມເອົາຈິດໄປພັກຜ່ອນ

ຫຼາຍຄົນເມື່ອບຳນານແລ້ວ ມັກໃຊ້ເວລາຫາຄວາມສຸກທາງກາຍ ພາກາຍໄປທ່ຽວ ໄປພັກຜ່ອນສູດອາກາດ ໄປກິນອາຫານດີໆ ແຕ່ກັບເບິ່ງຂ້າມບໍ່ຄິດເອົາຈິດໄປພັກຜ່ອນ ທັ້ງທີ່ ຮ່າງກາຍກັບຈິດນັ້ນ ສຳພັນ ແລະ ມີອິດທິພົນຕໍ່ກັນ ຖ້າເຮົາມີໂອກາດໄດ້ມີໄລຍະເວລາໃນການຜັກຜ່ອນດົນໆ ຄວນຖືໂອກາດເອົາຈິດໄປຜັກຜ່ອນດ້ວຍການບວດ ກໍຈະເຮັດໃຫ້ຈິດເຮົາສະຫງົບ ຜ່ອນຄາຍ ໄປພ້ອມຮ່າງກາຍກໍໄດ້ພັກຜ່ອນບໍວຸ້ນວາຍໃນທາງໂລກ ກໍເຮັດໃຫ້ເຮົາມີຄວາມສຸກໄດ້.

2 ໃຊ້ຊິວິດຢ່າງມີສະຕິ

ເຊັ່ນ: ມີສະຕິໃນການກິນ ແທນທີ່ຈະກິນຕາມໃຈປາກ ສະໜອງຄວາມຢາກຂອງຕົວເອງ ແລ້ວຕ້ອງມາໃຫ້ແພດໝໍຈ່າຍຢາລົດໄຂມັນ ລົດນ້ຳຕານ ເປັນຫຍັງເຮົາບໍ່ລອງປ່ຽນມາລົດ ປາກ ຂອງຕົນເອງ ດ້ວຍການໃຊ້ສະຕິພິຈາລະນາຢ່າງມີເຫດຜົນທຸກຄັ້ງກ່ອນຈະກິນ.

3 ເຝິກການໃຫ້ໂດຍຫັວງຜົນຕອບແທນ

ບຳນານແລ້ວຢ່າເອົາແຕ່ຢູ່ບ້ານລ້າໆ ແຕ່ໃຫ້ພະຍາຍາມຫາເລື່ອງຊ່ວຍຄົນອື່ນ ເທົ່າທີ່ຮ່າງກາຍຂອງເຮົາຈະເຮັດໄດ້ ຮັກສາຮ່າງກາຍໃຫ້ແຂງແຮງ ເພຶ່ອເຮັດປະໂຫຍດໃຫ້ແກ່ຜູ້ອື່ນໂດຍບໍ່ຫວັງສິ່ງຕອບແທນ ໃຫ້ຫຍັງກໍໄດ້ ບໍ່ຈຳເປັນຕ້ອງເປັນ ເງິນທອງ ຫຼື ສິ່ງຂອງເທົ່ານັ້ນ ໃຫ້ຄວາມຮູ້, ໃຫ້ຄຳແນະນຳ, ໃຫ້ຮອຍຍິ້ມທີ່ເປັນມິດ ໃຫ້ແລ້ວສະບາຍໃຈ ນັ້ນຄືຄວາມສຸກທີ່ແທ້ຈິງ.

4 ເຝິກລະນຶກເຖິງ ການມໍລະນະ

ທຸກຄົນລ້ວຍແຕ່ຕ້ອງຕາຍ ບໍ່ວ່າໃຜກໍຕາມຕ້ອງພົບກັບຄວາມຕາຍເທົ່າທຽມກັນໝົດທຸກຄົນ ເມື່ອເບິ່ງເຫັນຄວາມຍຕາຍເປັນເລື່ອງທຳມະດາ ຈະເຮັດໃຫ້ເຮົານິ່ງກັບຄວາມຕາຍຫຼາຍຂຶ້ນ.

5 ຢູ່ຢ່າງສະຫງ່າ ຕາຍຢ່າງສະຫງົບ

ຕອນມີຊີວິດຢູ່ ຕ້ອງມີຄວາມສະຫງ່າງາມໃນຕົວເອງ ທຸກຢ່າງຕ້ອງຊ່ວຍເຫຼືອຕົວເອງໄດ້ ໃຜເຫັນກໍໃຫ້ຄວາມເຄົາລົບນັບຖື ແລະ ເມື່ອເຖິງເວລາຕາຍ ກໍຕາຍຢ່າງສະຫງົບ ບໍ່ຕ້ອງຍ້ານຄວາມຕາຍ ຈະຍິ່ງໃຫຍ່ເທົ່າໃດ ເມື່ອຕາຍແລ້ວ ກຽດຕິຍົດ ເງິນທອງທີ່ສະສົມໄວ້ເທົ່າໃດກໍຕອງສົ່ງຄືນໝົດ ສິ່ງດຽວທີ່ເຫຼືອໄວ້ຄືຄວາມເປັນຕົວຕົນຂອງເຮົາ ຖ້າປະກອບກັບຄຸນງາມຄວາມດີໄວ້ ຄົນກໍຍັງລະນຶກເຖິງ ແຕ່ຖ້າປະກອບຄວາມຊົ່ວໄວ້ຫຼາຍ ຄົນກໍຍັງປ້ອຍດ່າຈົນເຖິງລູກຫຼານ.

6 ລ່າເລິງ ລື່ນເລິງ ຄຶກຄື້ນ

ເພາະຈິດເປັນເລື່ອງສຳຄັນ ຕ້ອງມີອາລົມຫົວຕະຫຼອດເວລາ ເບິ່ງເຫັນທຸກຢ່າງເປັນເລື່ອງມ່ວນຊື່ນ ຈຶ່ງສາມາດເຮັດວຽກໄດ້ສຳເລັດຢ່າງໄວ ແລະ ມີປະສິດທິພາບ ເມື່ອເຮົາມີຄວາມລ່າເລີງ ຍິ້ມແຍ້ມແຈ່ມໃສ ບັນຍາກາດຮອບຕົວ ຄົນອ້ອມຂ້າງທີ່ຢູ່ກັບເຮົາກໍມີຄວາມສຸກບໍ່ຄຽດ.

7 ບໍ່ໃຈຮ້າຍ

ທຸກຄັ້ງທີ່ໃຈຮ້າຍ ມັກຈະເກີດຄວາມເສຍຫາຍ ຫາກຄຸມອາລົມບໍ່ຢູ່ໃນທຸກເລື່ອງຍາມໃດກໍຕາມທີ່ມີເລື່ອງມາກະທົບໃຈ ແຕ່ລອງຄິດປ່ຽນອາລົມ ເບິ່ງໃຫ້ເຫັນເປັນເລື່ອງມ່ວນຊື່ນ ຫຼືວ່າເປັນເລື່ອງທົດສອບຈິດໃຈເທົ່ານີ້ທຸກຢ່າງກໍຈົບດ້ວຍດີ.

8 ດຳເນີນຊີວິດຢູ່ໃນຄວາມດີ ແລະຖືກຕ້ອງສະເໝີ

ໂດຍຢຶດຫຼັກທຳມະທີ່ຕ້ອງມີທັງສອງຢ່າງຄື ທັງຄວາມດີ ແລະ ຄວາມຖືກຕ້ອງ ເພາະບາງຢ່າງ ຖ້າດີ ແຕ່ບໍ່ຖືກຕ້ອງ ບາງຢ່າງຖືກຕ້ອງແຕ່ບໍ່ດີ ການກະທຳຂອງເຮົາຈະຕ້ອງຖືກກວດສອບຢູ່ຕະຫຼອດເວລາ ຈະເປັນທຳຫຼືບໍ່ ນັ້ນຄື ດີ ແລະ ຖືກຕ້ອງຫຼືບໍ່ດ້ວຍສະເໝີ.

9 ຮັກສາກາຍ ແລະ ຈິດໃຈໃຫ້ດີ

ຜູ້ສູງອາຍຸຕ້ອງຮັກສາກາຍ ແລະ ຈິດໃຈໃຫ້ດີ ເພາະເງິນທອງຈຳນວນຫຼາຍບໍ່ມີປະໂຫຍດ ຂໍໃຫ້ແຕ່ພໍພຽງຕໍ່ຊີວິດຄວາມເປັນຢູ່ແຕ່ລະວັນກໍພໍ ທີ່ເຫຼືອເປັນສ່ວນເກີນທີ່ເຮົາບໍ່ໄດ້ໃຊ້ ເລື່ອງຈິດມີຄວາມສຳຄັນ ຈິດຕ້ອງປອດໂປ່ງ ຢ່າໄປຂຸ້ນມົວໂດຍທີ່ໄຮ້ປະໂຫຍດ ໃຫ້ຄິດໄວ້ວ່າ ເວລາຢູ່ໃນໂລກນີ້ເຫຼືອສັ້ນແລ້ວ ດັ່ງນັ້ນຢ່າເສຍເວລາເປັນທຸກແຕ່ໃຫ້ Enjoy last minute (ມີຄວາມສຸກນາທີສຸດທ້າຍ).

10 ຢ່າຢຸດເຮັດວຽກ

ບຳນານແລ້ວ ຢ່າເອົາແຕ່ ນັ່ງໆນອນໆ  ເພາະວ່າເມື່ອໃດທີ່ເຮົາຢຸດເຮັດວຽກ ຮ່າງກາຍຂອງເຮົາກໍຈະຢຸດຕາມລົງໄປ ຄືກັບລົດທີ່ຈອດຖິ້ມໄວ້ລ້າໆ ຈະສະຕາດບໍ່ຄ່ອຍຕິດ.

11 ໃຊ້ຊີວິດໂດຍຮັກສາຄວາມເປັນທໍາເອົາໄວ້

ຢ່າຢຶດຕິດກັບກຽດຕິຍົດສັກສີ ແຕ່ໃຊ້ຊີວິດຢູ່ຢ່າງຄົນທຳມະດາ ຮຽບງ່າຍ ເພາະວ່າຈະຍິ່ງໃຫຍ່ມາຈາກໃສກໍຕາມ ເມື່ອກະສຽນບຳນານແລ້ວ ທຸກຢ່າງທີ່ສູງສຸດຄືນສູ່ສາມັນ.

12 ໃຫ້ຢືດຄຳວ່າ ປະໂຫຍດສຸກ ເປັນເປົ້າໝາຍຂອງຊີວິດ

ແມ່ນຫຍັງທີ່ບໍ່ມີປະໂຫຍດກໍຢ່າເຮັດ ຢ່າຄິດເຮັດ ໃຫ້ເຮັດແຕ່ສິ່ງທີ່ມີປະໂຫຍດ ຜົນສຸດທ້າຍສິ່ງທີ່ໄດ້ຮັບກໍຄືຄວາມສຸກ.

ບົດຄວາມຈາກ: ດຣ ສຸເມດ ຕັນຕິເວດສະກຸນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 01 ຄົນ
Next Post: ວິທີຮັບມືກັບຜົມລົ່ນໃນຊ່ວງຕັ້ງຄັນ ແລະ ຫຼັງເກີດລູກ.

Related Posts

ແຈ້ງຄົນຫາຍ ທ້າວ ກົງຄຳໄຫວ ສໍຍະວົງ ບໍ່ເຫັນແຕ່ມື້ເຂົ້າພັນສາ ຂ່າວສານບ້ານເມືອງ
ພົບຜູ່ຕິດເຊື້ອໂຄວິດ-19 ອີກສອງຄົນທີ່ເດີນທາງມາແຕ່ຕ່າງປະເທດ ຂ່າວສານບ້ານເມືອງ
ລາວ ກູ້ຢືມເງິນ ໄທ 1,38 ຕື້ກວ່າບາດ ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ V ຂ່າວສານບ້ານເມືອງ
ແຈ້ງການ ປ່ອຍນໍ້າອອກເຂື່ອນນໍ້າຂອງ ໄຊຍະບູລີ ຂ່າວສານບ້ານເມືອງ
ພົບສົບຊາຍຕາຍໄຫຼນໍ້າມາຄ້າງທີ່ເຂດບ້ານໜອງຂອນ ເມືອງສອງຄອນ ຂ່າວສານບ້ານເມືອງ
ນໍ້າຫ້ວຍຫຼາເມືອງໄຊຍະບູລີນອງຖ້ວມຂົວຖືກຕັດຂາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme