Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 01 ຄົນ

Posted on 10/03/202110/03/2021 By News No Comments on ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 01 ຄົນ

ພະແນກສາທາລະນະສຸກແຂວງສະຫວັນນະເຂດ , ໃນນາມກອງເລຂາຄະນະສະເພາະກິດແຂວງ ຂໍລາຍງານທ່ານຊາບວ່າ: ໃນເວລາ 18:30 ຂອງວັນທີ 09 ມີນາ 2021 ຫ້ອງວິເຄາະ ໂຮງໜໍແຂວງໄດ້ລາຍງານການກວດຕົວຢ່າງຊອກເຊື້ອ ໂ ຄ ວິ ດ ຂອງແຮງງານທີ່ກັບມາຈາກປະເທດໄທ ມີທັງໜົດ ຈໍານວນ 171 ຕົວຢ່າງ ໃນນີ້ ໄດ້ກວດພົບເຊື້ອມີຜົນບວກ ຈໍານວນ 01 ໂດຍມີຂໍ້ມູນດັ່ງນີ້: ຄົນ

No description available.

ຊື່ ທ. ໄໝ ອາຍຸ 43ປີ ສັນຊາດລາວ, ອາຊີບຂາຍຜັກຕະຫຼາດສົດ ຢູ່ຈັງຫວັດປະທຸມທານີ ປະເທດໄທ. ຜູ້ກ່ຽວໄດ້ເດີນທາງເຂົ້າມາແຂວງສະຫວັນນະເຂດ ໄດ້ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ II ໃນວັນທີ 04 ມີນາ 2021, ໄດ້ຈັດສົ່ງໄປສູນກັກກັນຫຼັກ 4 ດ້ວຍລົດຂອງສູນ ໃນມື້ເດີນທາງເຂົ້າມາ ຜູ້ກ່ຽວບໍ່ມີອາການໄຂ້ ແລະ ບໍ່ມີ ອາການສະແດງທີ່ສົງໄສກ່ຽວກັບພະຍາດ ໂ ຄ ວິ ດ ໄດ້ເກັບຕົວຢ່າງໃນວັນທີ 07 ມີນາ, ໄດ້ກວດ ເຊື້ອຫ້ອງວິເຄາະ ໃນວັນທີ 09 ມີນາ ແລະ ຮູ້ຜົນກວດໃນເວລາ 18:30 ໂມງ

ຕໍ່ສະພາບການດັ່ງກ່າວ ທາງພະແນກສາທາລະນະສຸກແຂວງໄດ້ເອົາຕົວຜູ້ກ່ຽວກັກກັນໄວ້ທີ່ຫ້ອງປິ່ນປົວຢູ່ໂຮງໝໍແຂວງ, ທີມງານສອບສວນພະບາດໄດ້ລົງເອົາຂໍ້ມູນ ລະອຽດຂອງຜູ້ພົບເຊື້ອ ແລະ ກຸ່ມຜູ້ສໍາພັດໃກ້ຊິດ ຊຶ່ງລວມມີແຮງງງານໃນສູນ, ພະນັກງານເຈົ້າໜ້າທີ່ໃນສູນ, ຜູ້ຂາຍເຄື່ອງ ແລະ ເຈົ້າໜ້າທີ່ທຸກພາກສ່ວນໃນຕ່ານ ຈົ່ງເບື້ອງຕົ້ນລວມມີ 36 ຄົນ.​ ໃນນັ້ນ,​ ມີເຈົ້າໜ້າທີ່ພະນັກງານ ແລະ ແຮງງານໃນສູນ ທັງໝົດ 36 ຄົນ, ພວກກ່ຽວທັງໝົດແມ່ນໄດ້ຖືກເກັບ ແລະ ກວດຕົວຢ່າງຊອກເຊື້ອໃນວັນທີ 10 ມີນາ 2021 (ຊຶ່ງຈະຮູ້ຜົນໃນເວລາ 10 ໂມງ). ພ້ອມນີ້ໄດ້ເຂັ້ມ່ງວດປະຕິບັດມາດຕະການປ້ອງກັນການສົ່ງເຊື້ອພາຍໃນສູນກັກກັນ, ການຢູ່ຫ່າງກັນ, ການຕິດຕາມອາການປະຈໍາວັນຂອງແຕ່ລະຄົນ, ມາດຕະການຂ້າເຊື້ອໃນສູນ, ຫ້ອງພັກ, ຫ້ອງນ້ຳ ແລະ ອື່ນໆ, ບໍ່ອະນຸຍາດໃຫ້ຂາຍເຄື່ອງອຸປະໂພກ-ບໍລິໂພກໃນສູນ ແລະ ໄດ້ແນະນຳແພດໃຫ້ຄວາມຮູ້ແກ່ຜູ້ກັກກັນກ່ຽວກັບການປ້ອງກັນຕ່າງໆ. ສ່ວນຜູ້ຕິດເຊື້ອ ໃນປັດຈຸບັນຜູ້ກ່ຽວບໍ່ມີອາການສະແດງການເຈັບເປັນໃດໆ ຈຶ່ງໄດ້ກັກຕົວຕິດຕາມ, ປິ່ນປົວຕາມອາການທີ່ພົບ ແລະ ຈະໄດ້ກວດເຊື້ອໃນແຕ່ລະໄລຍະ. ປັດຈຸບັນແມ່ນກໍາລັງລໍຖ້າຕະນະສະເພາະກິດສູນກາງເປັນຜູ້ຖະແຫຼງການພົບເຊື້ອ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ2020
Next Post: ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ

Related Posts

ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແຂວງຜົ້ງສາລີ ຂ່າວສານບ້ານເມືອງ
ກັກຕົວຜູ້ຖືກຫາ 2ຄົນພ້ອມມ້າຈໍານວນຫຼາຍ ຂ່າວສານບ້ານເມືອງ
ມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ໄຟໄໝ້ ຮ້ານຂາຍເຄື່ອງກໍ່ສ້າງ ທີ່ບ້ານໂພນຕ້ອງສະຫວາດ ເສຍຫາຍໜັກ (ຊົມຄລິບ) ຂ່າວສານບ້ານເມືອງ
ກັກຕົວຍົກຄົວພ້ອມ ຂ ອ ງ ກ າ ງ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ນາຍົກ ລົງຕິດຕາມການເຝົ້າລະວັງ-ຄວບຄຸມ ການລະບາດຂອງພະຍາດ ໂຄວິດ-19 ທີ່ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme