ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ2020 ຈັດຂື້ນໃນຕອນເຊົ້າວັນທີ 10 ມີນາ 2021 ຢູ່ຫ້ອງປະຊຸມເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງມີຫົວຫນ້າກົມ, ຮອງກົມຈາກກະຊວງຕ່າງໆ ແລະ ຜູ້ຕາງຫນ້າຄະນະກໍາມະການຄຸ້ມຄອງໄພພິບັດຈາກ 18 ແຂວງໃນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາແພງ ໄຊສົມແພງ ມີຄໍາເຫັນໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ຈັດຂື້ນເພື່ອ ທົບທວນຄືນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນໄລຍະຜ່ານມາ ແລະ ວາງທິດທາງແຜນ ການໃນຕໍ່ຫນ້າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງໄພພິບັດຂອງລາວຖືກຈັດຕັ້ງປະຕິບັດມີຄວາມເປັນເອກະພາບກັນລະຫວ່າງສູນກາງ ແລະ ທ້ອງຖີ່ນ, ເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈທາງດ້ານວິຊາການ, ຊອກໃຫ້ເຫັນທາງອອກ, ມີວິທີການ ແລະ ມາດຕະການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການຄຸ້ມຄອງໄພພິບັດແນໃສ່ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງປະຕິບັດບັນດາເປົ້າໝາຍ,ແຜນວຽກຈຸດສຸມ, ຄາດໝາຍ ແລະ ຕົວຊີ້ບອກທາງດ້ານວຽກງານວິຊາສະເພາະຕາມທີ່ໄດ້ກຳນົດໄວ້ໃນທິດທາງແຜນການປີ 2021 ໃຫ້ບັນລຸຜົນສຳເລັດຕາມຄາດຫມາຍທີ່ວາງໄວ້.
ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ 2020. ໄດ້ພ້ອມກັນຮັບຟັງການສະເໜີບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ 2016ຫາ2020 ແລະ ທິດທາງແຜນການ 5 ປີ 2021 ຫາ 2025 ລວມທັງແຜນວຽກຈຸດສຸມການກຽມຄວາມພ້ອມຕອບໂຕ້ໄພພິບັດ ປີ 2021 ຊຶ່ງເປັນປີທຳອີດຂອງແຜນການ 5ປີ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງລວມທັງການສະເໜີແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຢູ່ຂັ້ນທ້ອງຖິ່ນ ເພື່ອສ້າງຄວາມຮັບຮູ້ເຂົ້້າໃຈຢ່າງກ້ວາງຂວາງ ມີຄວາມເປັນເອກະພາບກັນໃນການພັດທະນາວຽກງານຄຸ້ມຄອງໄພພິບັດ ວາງມາດຕະການຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂື້ນກວ່າເກົ່າ.
ຂ່າວ: ເດດອາລຸນ ແກ້ວວິໄລ