Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຫຼວງນໍ້າທາ ເປີດຂະບວນການສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1

Posted on 09/03/202109/03/2021 By News No Comments on ແຂວງຫຼວງນໍ້າທາ ເປີດຂະບວນການສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1

ວັນທີ 9 ມີນາ 2021 ຢູ່ທີ່ໂຮງໝໍແຂວງຫຼວງນໍ້າທາໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ເຂັມທໍາອິດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 , ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດ ໂ ຄ ວິ ດ ຂັ້ນແຂວງ , ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະສະເພາະກິດຂັ້ນແຂວງ,ພະນັກງານແພດໝໍ, ບຸກຄະລາກອນທີ່ມີຄວາມສ່ຽງ, ພະນັກງານທີ່ເຮັດວຽກຢູ່ດ່ານເຂົ້າ-ອອກປະເທດ,ພະນັກງານອໍານວຍຄວາມສະດວກຢູ່ຈຸດຈໍາກັດບໍລິເວນເຂົ້າຮ່ວມ.

May be an image of 2 people, people standing and text that says 'n Cellox'

ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ການສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ໄດ້ແບ່ງອອກເປັນ 3 ກຸ່ມເປົ້າໝາຍ ເຊີ່ງກຸ່ມທີ 1 ແມ່ນ ກຸ່ມບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນ ປ້ອງກັນພະຍາດ ໂ ຄ ວິ ດ ເຂັມທໍາອິດ ຄັ້ງນີ້ປະກອບມີ: ຄະນະນໍາຂອງແຂວງ, ເມືອງ, ພະນັກງານພະນັກງານແພດ-ໝໍ,ບັນດາຜູ້ໃຫ້ບໍລິການນັກທ່ອງທ່ຽວເຈົ້າຂອງເຮືອນ ພັກ,ໂຮງ ແຮມ,ຮ້ານອາຫານ,ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານດ່ານສາກົນຕ່າງໆ ກຸ່ມທີ 2 ແມ່ນພາກສ່ວນທີ່ຢູ່ໃນຂອບເຂດທີ່ມີຄວາມສຽ່ງໜ້ອຍ ແລະ ຈະເລີ່ມຈັດຕັ້ງປະຕິບັດສັກວັກຊິນໃນວັນທີ 15 ມີນາ ເປັນຕົ້ນໄປ ແລະ ພາກສ່ວນອື່ນໆຕາມລໍາດັບ ທີ່ຈະໄດ້ຮັບວັກຊິນ ໂ ຄ ວິ ດ , ເຊີ່ງວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງກ່ອນໝູ່ຄັ້ງນີ້ ເປັນວັກຊິນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຜະລິດໂດຍ ບໍລິສັດຊີໂນຟາມ ແລະ ປັດຈຸບັນລັດຖະບານລາວຍັງໄດ້ສືບຕໍ່ປະສານງານກັບອົງການສາກົນ ເພື່ອນຳວັກຊີນກັນພະຍາດ ໂ ຄ ວິ ດ ເຂົ້າມາຕື່ມອີກເພື່ອທີ່ຈະນໍາມາສັກໃຫ້ປະຊາລາວ ກຸ່ມຄົນອື່ນໆໃນຂັ້ນຕໍ່ໄປ.

May be an image of 7 people, people sitting and people standing

ແຂວງຫຼວງນໍ້າທາໄດ້ຮັບວັກຊີນກັນພະຍາດ ໂ ຄ ວິ ດ ທັງໝົດ 5.000 ໂດຼສ , ໃນນີ້ແບ່ງໃຫ້ໂຮງໝໍແຂວງ 1.500 ໂດຼສ, ເມືອງສີງ 1.000 ໂດຼສ, ເມືອງລອງ 700 ໂດຼສ, ເມືອງວຽງພູຄາ 500 ໂດຼສ, ເມືອງນາແລ 550 ໂດຼສ, ໂຮງໝໍເສນາຮັກ 250 ໂດຼສ ແລະ ແຮສາງແຂວງ 500 ໂດຼສ , ຫຼວງນໍ້າທາ ມີເປົ້າໝາຍເບື້ອງຕົ້ນໃນຂະບວນການສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ແຕ່ວັນທີ 9 – 13 ມີນາ ແລະຈະໄດ້ສືບສັກວັກຊີນໄລຍະຕໍ່ໆໄປຕື່ມອີກ. ໂອກາດນີ້ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດ ໂ ຄ ວິ ດ ຂັ້ນແຂວງ ກໍ່ເຂົ້າຮັບການສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ເປັນຜູ້ທໍາອິດຂອງແຂວງ ທັງນີ້ກໍ່ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານແພດໝໍ ທີ່ຈະສັກວັກຊິນໃນຂັ້ນຕໍ່ໄປຕື່ມອີກ.

May be an image of 3 people, people standing and outdoors

ຂ່າວ: ສົມພອນ ຂຸນດາວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ຄວາມ ເ ປັ ນ ມ າ ຂອງວັນ ໂ ສ ກ ນ າ ດ ຕ ະ ກໍ າ ຖໍ້າປິວ
Next Post: ຝຶກອົບຮົມ ໃຫ້ຄວາມຮູ້ພື້ນຖານໂພຊະນາການ ແມ່ ແລະ ເດັກ

Related Posts

ຂ່າວດີ! ສປປ ລາວ ບໍ່ພົບຜູ້ຕິດເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ຂ່າວສານບ້ານເມືອງ
ງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້ຕ້ອງມີຄວາມສະຫງົບ100% ຂ່າວສານບ້ານເມືອງ
ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1 ຂ່າວສານບ້ານເມືອງ
ຊົມເຊີຍ! ທຸກໆອຸໂມງຕາມເສັ້ນທາງໂຄງການລົດໄຟລາວ-ຈີນໄດ້ຊີເຈາະທະລຸສໍາເລັດຢ່າງຈົບງາມ ຂ່າວສານບ້ານເມືອງ
ປະກາດຊອກຫາແມ່ ນາງພູວຽງ ແກ້ວບຸດສະດີ ໄປໄທແຕ່ປີ 2002 ແລ້ວຂາດການຕິດຕໍ່ ຂ່າວສານບ້ານເມືອງ
ສປປ ລາວ ຍັງມີຜູ້ຕິດເຊື້ອພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme