Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນ! ກຽມຮັບມື 11-14 ມີນາ ພາຍຸຈະເຂົ້າ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມ

Posted on 09/03/202109/03/2021 By News No Comments on ອຸຕຸເຕືອນ! ກຽມຮັບມື 11-14 ມີນາ ພາຍຸຈະເຂົ້າ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມ

ອຸຕຸເຕືອນໃຫ້ເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ໄລຍະວັນທີ 11-14 ມີນານີ້ ເນື່ອງຈາກມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ.

May be an image of standing and outdoors

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0262/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 8 ມີນາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 8 – 14 ມີນາ 2021 ວ່າ: ໃນໄລຍະຕົ້ນ ຫາ ກາງອາທິດນີ້ ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍໃນເຂດພາກເໜືອ ແລະ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ, ສ່ວນພາກໃຕ້ອາກາດຮ້ອນ.

No photo description available.

ໃນໄລຍະກາງ ຫາ ທ້າຍອາທິດ ມວນອາກາດຮ້ອນຈະປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

No photo description available.

ພ້ອມດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເພື່ອເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ໃນໄລຍະວັນທີ 11-14 ມີນາ 2021 ນີ້ ເນື່ອງຈາກມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ.

No photo description available.

ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ, ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະນີ້ດ້ວຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງອັດຕະປື ເລີ່ມສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ໃຫ້ກຸ່ມທີ່ມີຄວາມສ່ຽງ
Next Post: ເຈົ້າແຂວງໄຊຍະບູລີ ລົງຕິດຕາມການກໍ່ສ້າງທາງເບຕົງບ້ານວັງປາ

Related Posts

ເມືອງເລົ່າງາມຈັດສົ່ງ ສາວໄທ ກັບຄືນປະເທດ ຫຼັງມາລັກຢູ່ກິນກັບໜຸ່ມລາວແບບບໍ່ຖືກຕ້ອງ ຂ່າວສານບ້ານເມືອງ
ສາວສູ້ຊີວິດຫາເຊົ້າກິນຄໍ່າມາດົນ! ຈົນມີມື້ນີ້ ມື້ທີ່ຖືກເລກລາງວັນທີ 1 ຮັບໄປເຕັມໆ 18 ລ້ານບາດ ຂ່າວສານບ້ານເມືອງ
ປະຫວັດຫຍໍ້ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຂ່າວສານບ້ານເມືອງ
ສາເຫດທີ່ນະຄອນຫຼວງວຽງຈັນ ຍອດຜູ້ຕິດເຊື້ອເພີ່ມສູງຂຶ້ນເລື້ອຍໆ ຂ່າວສານບ້ານເມືອງ
ເຕືອນໄພ ເຂດກ້ອງເຂື່ອນນໍ້າທາ 3 ຂ່າວສານບ້ານເມືອງ
ເຕືອນການເດີນທາງ ເສັ້ນທາງພູ 9 ຫລັກມີຝົນຕົກເຮັດໃຫ້ທາງມື່ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme