Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນ ໂ ຄ ວິ ດ ຮອບທີ 1 ໃຫ້ກຸ່ມສ່ຽງ

Posted on 09/03/202109/03/2021 By News No Comments on ແຂວງໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນ ໂ ຄ ວິ ດ ຮອບທີ 1 ໃຫ້ກຸ່ມສ່ຽງ

ໄຊຍະບູລີ ເປີດຂະບວນການສັກຢາວັກຊິນກັນພະຍາດ ໂ ຄ ວິ ດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 ເຊິ່ງໄດ້ຈັດຂຶ້ນຢູ່ທີ່ໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງໄຊຍະບູລີ ໃນວັນທີ 5 ມີນາ 2021 ນີ້, ເຊິ່ງນໍາພາໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ຈະໄດ້ດໍາເນີນການສັກຢາໃນຮອບທີ 1 ຈົນເຖິງ ວັນທີ 12 ມີນາ 2021 ນີ້

May be an image of 13 people, people standing and people sitting

ເປັນຕົ້ນ ການນໍາຂອງແຂວງ, ການນໍາຂອງເມືອງໄຊຍະບູລີ, ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ, ພະນັກງານສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍ, ຫ້ອງວ່າການແຂວງ, ກໍາມະບານແຂວງ, ຫ້ອງປະກັນສັງຄົມ, ພະແນກການຕ່າງປະເທດ, ໄອຍະການແຂວງ, ແນວລາວສ້າງຊາດ, ພະແນກພາຍໃນ, ພະລັງງານບໍ່ແຮ່, ພະນກ ຍທຂ, ພະແນກ ຖວທ, ຊາວໜຸ່ມແຂວງ, ສຶກສາແຂວງ, ພາສີ, ຈັດຕັ້ງ, ສານແຂວງ, ພະແນກ ຮສສ, ທະນາຄານພາຍໃນແຂວງ, ນໍ້າປະປາ, ໄຟຟ້າ, ອີທີແອວ, ລາວໂທລະຄົມ, ຢູນິເທວ, ສະຫະພັນແມ່ຍິງແຂວງ, ໄປສະນີ, ສະພາປະຊາຊົນແຂວງ, ທະຫານແຂວງ.

May be an image of 2 people, people sitting, people standing and indoor

ໃນຮອບທີ 1 ຈະສັກທັງໝົດ 9.900 ຫຼອດ ແລະ ຮອບທີ 2 ຈະສັກຕື່ມໃນວັນທີ 6 ເມສາ 2021 ຈໍານວນ 9.900 ໂດຼດ ລວມທັງໝົດທີ່ແຂວງໄຊຍະບູລີ ໄດ້ຮັບວັກຊິນກັນ ໂ ຄ ວິ ດ ທັງໝົດ 19.800 ຫຼອດ. ພ້ອມນີ້ຍັງໄດ້ແຈກຢາຍວັກຊິນໃຫ້ຈໍານວນເປົ້າໝາຍ 11 ເມືອງໃນທົ່ວແຂວງ ເຊັ່ນ: ເມືອງຄອບ 600 ຫຼອດ, ຊຽງຮ່ອນ 500 ຫຼອດ, ເມືອງເງິນ 600 ຫຼອດ, ຫົງສາ 700 ຫຼອດ, ໄຊສະຖານ 400 ຫຼອດ, ໄຊຍະບູລີ 500 ຫຼອດ, ເມືອງພຽງ 500 ຫຼອດ, ເມືອງປາກລາຍ 700 ຫຼອດ, ທົ່ງມີໄຊ 500 ຫຼອດ, ແກ່ນທ້າວ 700 ຫຼອດ, ເມືອງບໍ່ແຕນ 500 ຫຼອດ. ນອກນີ້ ຍັງມີພະແນກການອ້ອມຂ້າງແຂວງ 3.000 ຫຼອດ, ໂຮງໝໍແຂວງ 500 ຫຼອດ, ໂຮງໝໍທະຫານແຂວງ 100 ຫຼອດ ແລະ ໂຮງໝໍກອງພົນທີ II 100 ຫຼອດ ແລະ ວັກຊິນດັ່ງກ່າວແຈກຢາຍເຖິງເມືອງໃນທົ່ວແຂວງ ເປັນຮຽບຮ້ອຍ

May be an image of 4 people, people sitting, people standing and indoor

ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນນີ້ຢູ່ໂຮງໝໍຊຸມຊົນເມືອງຊຽງຮ່ອນ ແລະ ຫ້ອງການສາທາລະນະສຸກເມືອງພຽງ, ໂຮງໝໍຊຸມຊົນເມືອງຫົງສາ, ຫ້ອງການສາທາລະນະສຸກເມືອງຄອບ ກໍ່ໄດ້ສັກວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ໃຫ້ແກ່ກຸ່ມທີ່ມີຄວາມສ່ຽງ ໂດຍສະເພາະແພດໝໍ ຜູ້ທີ່ເຮັດວຽກຢູ່ດ່ານ ແລະ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ.

ຂ່າວ: News.XBL

ຂ່າວສານບ້ານເມືອງ

Post navigation

Previous Post: ພັດທະນາການຂອງເດັກໃນທ້ອງ ຕະຫຼອດເວລາ 9ເດືອນ
Next Post: ເຈົ້າເມືອງອາດສະພອນລົງສຳຫຼວດເສັ້ນທາງແຕ່ບ້ານຜັກຂະຍ່າຫາບ້ານສົ້ມໂຮງ

Related Posts

ກວດເບິ່ງທາມລາຍ! ຜູ້ຕິດເຊື້ອຢູ່ໃນຊຸມຊົນສະຫວັນນະເຂດ ຂ່າວສານບ້ານເມືອງ
ເຈົ້າເມືອງອຸທຸມພອນລົງເບິ່ງສະພາບເສັ້ນທາງເຂົ້າຫາບ້ານນາເກັງ ແລະ ບ້ານເອ້ ຂ່າວສານບ້ານເມືອງ
ທ່າພະບາດ ມ້ າ ງແ ກ້ ງ ຄ້ າ ຢ ເກືອບ 7 ພັນເມັດ ແຂວງບໍລິຄຳໄຊ ຂ່າວສານບ້ານເມືອງ
ແຍກໃຫ້ອອກ ຄວາມແຕກຕ່າງລະຫວ່າງ ດອກໝາກເຖື່ອນ(ຊາກຸລະ) ແລະ ດອກໝາກຄາຍ ຂ່າວສານບ້ານເມືອງ
ສຸດລະທຶກ! ຊິ້ງໜີຕໍາຫຼວດ ແຫກໂຄ້ງ ຕໍາເອົາລົດຂ້າງທາງ ແລ້ວ ພະຍາຍາມລົບໜີ (ມີຄລິບ) ຂ່າວສານບ້ານເມືອງ
ໝາກຂ່າງເປັນກິລາພື້ນເມືອງທີ່ສ້າງຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme