ໃນວັນທີ 18 ກຸມພາທີ່ຜ່ານມາ, ສະຫະລັດອາເມລິກາໄດ້ປະກາດການປະກອບສ່ວນທຶນມູນຄ່າ 2ຕື້ ໂດລາ ເຊິ່ງເປັນກອງທຶນທຳອິດ ຈາກທັງໝົດ 4ຕື້ ໂດລາໃຫ້ກັບກອງທຶນ ກາວີ (GAVI). ໂດຍຜ່ານອົງການ USAID ການປະກອບສ່ວນດັ່ງກ່າວຈະຖືກນຳໄປຊື້ ແລະ ຈັດສົ່ງວັກຊີນທີ່ປອດໄພ ແລະ ມີປະສິທິພາບໃຫ້ແກ່ປະຊາຊົນໃນບັນດາທີ່ມີຄວາມສ່ຽງ ແລະ ບອບບາງທີ່ສຸດ, ລວມທັງເຈົ້າໜ້າທີ່ທາງສາທາລະນະສຸກ ໃນ 92 ປະເທດ, ເຊິ່ງໃນນັ້ນລວມມີ ສປປລາວນຳ.

ເພື່ອນໆສາມາດອ່ານຕື່ມໄດ້ທີ່: https://bit.ly/30el77k