ແມ່ໆທັງຫຼາຍມັກພົບປັນຫາ ແລະ ຍ້ານຈະເກີດທ້ອງແຕກລາຍ ໃນຊ່ວງເວລາຖືພາ ແລະ ຫຼັງເກີດລູກ ເພາະຮ່າງກາຍຂອງເຮົາຈະເກີດການປ່ຽນແປງ ໂດຍສະເພາະ ເລື່ອງຜິວພັນ ການແຕກລາຍທີ່ແມ່ທ້ອງບໍ່ພຶງປະສົງຢາກໃຫ້ເກີດ ໂດຍສະເພາະບໍລິເວນທ້ອງ ທີ່ມີການຂະຫຍາຍຕົວທຸກໆເດືອນ ແມ່ໆຫຼາຍທ່ານກໍອາດມີວິທີປ້ອງກັນທີ່ແຕກຕ່າງກັນໄປ ເພື່ອປ້ອງກັນບໍ່ໃຫ້ມີຮອຍແຕກ ແຕ່ບາງຄົນກໍບໍ່ສາມາດຫຼີກລ້ຽງໄດ້. ສະນັ້ນ ເຮົາມີວິທີປ້ອງກັນ ແລະ ຮັກສາ ອາການ ທ້ອງລາຍໃຫ້ແມ່ໆທີ່ກຳລັງຖືພາໄດ້ຮູ້ກັນ.
1 ຄວບຄຸມອາຫານ.
ແມ່ຍິງຖືພາຄວນຄວບຄຸມເລື່ອງອາຫານ ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຂອງແມ່ ແລະ ລູກນ້ອຍ ບໍ່ຄວນກິນອາຫານທີ່ເພິ່ມນ້ຳໜັກຫຼາຍ ເພາະຈະເຮັດໃຫ້ຜິວໜັງບໍລິເວນທ້ອງຂະຫຍາຍໂຕໄວ ແລະ ເກີດການແຕກລາຍໄດ້ງ່າຍຂຶ້ນ.

2 ອອກກຳລັງກາຍ.
ແມ່ທ້ອງຄວນແບ່ງເວລາໃນການອອກກຳລັງກາຍ ເພື່ອສ້າງຄວາມແຂງແຮງຢືດຢຸນຜິວໜັງໄດ້ ເຊິ່ງຈະອອກກຳລັງກາຍດ້ວຍການຍ່າງ ຫຼື ຫຼິ້ນໂຍຄະເບົາໆກໍໄດ້.

3 ຖ້າເກີດເລີ່ມມີຮອຍແຕກລາຍບໍ່ຄວນເກົາ.
ການເກົາຈະແຮງເພີ່ມຮອຍແຕກລາຍເພິ່ມຂຶ້ນ ຖ້າແມ່ມີອາການຄັນຫຼາຍ ແນະນຳໃຫ້ປ່ຽນຈາກການເກົາເປັນລູບເບົາໆ ບໍລິເວນທີ່ຄັນຄືກັບການລົມລູກຢູ່ໃນທ້ອງ ແລະຍັງຊ່ວຍຄວາມສຳພັນທີ່ດີກັບລູກອີກ.

4 ການໃຊ້ຄີມບຳລຸງຜິວ.
ແມ່ທ້ອງຄວນກຽມພ້ອມຂອງຜິວໜັງຂອງຕົວເອງທີ່ຈະມີການຈະເລີນເຕີບໂຕຢ່າງໄວ ຂອງລູກນ້ອຍ ດ້ວຍການເລີ່ມທາຄີມບຳລຸງເມື່ອຮູ້ວ່າຕົນເອງເລີ່ມຕັ້ງຄັນຄວນທາຄີມບຳລຸງຜິວເປັນປະຈຳທຸກມື້ຢ່າງສະໝ່ຳສະເໝີ ຈະຊ່ວຍໃຫ້ຜິວໜັງຊຸ່ມຊື່ນ ແລະ ຢືດຢຸນ ທີ່ສຳຄັນເລືອກໃຊ້ຄີມບຳລຸງທີ່ບໍ່ມີສ່ວນປະສົມວິຕາມິນເອ ຄວນເລືອກຜະລິດຕະພັນທີ່ຜະລິດຈາກທຳມະຊາດ ເຊັ່ນຄີມທີ່ມີສ່ວນປະສົມຂອງ ໂກໂກ້ບັສເຕີ, ອາແກນອອຍ, ວິຕາມິນອີ, ເຊຍບັດເຕີ ເຊິ່ງມີຄຸນສົມບັດຊ່ວຍໃຫ້ຄວາມຊຸ່ມຊື່ນຕໍ່ຜິວ ຊ່ວຍເພີ່ມຄວາມຢືດຢຸນຕໍ່ຜິວເພື່ອຮອງຮັບການຂະຫຍາຍຕົວຂອງໜ້າທ້ອງ ແລະ ມີຄວາມປອດໄພຕໍ່ເດັກໃນທ້ອງ ແລະ ບໍ່ຄວນມີສ່ວນປະສົມຂອງ ໄວເທນນິ່ງ ເພາະອາດຈະເກີດອັນຕະລາຍຕໍ່ເດັກໃນທ້ອງໄດ້.

5 ການໃຊ້ບໍດີ້ອອຍບຳລຸງຜິວ (Body oil)
ບໍດີ້ອອຍຈະຊ່ວຍເພິ່ມຄວາມຊຸ່ມຊື່ນໃຫ້ກັບຜິວໄດ້ເປັນຢ່າງດີ ແຕ່ຄວນໃຊ້ບໍດີອອຍທີ່ບໍ່ມີສ່ວນປະສົມຂອງ Mineral oil ທີ່ຜະລິດຈາກນ້ຳມັນປີໂຕລ່ຽມ ໃຊ້ບໍດີ້ອອຍທີ່ສະກັດມາຈາກທຳມະຊາດ ເຊັ່ນ: Rosehip oil ຈະຊ່ວຍຟື້ນຟູເຊລຜິວທີ່ມີຮອຍແຕກລາຍໃຫ້ຈາງລົງໄວ ຫຼື Sesame oil ທີ່ຊ່ວຍໃຫ້ຜິວກະຊັບ ຊຸ່ມຊື່ນ ແລະ ຢືດຢຸນຂຶ້ນ.

6 ຫຼີກລ້ຽງການອາບນໍ້າອຸ່ນຈັດເກີນໄປ.
ຄວນອາບນ້ຳທຳມະດາໃນອຸນຫະພູມປົກກະຕິ ເພາະການອາບນ້ຳອຸ່ນຈະເຮັດໃຫ້ຜິວແຫ້ງ ແຕກເປັນຂຸຍເພາະຂາດຄວນມຊຸ່ມຊື່ນ ເກີດອາການຄັນງ່າຍ ໂດຍສະເພາະ ແມ່ທີ່ມີຜິວແຫ້ງຢູ່ແລ້ວ ແນະນຳໃຫ້ອາບນ້ຳອຸ່ນປົກກະຕິ ຈະລົດການເກີດຮອຍແຕກໄດ້

7 ໃຊ້ເທັກນິກທາງການແພດ.
ບໍ່ວ່າຈະເປັນການເລເຊີ ການລອກຜິວ ຫຼື ສັນຍະກຳຕົກແຕ່ງ ກໍເປັນທາງອອກໜຶ່ງ ແຕ່ວິທີການນີ້ ອາດມີຄ່າໃຊ້ຈ່າຍຂ້ອຍຂ້າງແພງ ແລະ ຕ້ອງໃຊ້ເຄື່ອງມືທາງການແພດ, ໃຊ້ເວລາໃນການຮັກສາດົນ ເພື່ອໃຫ້ຜິວກັບມາປົກກະຕິ ດັ່ງນັ້ນຖ້າແມ່ໆທ່ານໃດຕ້ອງການໃຊ້ວິທີນີ້ ຄວນປຶກສາແພດຊ່ຽວຊານກ່ອນວ່າຄວນເໝາະສົມເຮັດເວລາໃດ ແລະ ມີປະສິດທິພາບທີ່ດີທີ່ສຸດ.

ແຕ່ແມ່ໆທ່ານໃດທີ່ຍັງກັງວົນເລື່ອງທ້ອງແຕກລາຍທີ່ຍັງບໍ່ທັນເກີດຂຶ້ນ ສາມາດປ້ອງກັນໄດ້ດ້ວຍການຮັບປະທານອາຫານທີ່ໃຫ້ສານຮ່າງກາຍຄົນທ້ອງຕ້ອງການຕາມປົກກະຕິ ແຕ່ຕ້ອງຄວບຄຸມນ້ຳໜັກໃຫ້ຢູ່ໃນເກນທີ່ເໝາະສົມພໍດີ ໃນດ້ານອາຫານ ແລະ ໂພຊະນາການ ຜູ້ຕັ້ງທ້ອງສາມາດສຶກສາຂໍ້ມູນ ພ້ອມປຶກສາແພດໄດ້ຕະຫຼອດການຕັ້ງທ້ອງ ເພາະນອກຈາກຄວບຄຸມອາການທ້ອງລາຍແລ້ວ ໂພຊະນາການທີ່ດີຈະສົ່ງເສີມສຸຂະພາບທັງແມ່ ແລະ ເດັກໃນທ້ອງອີກດ້ວຍ.