Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາຫານ 10 ຢ່າງຄວນຫຼີກລ້ຽງ ສຳລັບແມ່ຍິງຖືພາ

Posted on 04/03/202104/03/2021 By Stories No Comments on ອາຫານ 10 ຢ່າງຄວນຫຼີກລ້ຽງ ສຳລັບແມ່ຍິງຖືພາ

ໃນລະຫວ່າງການຖືພາ ແມ່ທ້ອງຄວນໄດ້ຮັບອາຫານຄົບ 5 ໝູ່ ເພື່ອໃຫ້ຮ່າງກາຍມີສານອາຫານທີ່ຈໍາ ເປັນແລະພຽງພໍ ສຳລັບແມ່ ແລະ ເດັກໃນທ້ອງ.  ແຕ່ມີອາຫານອື່ນໆອີກຫລາຍຢ່າງທີ່ແມ່ຖືພາຄວນຫຼີກລ້ຽງໃນໄລຍະຖືພາ.  ໃຫ້ເຮົາເບິ່ງວ່າມີຫຍັງແດ່ທີ່ແມ່ທ້ອງບໍ່ຄວນກິນໃນຊ່ວງຖືພາ.

 ອາຫານ 10 ຢ່າງທີ່ບໍ່ຄວນກິນສຳລັບແມ່ຍິງຖືພາແມ່ນມີດັ່ງຕໍ່ໄປນີ້.

 1. ຄາເຟອີນ

 ຄົນຖືພາຄວນຫລີກລ້ຽງເຄື່ອງດື່ມທີ່ມີຄາເຟອີນ, ຊາ, ກາເຟ, ເຄື່ອງດື່ມທີ່ມີພະລັງງານ.  ເພາະເຄື່ອງດື່ມເຫລົ່ານີ້ຈະກະຕຸ້ນການສູບຊີດຂອງເລືອດ ເພີ່ມການຂັບປັດສະວະ ເຮັດໃຫ້ແມ່ຍ່ຽວເລື້ອຍໆ.  ເຊິ່ງໃນລະຫວ່າງການຖືພາ ແມ່ທ້ອງ ກໍມັກຈະຍ່ຽວເລື້ອຍໆຢູ່ແລ້ວ ແລະມີຜົນກະທົບທາງອ້ອມທີ່ເຮັດໃຫ້ຫົວໃຈຂອງແມ່ເຮັດວຽກໜັກກວ່າເກົ່າ  ມັນຍັງໄປລະລາຍແຄວຊ້ຽມແລະເກືອແຮ່ໃນຮ່າງກາຍຫຼາຍຂຶ້ນອີກ.

.

 2. ໄຂ່ດິບ ຫລື ສຸກໆດີບໆ

 ແມ່ຖືພາຄວນກິນໄຂ່ທີ່ປຸງແຕ່ງໃຫ້ສຸກເຊັ່ນ: ໄຂ່ຕົ້ມ, ໄຂ່ຈືນ, ໄຂ່ຕຸນ ເປັນຕົ້ນ. ເພາະວ່າໄຂ່ດິບຫຼື ໄຂ່ເຄິ່ງສຸກເຄິ່ງດີບ ສົ່ງຜົນສ່ຽງຕໍ່ການຕິດເຊື້ອ Salmonella ເປັນກຸ່ມເຊື້ອແບັກທີເລຍທີ່ສາມາດເຮັດໃຫ້ ຜະໜັງລຳໄສ້ເປັນແຜ ແລະ ເປັນສ່ວນໜຶ່ງເຮັດໃຫ້ເກີດ ອາຫານເປັນຜິດໄດ້.

Top view of female hands holding fork and knife while having tasty breakfast at modern european cafe. Young woman eating fried eggs with toasts and morning coffee at restaurant

 3. ອາຫານທີ່ຍັງບໍ່ໄດ້ປຸງແຕ່ງສຸກ.

 ປາ, ຊີ້ນແດງ, ໄກ່, ຫລືຊີ້ນທຸກປະເພດ ທີ່ຍັງດີບ ຫຼື ບໍ່ໄດ້ປຸງແຕ່ງໃຫ້ສຸກ ເຊັ່ນ: ສະເຕັກ, ອາຫານປີ້ງ, , ລາບ, ກ້ອຍ, ຫອຍນາງລົມ, ກຸ້ງໃນແຊ່ນ້ຳປາ  ຫຼື ຊູຊິ  ເຂົ້າປັ້ນຊູຊິກັບປາດິບຫລືຊີ້ນດິບ ກະບໍ່ຄວນກິນ.

.

 4. ນົມ ແລະ ຊີສບາງຊະນິດ

 ນົມສົດແລະຊີສບາງຊະນິດ ທີ່ບໍ່ໄດ້ຜ່ານຂະບວນການດ້ວຍຍຄວາມຮ້ອນຫລືການຂ້າເຊື້ອ ເຊັ່ນ: ຄໍາມັງແບຣ,, ບູຣຊີສຊະນິດຕ່າງໆ ເພາະວ່າຊີດເຫຼົ່ານີ້ອາດຈະເຈືອປົນເຊື້ອແບັກທີເຣັຍທີ່ມີຊື່ວ່າ ລີສເທີເລຍ(listeria) ອາດຈະເປັນອັນຕະລາຍຕໍ່ແມ່ແລະລູກ.

.

 5.ຖົ່ວດິນ

 ຖ້າພໍ່ຫຼືແມ່ມີປະຫວັດການແພ້  ຄວນຫຼີກຖົ່ວດິນ ເພາະວ່າທາງການແພດເຊື່ອວ່າມີສ່ວນກະຕຸ້ນໃຫ້ໂລກພູມແພ້ຜ່ານໄປຫາເດັກໃນທ້ອງທາງພັນທຸກຳໄດ້.

.

 6. ມີ່ເຄິ່ງສຳເລັດຮູບ

ບໍ່ແນະນຳ ໃຫ້ຜູ້ເປັນແມ່ຕົ້ມມີ່ກິນຄືດັ່ງທີ່ເຄີຍມີມາກ່ອນຖືພາ.  ເພາະວ່າມີ່ມີສານປຸງລົດຊາດ ແລະ ແປ້ງນົວໃນປະລິມານສູງ  ເຮັດໃຫ້ໄດ້ຮັບສານໂຊດຽມ ແລະ ເກືອ ຫຼາຍເກີນຮ່າງກາຍຕ້ອງການ  ເຮັດໃຫ້ລະບົບການໝູນວຽນ ເລືອດ ແລະລະບົບຂັບຖ່າຍເຮັດວຽກໜັກ.

.

 7. ປາທະເລບາງຊະນິດ

 ປາໃນທະເລບາງຊະນິດບໍ່ຄວນກິນເຊັ່ນ: ປາດາບ, ປາສະຫຼາມ ເຊິ່ງເປັນປາທີ່ມີລະດັບທາດບາຫຼອດທີ່ສູງຕາມທຳມະຊາດ ທີ່ສາມາດເປັນອັນຕະລາຍຕໍ່ເດັກໃນທ້ອງ. ແມ່ນແຕ່ປາທູ ຫຼືປາກະປ່ອງ ກໍ່ສູງເຊັ່ນກັນ ຄວນຈຳກັດໃນການກິນ ບໍ່ເກີນ2ຄັ້ງຕໍ່ອາທິດ.

.

 8. ອາຫານຊາດຈັດ

 ອາຫານທີ່ມີລົດຊາດເຄັມຈັດ, ຫວານຈັດ. ຖ້າເຄັມເກີນໄປ ເຮັດໃຫ້ຫົວໃຈແລະ ໝາກໄຂ່ຫຼັງເຮັດວຽກໜັກ.  ລົດຊາດຫວານເກີນໄປຈະເພີ່ມພາລະໃຫ້ກັບຕັບອ່ອນຕ້ອງຜະລິດ ອີນຊູລິນເພື່ອຄວບຄຸມນ້ຳຕານຫຼາຍຂຶ້ນ ແລະເຮັດໃຫ້ນ້ຳໜັກແມ່ເພິ່ມຂຶ້ນອີກ. ນອກຈາກນີ້, ລົດຊາດສົ້ມແລະເຜັດຈັດ ຈະເພີ່ມພາລະໃຫ້ກະເພາະເຮັດວຽກໜັກ, ເຮັດໃຫ້ເກີດອາການທ້ອງອືດ ແລະ ກົດໃນກະເພາະອາຫານ ຕໍ່ລັບແມ່.

.

 9. ອາຫານເສີມວິຕາມິນທຸກຊະນິດ

 ການກິນວິຕາມິນເສີມໃນເວລາຖືພາຄວນປຶກສາທ່ານໝໍກ່ອນ.  ເນື່ອງຈາກວ່າວິຕາມິນເສີມຖ້າທ່ານໄດ້ຮັບຫຼາຍເກີນໄປຈະມີຜົນກະທົບທີ່ບໍ່ດີຫຼາຍກ່ວາທີ່ດີ.  ຕັບຕ້ອງເຮັດວຽກໜັກເພາະມັນກຳຈັດວິຕາມິນສ່ວນເກີນອອກຈາກຮ່າງກາຍ ເທົ່າກັບການເພີ່ມພາລະການເຮັດວຽກຂອງຕັບ  ຍິ່ງໄປກວ່ານັ້ນ, ຮ່າງກາຍບໍ່ໄດ້ຮັບປະໂຫຍດຈາກວິຕາມິນສ່ວນເກີນ, ເທົ່າກັບວ່າເສຍເງິນຊື້ວິຕາມິນມາກິນແຕ່ບໍ່ໄດ້ຮັບປະໂຫຍດຫຍັງ.

.

 10. ເຄື່ອງດື່ມປະເພດເຫຼົ້າທຸກຊະນິດລວມທັງການສູບຢາ.

ຂໍ້ນີ້ແມ່ທຸກຄົນຮູ້ເລື່ອງນີ້ດີວ່າເພາະເຄື່ອງດື່ມປະເພດເຫຼົ້າທຸກປະເພດ  ເຖິງແມ່ນວ່າໃນປະລິມານທີ່ເຈືອປົນໜ້ອຍຫຼາຍກໍຕາມ , ເບຍ, ເຫຼົ້າແວງ, ເຫລົ້າຂາວ, ເຫລົ້າທີ່ທີ່ມີສວ່ນປະສົມຂອງເຄື່ອງດື່ມທຸກຊະນິດ ຖ້າແມ່ທ້ອງດື່ມໃນປະລິມານໃດໜຶ່ງໃນຂະນະຕັ້ງທ້ອງໃນໄລຍະສອງເດືອນ ທຳອິດຂອງການຖືພາ, ກໍມີຄວາມສ່ຽງແທ້ງລູກໄດ້ ເຮັດໃຫ້ເກີດກ່ອນກຳນົດ ມີພັດທະນາການບໍ່ສົມບູນ, ສະໝອງ ເຊື່ອມ ແຕ່ກຳເນີດ ແລະການສູບຢາເປັນສາເຫດເຮັດໃຫ້ແທ້ງລູກໄດ້ ເຊັ່ນກັນ.

.

 ເມື່ອຮູ້ແບບນີ້ແລ້ວແມ່ໆທັງຫຼາຍທີ່ກໍາລັງຖືພາ ໃຫ້ອົດທົນເອົາກ່ອນ ໄວ້ເກີດລູກແລ້ວ ຈັງຄ່ອຍດື່ມ ຫຼື ກິນອາຫານທີ່ຕ້ອງການກິນກໍໄດ້ ຊ່ວງຖືພາເຮົາຕ້ອງໄດ້ອົດທົນຫຼິກລ້ຽງອາຫານ ແລະ ເຄື່ອງດືມ ທີ່ເປັນອັນຕະລາຍຕໍ່ລູກໃນທ້ອງ ແລະ ເພື່ອສຸຂະພາບຂອງແມ່ອີກດ້ວຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວໜຸ່ມ – ແມ່ຍິງ ກສນ ລົງຊຸກຍູ້ພະນັກງານ – ນັກຮົບ ຢູ່ແຂວງໄຊສົມບູນ
Next Post: ຊາວໜຸ່ມເມືອງຫ້ວຍຊາຍ ໄດ້ຮັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ

Related Posts

ສະຫາຍ ຈູມມະລີ ໄຊຍະສອນ ຕ້ອນຮັບປະທານປະເທດຫວຽດນາມ ຂ່າວສານບ້ານເມືອງ
ອຸປະຕິເຫດ! ລົດຈັກຕໍາລົດໃຫຍ່ອາການເບື້ອງຕົ້ນແມ່ນກະທົບຫົວ ຂ່າວສານບ້ານເມືອງ
ຄໍາແນະນໍາການໄຂໂຮງຮຽນຄືນໃໝ່ ປ5 ມ4 ແລະ ມ7 ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກໍລະກົດ 2020 ຂ່າວສານບ້ານເມືອງ
ກອງປະຊຸມຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ຂ່າວສານບ້ານເມືອງ
ອີກສະຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງ ຂອງແຂວງສາລະວັນ ທີ່ຈະແນະນຳຄື “ທົ່ງກາ” ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme