Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວໜຸ່ມເມືອງຫ້ວຍຊາຍ ໄດ້ຮັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ

Posted on 04/03/202104/03/2021 By News No Comments on ຊາວໜຸ່ມເມືອງຫ້ວຍຊາຍ ໄດ້ຮັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ

ເມື່ອບໍ່​ດົນ​ມານີ້, ສະ​ຫາຍ ນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ ກໍາມະການສູນ ກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງບໍ່​ແກ້ວ ພ້ອມດ້ວຍພະນັກງານຫຼັກ ແຫຼ່ງຫ້ອງການຊາວໜຸ່ມແຂວງ ໄດ້ນໍາເອົາຊຸດນັກຮຽນ, ອຸປະກອນການຮຽນ ແລະ ເຄື່ອງ ນຸ່ງຫົ່ມ ມູນຄ່າ 27.960.000 ກີບ ໄປມອບໃຫ້ຄະນະຊາວໜຸ່ມ ປປລ ເມືອງຫ້ວຍຊາຍ ໂດຍໄດ້​ຮັບ​ການ​ຕ້ອນຮັບ​ຈາກ ສະ​ຫາຍ ວຽງຄໍາ ມະນີສອນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຄະນະບໍລິຫານ ງານຊາວໜຸ່ມເມືອງຫ້ວຍຊາຍ ແລະ ພະນັກງານຫຼັກແຫຼ່ງຫ້ອງການຊາວໜຸ່ມເມືອງເຂົ້າຮ່ວມ.

ໂອກາດນີ້, ສະ​ຫາຍ ນາງ ດວງຕາ ໄຊຍະຫົງ ໄດ້ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ແມ່ນໄດ້​ຈາກ​ການປຸກລະດົມຈາກນັກທຸລະກິດໜຸ່ມແຂວງ ຈຸດປະສົງແມ່ນເພື່ອໃຫ້ຄະນະຊາວໜຸ່ມ ປປລ ເມືອງໄປມອບໃຫ້ສະມາຊິກຊາວໜຸ່ມ, ນັກຮຽນເຂດຫ່າງໄກ, ຜູ້ທຸກຍາກຢູ່ເມືອງຫ້ວຍຊາຍ.

ພ້ອມດຽວກັນນີ້, ສະ​ຫາຍ ສຸວັດ ເພັງພະຈັນ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊາວໜຸ່ມ ປປລ ແຂວງ ທີ່ໄດ້ເຫັນຄວາມສໍາຄັນ ຊຸກຍູ້ສົ່ງ ເສີມ ແລະ ສ້າງຜູ້ສືບທອດທີ່ດີໃຫ້ແກ່ເມືອງຫ້ວຍຊາຍ ກໍຄືພັກ – ລັດ ແລະ ປະເທດຊາດ.

(ຂ່າ​ວ: ສົມຫວັງ ພອນວິໄລ)

ຂ່າວສານບ້ານເມືອງ

Post navigation

Previous Post: ອາຫານ 10 ຢ່າງຄວນຫຼີກລ້ຽງ ສຳລັບແມ່ຍິງຖືພາ
Next Post: ລັດຖະບານຍີ່ປຸ່ນ ຊ່ວຍ 1,8 ລ້ານໂດລາ ແກ່ວຽກງານ ເກັບ ກູ ້ ລ ະ ເ ບີ ດ-ສຶກສາ-ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບ

Related Posts

ການແບ່ງເປີເຊັນ ໃຫ້ຄະນະບ້ານໃນການເກັບພາສີທີ່ດິນ ຂ່າວສານບ້ານເມືອງ
ເກີດເຫດ! ເສົາໄຟຟ້າຫັກ ຍ້ອນດິນເຊາະເຈື່ອນຢູ່ບ້ານນາຄູນ ເມືອງວັງວຽງ ຂ່າວສານບ້ານເມືອງ
ແຂວງຫຼວງນ້ຳທາ ສືບຕໍ່ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂ່າວສານບ້ານເມືອງ
ອຸບັດຕິເຫດ ລົດໃຫຍ່ປະທະລົດຈັກ ຂ່າວສານບ້ານເມືອງ
ເກັ່ງຫຼາຍເຈົ້າໜ້າທີ່ ຊອກຈັບໂຈນສອງຄົນລັກລົດຈັກໄດ້ ພາຍໃນ 2 ຊົ່ວໂມງ ຂ່າວສານບ້ານເມືອງ
ຊົມເຊີຍ! ບໍລິສັດທະນົງພົນການຄ້າ-ຂົນສົ່ງ ແລະ ກໍ່ສ້າງ ມອບດອກໄຟເຍືອງທາງ ໃຫ້ເມືອງບົວລະພາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme