ໃນວັນທີ 2.3.2021 ເມືອງຄົງເຊໂດນ ແຂວງສາລະວັນ ເປີດບໍ ລິການກິດຈະກຳລ່ອງເຮືອຕາມນ້ຳເຊໂດນ ເພື່ອບໍລິການ ແລະສົ່ງເສີມການທ່ອງທ່ຽວ ເຊີ່ງເປັນຄັ້ງທຳອິດ ແລະເປັນກິດຈະກຳຮູບແບບໃໝ່ຂອງເມືອງ, ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ທີ່ເປັນເຮືອປະຊາຊົນເຂດບ້ານດັ່ງກ່າວ ເປັນຜູ້ບໍລິ ການ ແລະ ເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ, ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍ ຜົນຜະລິດກະສິກຳ ແລະ ຜະລິດຕະພັນຕ່າງໆ.

.

ການລອງເຮືອແມ່ນເລີ່ມຈາກຈຸດຂົວຂ້າມນ້ຳເຊໂດນ ບ້ານທ່າເມືອງ-ບ້ານໂອກາດໃຫຍ່ ເພື່ອຊົມສວນໝາກແຕງ ເຂດບ້ານຕານດ່ຽວ ທີ່ເປັນຈຸດໝາຍປາຍທາງ, ສຳຜັດບັນຍາກາດທຳມະຊາດ ລຽບຕາມແມ່ນ້ຳເຊໂດນ, ຕິດພັນກັບການຊົມວິຖີຊີວິດ ແລະ ຜະລິດຕະພັນພູມປັນຍາຊາວບ້ານ, ຜົນລະປູກຕ່າງໆ ເຊັ່ນ: ໝາກແຕງ, ໝາກຖົ່ວ, ສາລີ ແລະຜຶດພັກຕ່າງໆ.

.

ເຂົ້າຮ່ວມພິທີເປີດງານໃນຄັ້ງນີ້ ມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານວັດທະ ນະທຳ-ສັງຄົມຂອງແຂວງ, ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງ ແລະ ປະຊາຊົນເຂົ້າຮ່ວມ.

.

.

Cr: ວິໄລວອນ ສິດທິໄຊ