Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ວັກແຊັງປ້ອງກັນ ໂ ຄ ວິ ດ ຮອບທຳອິດສົ່ງທົ່ວປະເທດແລ້ວ ຕັ້ງເປົ້າສັກຄົບ 2 ເຂັມ ກ່ອນປີໃໝ່ລາວ

Posted on 03/03/202103/03/2021 By News No Comments on ວັກແຊັງປ້ອງກັນ ໂ ຄ ວິ ດ ຮອບທຳອິດສົ່ງທົ່ວປະເທດແລ້ວ ຕັ້ງເປົ້າສັກຄົບ 2 ເຂັມ ກ່ອນປີໃໝ່ລາວ

ດັ່ງທີ່ມີລາຍງານຂ່າວຢ່າງຕໍ່ເນື່ອງ ກ່ຽວກັບວັກແຊັງປ້ອງກັນໂຄວິດ ທີ່ ສປປ ລາວເຮົາໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ແລະ ສ.ຣັດເຊຍ ເຊິ່ງພາຍຫຼັງພິທີສົ່ງ – ມອບຄະນະສະເພາະກິດໄດ້ເລັ່ງກຳນົດບຸລິມະສິດກຸ່ມເປົ້າໝາຍທີ່ຄວນໄດ້ຮັບການສັກວັກແຊັງດັ່ງກ່າວ.

May be an image of standing

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວໃນກອງປະຊຸມແນະນຳກ່ຽວກັບການແຈກຢາຍວັກແຊັງ ໃນວັນທີ 2 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອໄດ້ສັ່ງໃຫ້ບັນດາແຂວງເປັນທີ່ຮຽບຮ້ອຍແລ້ວ ຄາດວ່າພາຍໃນອາທິດທີສອງຂອງເດືອນມີນາ ໃຫ້ສຳເລັດການສັກເຂັມທີ 1 ແລະ ແລະ ເຂັມທີສອງບໍ່ໃຫ້ກາຍວັນທີ 10 ເມສາທີ່ຈະມາເຖິງນີ້.

May be an image of 10 people and people standing

ສຳລັບກຸ່ມເປົ້າໝາຍທີ່ຈະໄດ້ຮັບການສັກຢາວັກແຊັງ ເນື່ອງຈາກຈຳນວນວັກແຊັງທີ່ມີຢູ່ຍັງຈຳກັດ ຄະນະສະເພາະກິດຈຶ່ງໄດ້ພິຈາລະນາໃຫ້ສັກແກ່ 3 ກຸ່ມຄົນ ດັ່ງລຸ່ມນີ້ກ່ອນ:

May be an image of 1 person and standing

1 ກຸ່ມພະນັກງານແພດໝໍທີ່ມີຄວາມສ່ຽງ, ຜູ້ເຮັດວຽກໃກ້ຊິດກັບຄົນເຈັບທີ່ເປັນພະຍາດໂຄວິດ – 19 ຢູ່ແຕ່ລະໂຮງໝໍຂັ້ນສູນກາງ ແລະ ທ້ອງຖິ່ນ.

2 ກຸ່ມທີ່ປະຕິບັດໜ້າທີ່ຢູ່ຕາມຈຸດຜ່ານແດນສາກົນຕ່າງໆໃນຂອບເຂດທົ່ວປະເທດ.

3 ກຸ່ມທີ່ເຮັດວຽກຢູ່ຈຸດສຸມຈຳກັດບໍລິເວນ ເຊິ່ງນັບແຕ່ຜູ້ເຮັດອະນາໄມໄປຮອດຜູ້ບໍລິຫານ.

ສາເຫດທີ່ຕ້ອງສັກວັກແຊັງໃຫ້ 3 ກຸ່ມຄົນດັ່ງກ່າວນີ້ກ່ອນ ກໍເນື່ອງຈາກວ່າທຸກສາຂາອາຊີບທີ່ເຮັດວຽກຢູ່ຕາມຈຸດທີ່ລະບຸໄວ້ນັ້ນແມ່ນຢູ່ໃນຄວາມສ່ຽງຫຼາຍກວ່າກຸ່ມອື່ນໆ.

May be an image of outdoors and text that says 'AEROLAOS AEROLAOS'

ມາຮອດປັດຈຸບັນລາວເຮົາໄດ້ຮັບວັກແຊັງທັງໝົດ 303.000 ໂດສ, ໃນນັ້ນໄດ້ຮັບຈາກຊິໂນຟາມຂອງ ສປ ຈີນ ຈຳນວນ 302.000 ໂດສ ແລະ ສະປຸດນິກວີ ຂອງສະຫະພັນຣັດເຊຍ ຈຳນວນ 1.000 ໂດສ, ຜ່ານການສັກນັບແຕ່ວັນທີ 25 ພະຈິກມາຮອດປັດຈຸບັນໄດ້ສັກໄປແລ້ວທັງໝົດ 1.758 ຄົນ, ມີຜູ້ສັກຄົບສອງເຂັມແລ້ວ 749 ຄົນ.

May be an image of 2 people

ກ່ຽວກັບການສັກວັກແຊັງປ້ອງກັນໂຄວິດ – 19 ດັ່ງກ່າວນີ້ ແມ່ນຍັງບໍ່ພົບຜູ້ມີຜົນຂ້າງຄຽງທີ່ຮຸນແຮງເທື່ອ, ຄະນະສະເພາະກິດຜູ້ໄດ້ຮັບວັກແຊັງເອງກໍຢືນຢັນວ່າພາຍຫຼັງສັກແລ້ວພຽງແຕ່ຮູ້ສຶກເຈັບບໍລິເວນສັກ ແລະ ອາການປວດຕາມຕົນຕົວເລັກໜ້ອຍ ເຊິ່ງເປັນອາການປົກກະຕິຫຼັງມີການສັກວັກແຊັງເທົ່ານັ້ນ.

May be an image of 4 people, people standing and indoor

ສະນັ້ນ, ຈຶ່ງເຊີນຊວນຜູ້ທີ່ຢູ່ໃນກຸ່ມເປົ້າໝາຍຕາມແຂວງ ຕ່າງໆທົ່ວປະເທດ ຈົ່ງຕື່ນຕົວໄປຂຶ້ນບັນຊີຮັບການສັກວັກແຊັງຢູ່ພະແນກສາທາລະນະສຸກແຂວງ ໃຫ້ສຳເລັດໂດຍໄວທັນຕາມກຳນົດເວລາທີ່ກຳນົດໄວ້ຄືວັນທີ 10 ເມສາ 2021 ໃຫ້ສໍາເລັດເຂັມທີສອງໃນທົ່ວປະເທດ. ສ່ວນກຸ່ມອື່ນໆທີ່ມີຄວາມສ່ຽງຖັດລົງມາແມ່ນຈະໄດ້ລໍຖ້າວັກແຊັງໃນຊຸດຕໍ່ໄປທີ່ຄາດວ່າຈະມາຮອດລາວອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.

ຂ່າວສານບ້ານເມືອງ

Post navigation

Previous Post: 10 ວິທີ ໃນການລ້ຽງລູກນ້ອຍ ໃຫ້ສະຫລາດ.
Next Post: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

Related Posts

ຂ່າວ​ດ່ວນ! ລາວພົບຜູ້ຕິດເຊື້ອເພີ່ມຂຶ້ນ +105ຄົນ ຂ່າວສານບ້ານເມືອງ
ວອນຜູ້ໃຈບຸນຊ່ວຍເຫຼືອ! ຄວາມທຸກຈາກໄພນຳ້ຖ້ວມໄຊຍະບູລີຍັງບໍ່ຈາງຫາຍແຕ່ໂລກຮ້າຍກໍ່ໄດ້ເຂົ້າມາທຳຮ້າຍຄອບຄົວ ຂ່າວສານບ້ານເມືອງ
ພົນລະເມືອງດີແ ຈ້ ງ ເບາະແສ ສາມາດ ຈັ ບ ຢ າ ເ ສ ບ ຕິ ດ ໄດ້ ເກືອບ 5,5 ລ້ານ ເ ມັ ດ ຂ່າວສານບ້ານເມືອງ
ຕາດຕະແລ 7 ຊັ້ນ ຕຳນານ ເສິກຊິງນາງຂອງບ່າວເງືອກ ຂ່າວສານບ້ານເມືອງ
ເປີດດ່ານສາກົນປາງມອນແຂວງ ໄຊຍະບູລີ ຢ່າງເປັນທາງ ຂ່າວສານບ້ານເມືອງ
ລາຍລະອຽດ ຜູ່ຕິດເຊື້ອ ໂຄວິດ 19 ໃໝ່ 2 ຄົນທີ່ກວດພົບຢູ່ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme