Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸດົມໄຊ ສັ່ງໂຈະ ແລະຍົກເລີກ 9 ກິດຈະການຂຸດຄົ້ນ-ປຸງແຕ່ງແຮ່ທາດ

Posted on 03/03/202103/03/2021 By News No Comments on ອຸດົມໄຊ ສັ່ງໂຈະ ແລະຍົກເລີກ 9 ກິດຈະການຂຸດຄົ້ນ-ປຸງແຕ່ງແຮ່ທາດ

 ປີ 2020 ແຂວງອຸດົມໄຊໄດ້ສັ່ງໂຈະ 7 ກິດຈະການ ແລະຍົກເລີກ 2 ກິດຈະການທີ່ບໍ່ປະຕິບັດຕາມສັນຍາສຳປະທານດ້ານການຂຸດຄົ້ນ-ປຸງແຕ່ງແຮ່ທາດ,ປະຈຸບັນທົ່ວແຂວງອຸດົມໄຊຍັງມີ 33 ບໍລິສັດ 36 ກິດຈະການທີ່ຍັງສືບຕໍ່ດຳເນີນກິດຈະການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ.

ນັກລົງທຶນຈີນຊື້ຮຸ້ນ ບໍ່ຄໍາ ເຊໂປນ — ຂ່າວລາວ ວິທຍຸເອເຊັຍເສຣີ ພາສາລາວ
ພາບປະກອບ

 ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອຸດົມໄຊເປີດເຜີຍຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານປະຈຳປີຂອງຂະແໜງທໍລະນີສາດ ແລະ ແຮ່ທາດຈັດຂຶ້ນເມື່ອບໍ່ດົນມານີ້ທີ່ເມືອງວັງວຽງໃຫ້ຮູ້ວ່າ: ປະຈຸບັນແຂວງອຸດົມໄຊໄດ້ສຳເລັດການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດພື້ນຖານມາດຕາສ່ວນ 1/200.000 ໄດ້ສໍາເລັດ 100% ຂອງເນື້ອທີ່ທົ່ວແຂວງຊຶ່ງສາມາດຄົ້ນພົບຈຸດປະກົດແຮ່ທາດທັງໝົດ 59 ຈຸດ, ມີ 11 ຊະນິດແຮ່ທາດ.      

ເຢຍລະມັນ ຊ່ວຍເຫຼືອລາວ ດ້ານອຸດສາຫະກໍາ ຂຸດຄົ້ນບໍ່ແຮ່
ພາບປະກອບ

ປະຈຸບັນມີບໍລິສັດດຳເນີນການຂຸດຄົ້ນ ແລະປຸງແຕ່ງແຮ່ທາດຢູ່ແຂວງອຸດົມໄຊທັງໝົດ 33 ບໍລິສັດ, ໃນນັ້ນຂັ້ນແຂວງອະນຸຍາດ 26 ບໍລິສັດ ແລະຂັ້ນສູນກາງອະນຸຍາດຈໍານວນ 7 ບໍລິສັດມີເນື້ອທີ່ສຳປະທານທັງໝົດ 9.844 ກວ່າເຮັກຕາ, ສຳລັບຂັ້ນແຂວງອະນຸມັດສ່ວນຫຼາຍຂຸດຄົ້ນ, ປຸງແຕ່ງແຮ່-ຫີນອຸດສາຫະກໍາກໍ່ສ້າງ (ຫີນປູນ, ຫີນຜາ) ບໍລິການສັງຄົມເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ, ຕຶກ, ອາຄານ ແລະສະຖານທີ່ຕ່າງໆ,ໃນຂະນະທີ 7 ບໍລິສັດທີ່ສູນກາງອະນຸຍາດ,ມີ 11 ຈຸດສຳປະທານເພື່ອຂຸດຄົ້ນ,ໃນນັ້ນປະກອບມີແຮ່ທອງແດງ 1 ຈຸດ,ແຮ່ເກືອ 1 ຈຸດ,ແຮ່ຊືນ-ສັງກະສີ 2 ຈຸດ,ແຮ່ຖ່ານຫີນ 1 ຈຸດ, ແຮ່ເຫຼັກ 3 ຈຸດ, ແຮ່ດິນໜຽວ 1 ຈຸດ, ແຮ່ຫີນປູນ1 ຈຸດ ແລະແຮ່ຄໍາ 1 ຈຸດ, ໃນເນື້ອທີ່ສຳປະທານທັງໝົດ 9.763 ເຮັກຕາ. 

ສຳລັບການສົ່ງອອກສ່ວນຫຼາຍຍັງເປັນແຮ່ເຫຼັກຊຶ່ງປີ 2020 ສົ່ງອອກໄປ ສປ ຈີນ ຈຳນວນ 140.000 ໂຕນ ມູນຄ່າ 9,6 ລ້ານກວ່າໂດລາ ແລະແຮ່ຄຳຈຳນວນ 157.889,32 ກຣາມ ມູນຄ່າ 9.6 ລ້ານກວ່າໂດລາ.

ຣັຖບານຮື້ຟື້ນສັນຍາ ຂຸດຄໍາ ອັດຕະປື ເຊກອງ — ຂ່າວລາວ ວິທຍຸເອເຊັຍເສຣີ ພາສາລາວ
ພາບປະກອບ

ທ່ານ ອາລຸນ ບຸນວິໄລ ກ່າວອີກວ່າ: ພະແນກພະລັງງານ ແລະ ບໍ່ແຮ່ແຂວງໄດ້ສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ລົງຕິດຕາມກວດກາບັນດາບໍລິສັດທີ່ກຳລັງຂຸດຄົ້ນ ແລະປຸງແຕ່ງໃຫ້ເຂົ້າສູ່ລະບຽບໂດຍສະເພາະແມ່ນການປະເມີນປະລິມານການຂຸດຄົ້ນ-ການປຸງ ແຕ່ງເພື່ອສົ່ງອອກເພື່ອຫຼີກເວັ້ນການສົ່ງວັດຖຸດິບອອກໄປຕ່າງປະ ເທດຊຶ່ງບັນດາບໍລິສັດຂຸດຄົ້ນຕ້ອງປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບກ່ອນສົ່ງອອກຊຶ່ງຜ່ານການປະເມີນເຫັນວ່າຍັງມີບາງບໍລິສັດຍັງຖືເບົາໃນການປະຕິບັດຕາມສັນຍາ ແລະລະບຽບກົດໝາຍໂດຍໄດ້ສັ່ງໂຈະຊົ່ວຄາວ 7 ກິດຈະການ ແລະຍົກເລີກ 2 ກິດຈະການທີ່ບໍ່ປະຕິບັດຕາມສັນຍາ.

ຂ່າວສານບ້ານເມືອງ

Post navigation

Previous Post: ກົມໃຫຍ່ພະລາທິການກອງທັບ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ
Next Post: 10 ວິທີ ໃນການລ້ຽງລູກນ້ອຍ ໃຫ້ສະຫລາດ.

Related Posts

ຄົ້ນພົບພືດລົ້ມລຸກ ສາຍພັນໃໝ່ຂອງໂລກ 6 ຊະນິດ ຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ຂ່າວສານບ້ານເມືອງ
ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ຂ່າວສານບ້ານເມືອງ
ຊາຍໜຸ່ມເສຍຊີວິດປິດສະໜາ ທີ່ຫ້ອງເຊົ່າ ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ
ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍ ການປັບປຸງວຽກງານ ການບໍລິການ, ການອອກໃບອານຸຍາດການລົງທຶນ ແລະ ການອອກໃບອານຸຍາດ ດໍາເນີນທຸລະກິດ ຂ່າວສານບ້ານເມືອງ
ປ ກ ສ ເມືອງ ວິລະບູລີ ມອບແຮ່ຫີນຂຽວ ທີ່ກວດຢຶດໄດ້ ຈໍານວນ 17.057 ກິໂລ ຄືນໃຫ້ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ. ຂ່າວສານບ້ານເມືອງ
ລົດຈັກຕໍາກັນຮຸນແຮງ ເສຍຊິວິດຄາທີ່ 1 ສາຫັດ 2 ທາງເລກ 10 ບ້ານຂຸດສາມບາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme