Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ

Posted on 03/03/202103/03/2021 By News No Comments on ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ

ວັນທີ 2 ມີນາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ; ແລະ ອື່ນໆ. ໃນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງຂອງອາຊຽນ ແລະ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານວ່າດ້ວຍມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ; ໄດ້ສືບຕໍ່ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິເສດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາ.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ

ຂ່າວສານບ້ານເມືອງ

Post navigation

Previous Post: ໜົດໂປຣໂມຊັ່ນ! ໄຟຟ້າແຈ້ງການ ປະຕິບັດລາຄາໄຟຟ້າໄລຍະການແຜ່ລະບາດຂອງພະຍາດໂຄວິດນັ້ນ ມາຮອດປັດຈຸບັນສິ້ນສຸດການຈັດຕັ້ງປະຕິບັດແລ້ວ
Next Post: ອົງການກວດສອບປະຈຳພາກເໜືອ ເຫັນລາຍຮັບບໍ່ມອບ 71 ຕື້ກວ່າກີບ

Related Posts

110 ປີ ເຈົ້າຊາຍແດງ ປະທານ ສຸພານຸວົງ ຂ່າວສານບ້ານເມືອງ
ທະຫານແຂວງອຸດົມໄຊ ມອບເງີນນະໂຍບາຍໃຫ້ຄອບຄົວເສຍຊີວິດ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສປປ ລາວຕ້ອນຮັບ ທູດປະເທດເພື່ອມິດ ເຂົ້າຍື່ນສານຕາຕັ້ງ ຂ່າວສານບ້ານເມືອງ
ວອນສັງຄົມຊ່ວຍເຫຼືອ ທ້າວວິໃນ ແດ່ ຄອບຄົວທຸກຍາກບໍ່ມີເງີນປິ່ນປົວແລ້ວ! ຂ່າວສານບ້ານເມືອງ
ແຂວງຈຳປາສັກ ມອບເງິນ ແລະ ເຄື່ອງຊ່ວຍເຫລືອ ແກ່ຜູ້ປະສົບໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ຄົ້ນພົບຖ້ຳໃໝ່ ຢູ່ໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme