ທ້າຍອາທິດທີ່ຜ່ານມານີ້ທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງໄດ້ລົງໄປຢ້ຽມຢາມ ແລະມອບເຄື່ອງຈຳນວນໜຶ່ງ ແລະ ເງິນສົດຈຳນວນ 2 ລ້ານກີບ, ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກ ອັ ກ ຄີ ໄ ຟ ( ໄ ຟ ໃ ໝ້ ເຮືອນ) ຢູ່ທີ່ບ້ານ ບຸດຕະພານ ແລະ ບ້ານ ປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ, ຄອບຄົວລະ 1 ລ້ານກີບ, ເພື່ອເປັນການຊ່ວຍການບັນເທົາທຸກ ແລະປົວແປງສະພາບຈິດໃຈຂອງຄອບຄົບຜູ້ປະສົບ ອັ ກ ຄີ ໄ ຟ ໃຫ້ມີສະພາບຈິດໃຈດີຂື້ນ.

ເຫດອັກ ຄີ ໄ ຟ ( ໄ ຟ ໃ ໝ້ ເຮືອນ) ທັງສອງຫຼັງນີ້ແມ່ນເກີດຂື້ນໃນ ເດຶອນ ກຸມພາ ປີ 2021 ທີ່ຜ່ານມານີ້ສາຍເຫດຂອງ ໄ ຟ ໃ ໝ້ຄັ້ງນີ້ແມ່ນເກີດຈາກໄຟຟ້າລັດວົງຈອນຢູ່ບ້ານ ບຸດຕະພານ ແມ່ນເປັນເຮືອນທີ່ເຮັດດ້ວຍເສົ້າປູນ, ປູແປ້ນ, ແອ້ມແປນ ແລະມຸງດ້ວຍສັງກະສີ ເປັນເຮືອນຂອງທ່ານ ນາງ ລິດສະໃໝ ແກ້ວກັນຍາ, ເຫດເກີດຂື້ນໃນວັນທີ 14 ເດຶອນ ກຸມພາ 2021 ເວລາ 11 ໂມງ 30 ລວມມູນຄ່າການເສຍຫານຈາກເຫດການ ໄ ຟ ໃ ໝ້ ມີທັງໝົດຄັ້ງນີ້ມີ 151,300,000 ກີບ, ສ່ວນຢູ່ບ້ານ ປາກຕະພານແມ່ນເປັນເຮືອນຂອງທ່ານ ເຕ້ຍ ຜິວບັບພາ ເຫດດກີດຂື້ນໃນວັນທີ 19 ເດຶອນກຸມພາ 2021 ເວລາ 9 ໂມງ 000 ເປັນເຮືອນທີ່ປູດ້ວຍແປ້ນ, ແອ້ມດ້ວຍຜາກະຕີ ແລະມຸງດ້ວຍສັງກະສີ, ລວມມູນຄ່າການເສຍຫາຍທັງໝົດ 27 ລ້ານກວ່າກີບ, ລວມມູນຄ່າການເສຍຫາຍທັງສອງຫຼັງ 178 ,698, 000 ກີບ.

ພາບ-ຂ່າວ: ສິດຕາ ເພັດວົງສາ