ແມ່ຍິງຖືພາຕ້ອງຮູ້ ! 5 ວິທີໃນການເບິ່ງແຍງຕົວເອງ ໃນລະຫວ່າງການຖືພາ
ແມ່ທີ່ກຳລັງຖືພາ ການເບິ່ງແຍງຕົວເອງແລະລູກໃນທ້ອງຂອງທ່ານແມ່ນສິ່ງທີ່ສຳຄັນ. ມື້ນີ້ພວກເຮົາມີວິທີງ່າຍໆໃນການເບິ່ງແຍງຕົວເອງມາແນະນຳ
1. ຢ່າຄຽດ: ຊອກຫາບາງສິ່ງບາງຢ່າງເຮັດ ເພື່ອບໍ່ໃຫ້ມີຄວາມກົດດັນ, ຢ່າຈົມກັບບັນຫາທີ່ເຄີຍເກີດຂຶ້ນມາແລ້ວ ປ່ອຍວາງ ເພາະວ່າໃນເວລາທີ່ແມ່ຄຽດມັນອາດຈະສົ່ງຜົນກະທົບຕໍ່ລູກໃນທ້ອງ. ຖ້າທ່ານຕ້ອງການໃຫ້ລູກຂອງທ່ານຢູ່ໃນອາລົມດີ, ໃຫ້ສົມບູນແລະມີສຸຂະພາບແຂງແຮງ ແມ່ບໍ່ຕ້ອງຄຽດເກີນໄປ.

.
2. ເລືອກກິນ: ແມ່ທ້ອງຕ້ອງກິນອາຫານທີ່ມີປະໂຫຍດ ແລະ ຄົບ 5 ຫມູ່ ເພື່ອສ້ອມແຊມຮ່າງກາຍທີ່ຂາດ ແລະ ບຳລຸງຮ່າງກາຍຂອງແມ່ ແລະ ເດັກໃນທ້ອງເພື່ອສຸຂະພາບແຂງແຮງ

.
3. ການອອກກຳລັງກາຍ: ແມ່ທ້ອງສາມາດອອກກຳ ລັງກາຍໄດ້ ໂດຍປຶກສາຫມໍ ຫລື ຜູ້ຊ່ຽວຊານ ທີ່ສາມາດເບິ່ງແຍງໄດ້ວ່າການອອກກຳລັງກາຍແບບໃດ ເໝາະສົມກັບແມ່ຍິງຖືພາ.

.
4. ຫລີກລ້ຽງການໃສ່ເກີບສົ້ນສູງ: ເພາະວ່າທ້ອງຂອງແມ່ໃຫຍ່ຂື້ນ ຈະເຮັດໃຫ້ມີຄວາມຫຍຸ້ງຍາກໃນການຊົງຕົວເວລາຍ່າງ ອາດຈະລົ້ມລົງໄດ້ ສະນັ້ນ, ທ່ານຄວນໃສ່ເກີບສົ້ນຕໍ່າທີ່ອ່ອນ ແລະ ສະບາຍ.

5. ຄວນປຶກສາທ່ານ ໝໍ ກ່ອນທີ່ຈະໃຊ້ຢາແລະເຄື່ອງ ສຳອາງ: ເພາະວ່າໃນຄີມແລະເຄື່ອງ ສຳອາງ ບາງຊະນິດ ຈະມີສ່ວນປະກອບຂອງສານທີ່ເປັນອັນຕະລາຍ ເພື່ອຄວາມປອດໄພຂອງເດັກໃນທ້ອງ ຕ້ອງປຶກສາຫມໍກ່ອນໃຊ້.
