Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ ຜົນກວດວິເຄາະທັງໝົດ ບໍ່ພົບເຊື້ອໃໝ່

Posted on 02/03/2021 By News No Comments on ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ ຜົນກວດວິເຄາະທັງໝົດ ບໍ່ພົບເຊື້ອໃໝ່

ໃນວັນທີ 2 ມີນາ 2021, ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ທົ່ວໂລກມີການລາຍງານການລະບາດ ຂອງພະຍາດໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 114.966.552 ຄົນ, ເສຍຊິວິດ 2.549.039 ຄົນ ແລະ ປີ່ນປົວຫາຍດີ 90.660.384 ຄົນ, ປະເທດທີ່ມີລາຍງານການຕິດເຊື້ອ ແລະ ເສຍຊີວິດຫລາຍກວ່າໝູ່ ແມ່ນອາເມຣິກາ ມີຜູ້ຕິດເຊື້ອສະສົມ 29.306.292 ຄົນ ແລະ ເສຍຊີວິດສະສົມ 527.077. ສະເພາະ ຢູ່ປະເທດອ້ອມຂ້າງ ສປປ ລາວ ເຫັນວ່າປະເທດມຽນມາ ມີຜູ້ຕິດເຊຶ້ອອັນດັບ 4 ໃນອາຊຽນ ເຊິ່ງໃນມື້ວານນີ້ ມີຜູ້ຕິດເຊື້ອໃໝ່ 20 ຄົນ; ໄທ 83 ຄົນ; ສປ ຈີນ 19 ຄົນ; ກຳປູເຈຍ 15 ຄົນ. ສຳລັບ ຢູ່ ສປປ ລາວ ໃນວັນທີ 1 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 309 ຄົນ; ຜົນກວດວິເຄາະທັງໝົດ ບໍ່ພົບເຊື້ອໃໝ່ ສັງລວມການກວດວິເຄາະນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດ ທັງໝົດ 114.339 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ, ກໍາລັງປິ່ນປົວ 3 ຄົນ, ທັງໝົດມີສຸຂະພາບ ຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ

May be an image of 1 person, standing and indoor

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດໃນວັນທີ 1 ມີນາ 2021 ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.105 ຄົນ ໃນນັ້ນຈຸດຜ່ານດ່ານ ລາວ-ໄທ ທັງໝົດ 1.366 ຄົນ; ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 32 ຄົນ; ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 707 ຄົນ ທຸກຄົນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ພ້ອມໄດ້ເກັບຕົວຢ່າງທຸກໆຄົນມາກວດ ເຊິ່ງທັງໝົດບໍ່ພົບຜູ້ຕິດເຊື້ອ. ສ່ວນການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ ປັດຈຸບັນ ມີທັງໝົດ 30 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.014 ຄົນ.

ປັດຈຸບັນ ບັນດາເພື່ອນບ້ານຍັງມີ ລາຍງານຜູ້ຕິດເຊື້ອ ໂ ຄ ວິ ດ ພາຍໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະນັ້ນ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຈາກປະເທດໃກ້ຄຽງ ໃນແຕ່ລະວັນນັ້ນ ຖືວ່າມີຄວາມສ່ຽງ ທີ່ຈະມີການນຳເຊື້ອພະຍາດ ໂ ຄ ວິ ດ ເຂົ້າມາໃນປະເທດ, ຕໍ່ກັບສະພາບການດັ່ງກ່າວ ຄະນະສະເພາະກິດ ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ເອົາໃຈໃສ່ ຕິດຕາມເຝົ້າລະວັງສະພາບ ການຢ່າງໃກ້ຊິດ ແລະ ໄດ້ວາງມາດຕະການເພື່ອສະກັດກັ້ນ ແລະ ແກ້ໄຂສະພາບການລະບາດຂອງພະຍາດໃຫ້ສອດຄ່ອງ ແລະ ເໝາະສົມກັບໃນແຕ່ລະໄລຍະ, ປະຕິບັດມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ເດີນທາງຜ່ານຈຸດຜ່ານແດນຊາຍແດນ ແລະ ສະຖານທີ່ຈຳກັດ ບໍລິເວນແຕ່ຂັ້ນສູນກາງຮອດ ຂັ້ນແຂວງທຸກຄົນຕ້ອງໄດ້ຈຳກັດບໍລິເວນ ຄົບຕາມກຳນົດຈຶ່ງສາມາດ ອອກໄປເຄື່ອນໄຫວໃນສັງຄົມຕາມປົກກະຕິ. ທັງນີ້, ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນຳພະຍາດ ໂ ຄ ວິ ດ ເຂົ້າມາແຜ່ລະບາດໃນປະເທດເຮົາຮອບໃໝ່.

ຂ່າວ-ພາບ: ກິດຕາ

ຂ່າວສານບ້ານເມືອງ

Post navigation

Previous Post: ວັກຊິນໂ ຄ ວິ ດ ຈໍານວນ 3 ແສນໂດສທີ່ລາວເຮົາໄດ້ຮັບການຊ່ວຍເຫລືອຈາກຈີນຈະແຈກຢາຍໃຫ້ທົ່ວປະເທດ
Next Post: 5 ວິທີໃນການເບິ່ງແຍງຕົວເອງ ໃນລະຫວ່າງການຖືພາ

Related Posts

ຢືນຢັນ! ການສັກວັກຊີນກັນພະຍາດໂຄວິດແມ່ນມີຄຸນປະໂຫຍດ ແລະ ປອດໄພ ຂ່າວສານບ້ານເມືອງ
ຂ່າວດີ ລາຄານໍ້າມັນລົງ ທຸກຊະນິດ ເລີ່ມ 28 ກໍລະກົດ ຂ່າວສານບ້ານເມືອງ
ຂ່າວດ່ວນເດີ້ ແຈ້ງນໍ້າມັນຂຶ້ນທົ່ວປະເທດເລີ່ມ 10 ມີນານີ້ ຂ່າວສານບ້ານເມືອງ
5 ບ້ານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄວບຄຸມເປັນເຂດແດງ ຂ່າວສານບ້ານເມືອງ
ແຈ້ງການ! ປັບຂຶ້ນລາຄານໍ້າມັນ ເລີ່ມປະຕິບັດ ວັນທີ 24 ກໍລະກົດ 2021 ເວລາ 06:00 ໂມງ ຂ່າວສານບ້ານເມືອງ
ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme