Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາກາດປ່ຽນແປງອາທິດນີ້ ອຸນຫະພູມຈະຮ້ອນ 32-34 ອົງສາ

Posted on 02/03/202102/03/2021 By News No Comments on ອາກາດປ່ຽນແປງອາທິດນີ້ ອຸນຫະພູມຈະຮ້ອນ 32-34 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດໃນໄລຍະວັນທີ 1 ຫາ 7 ມີນາ 2021 ວ່າ: ໃນໄລຍະວັນທີ 1 – 4 ມີນານີ້ ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງອ່ອນ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ສ່ວນພາກໃຕ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນ.

ໃນໄລຍະວັນທີ 5 ຫາ 7 ມີນາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກຳລັງລົງ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້:

No photo description available.

.

No photo description available.

.

May be an illustration
ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານຊີ້ນຳໃຫ້ຕິດຕາມເຂັ້ມງວດ ກວດກາສິນຄ້າບໍ່ເກີດການສວຍໂອກາດຂຶ້ນລາຄາສິນຄາ
Next Post: ໂຮງຮຽນເມລີສະຫວັນ ລົງວິໄນຄູປະພຶດຜິດວິໄນດ້ວຍການໄລ່ອອກ

Related Posts

ເກີດເຫດ ໄ ຟ ໄ ໝ້ຮ້ານຂາຍເຄື່ອງສົ່ງທີ່ເມືອງໄຊຍະບູລີກາງເດິກ (ມີຄລິບ) ຂ່າວສານບ້ານເມືອງ
ທາດນາງສາມຜິວຕໍານານຈາກຈໍາປາສັກ ສູ່ ໄຊຍະບູລີ ຂ່າວສານບ້ານເມືອງ
ປະຊາຊົນບ້ານຫາດສາຍ້າຍປ່າຊ້າໄປບ່ອນໃໝ່ ຍ້ອນນໍ້າເຂື່ອນຈະຖ້ວມ ຂ່າວສານບ້ານເມືອງ
ເຈົ້າແຂວງຄຳມ່ວນລົງເຄື່ອນໄຫວວຽກງານທີ່ເມືອງຍົມມະລາດ ຂ່າວສານບ້ານເມືອງ
ມອບ-ຮັບໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີຂອງກະຊວງປ້ອງກັນຄວາມສະຫງົບ ຂ່າວສານບ້ານເມືອງ
ລາວ-ຈີນ ເປີດໂຄງການ 4×100 ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ຊຸດທີ 1 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme