Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານຊີ້ນຳໃຫ້ຕິດຕາມເຂັ້ມງວດ ກວດກາສິນຄ້າບໍ່ເກີດການສວຍໂອກາດຂຶ້ນລາຄາສິນຄາ

Posted on 02/03/202102/03/2021 By News No Comments on ລັດຖະບານຊີ້ນຳໃຫ້ຕິດຕາມເຂັ້ມງວດ ກວດກາສິນຄ້າບໍ່ເກີດການສວຍໂອກາດຂຶ້ນລາຄາສິນຄາ

ໃນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພ້ອມ ສະມາຊິກລັດຖະບານ ຄະນະລັດຖະບານໄດ້ມີຄຳເຫັນຊີ້ນຳດັ່ງນີ້:

ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs);

May be an image of 3 people

ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດພາຍໃນໃຫ້ເຂັ້ມແຂງ.

ພ້ອມດຽວກັນນີ້ໃຫ້ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເພື່ອຮັບປະກັນ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.

May be an image of 3 people

ທັງໝົດນີ້ ກໍ່ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ສິນຄ້າໃນລາຄາປົກກະຕິ ບໍ່ຖືກເອົາລັດເອົາປຽບຈາກຜູ້ປະກອບການ, ຜູ້ຄ້າຂາຍເອງກໍ່ຕ້ອງດຳເນີນທູລະກິດພາຍໃຕ້ລະບຽບກົດໝາຍຂອງບ້ານເມືອງ ບໍ່ສວຍໂອກາດຂື້ນລາຄາຕາມລຳພັງໃຈ ອັນຈະສົ່ງຜະກະທົບຕໍ່ສະພາບເສດຖະກິດໂດຍລວມຂອງປະເທດເຮົາ.

ຄຣີບຂ່າວ

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງວິລະບູລີ ຈັດພີທີວາງສີລາລຶກ ໂຄງການກໍ່ສ້າງ ແລະ ສ້າງຕັ້ງອະນຸສາວະລີ ຂອງປະທານ ໄກສອນ ພົມວິຫານ
Next Post: ອາກາດປ່ຽນແປງອາທິດນີ້ ອຸນຫະພູມຈະຮ້ອນ 32-34 ອົງສາ

Related Posts

ປະກາດຫາຍາດຜູ່ເສຍຊີວິດ ເຫດລົດໃຫຍ່ຕຳຄົນຍ່າງຂ້າມທາງ ເສຍຊີວິດ 2 ຄົນ ຂ່າວສານບ້ານເມືອງ
ຖື ກ ຕັ ດ ອິ ດ ສ ະ ພ າ ບ ໄ ລ ຍ ະ 3ປີ ແຕ່ບໍ່ເຄັດຫຼາບ ຂ່າວສານບ້ານເມືອງ
ຖະແຫຼງຂ່າວ 25 ເມສາ ປົວດີ ອອກໂຮງໝໍອີກ 3 ຄົນ ບໍ່ພົບຄົນຕິດເຊື້ອເພີ່ມ 13 ມື້ຕິດຕໍ່ກັນ ຂ່າວສານບ້ານເມືອງ
COVID-19: ເສຍຊີວິດແລ້ວ 2.669 ຄົນ, ຫາຍດີ 27.661 ຄົນ, ລວມຕິດເຊື້ອ 80.147 (12:35-25/2/2020) ຂ່າວສານບ້ານເມືອງ
​ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງຢ່າງໜັກ ຂ່າວສານບ້ານເມືອງ
2 ໃນ 5 ຄົນທີ່ນອນຕິດຕາມອາການເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ອາດຈະໄດ້ກັບບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme