ໃນທ້າຍອາທິດທີ່ຜ່ານມານີ້ ຢູ່ທີ່ເດີ່ນຫ້ອງວ່າການເມືອງ ວິລະບູລີ ແຂວງສະຫວັນນະເຂດໄດ້ມີພິທີວາງສິລາລຶກ ໂຄງການກໍ່ສ້າງອະນຸສາວະລີ ແລະ ກໍ່ສ້າງຮູບຫລໍ່ເຄິ່ງຄີງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຂອງປວງຊົນລາວເຮົາ. ເຂົ້າຮ່ວມໃນພິທີມີ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາ ຄະນະບໍລິຫານງານພັກແຂວງ ສະຫວັນສະຫວັນະເຂດ, ທ່ານ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ສະຫວັນນະເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂອງເມືອງ, ບັນດາເຈົ້າເມືອງອ້ອມຂ້າງ, ຄະນະຮັບຜິດຊອບອານຸສອນສະຖານໄກສອນ ພົມວິຫານ , ການນໍາບໍລິສັດຊືເຝິງ ລ້ານຊ້າງມີເນໂຣນສ໌ ລິມິເຕັດ, ພ້ອມດ້ວຍມວນຊົນຊາວເມືອງວິລະບູລີ ເຂົ້າຮ່ວມຢ່າງພ້ອມພຽງ.

.

ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ໄດ້ກ່າວຄໍາປາໄສຕໍ່ພິທີວ່າ ໃນການຈັດພິທີວາງສີລາລຶກ ໂຄງການກໍ່ສ້າງອະນຸສາວະລີປະທານໄກສອນພົມວິຫານ ທີ່ເມືອງວິລະບູລີ ດິນແດນວິລະຊົນຄົນອາດຫານໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນທາງດ້ານການເມືອງຢ່າງເລິກເຊິ່ງ ທັງເປັນການແຈ້ງຂ່າວໃຫ້ຊາວເມືອງວິລະບູລີ ໄດ້ຮັບຮູ້ແຈ້ງຕື່ມກ່ຽວກັບເສັ້ນທາງປະຕິວັດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ການປະຕິວັດກໍາມະຊີບຂອງລາວ ກໍ່ຄືທົ່ວໂລກຮັບຮູ້.

.

ໂຄງການດັ່ງກ່າວນີ້ມີເນື້ອທີ່ທັງໝົດ 1.600 ຕາແມັດ ໂດຍນໍາໃຊ້ທຶນຮອນງົບປະມານຈາກການປະກອບສ່ວນຂອງບໍລິສັດ ລ້ານຊ້າງ ມີໂຣນສ໌ ລິມິເຕັດ ແລະ ບັນດານັກທຸລະກິດ ແລະບໍລິສັດພາຍໃນເມືອງ, ທັງນີ້ກໍ່ເພື່ອໃຫ້ລູກຫລານຜູ້ສືບທອດໄດ້ຮຽນຮູ້ ຄຸນສົມບັດສິນທໍາປະຕິວັດ,ທັງເປັນບ່ອນສຶກສາອົບຮົມການເມືອງແນວຄິດ ປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່,ເປັນບ່ອນປະຕິຍານຕົນ ຮັບມະຫາຊົນກ້າວໜ້າເຂົ້າອົງການຈັດຕັ້ງມະຫາຊົນ ແລະ ຈັດພິທີທີ່ສໍາຄັນໃນວັນສໍາຄັນຕ່າງໆຂອງຊາດກໍ່ຄືຂອງເມືອງ.

.

ສໍາລັບໂຄງສ້າງຂອງໂຄງການແມ່ນຈະໄດ້ດໍາເນີນກໍ່ສ້າງຕາມແບບຜັງ,ເຕັກນິກ,ຂະໜາດ ແລະ ການຕົບແຕ່ງຖືກຕ້ອງຕາມການກໍານົດຂອງອານຸສອນສະຖານສູນກາງກໍານົດອອກ ທົ່ວໄປເທດ, ເຊິ່ງປະກອບມີຮູບຫລໍ່ເຄິ່ງຄີງ ສູງ 0,78 ແມັດ ຂອງປະທານໄກສອນພົມວິຫານ, ໂຄງສ້າງເສດທະສັດປະກອບມີ ການຕົບແຕ່ງເດີ່ນສວນລະບົບໄຟຟ້າ, ນໍ້າປະປະປາ,ມີຮົ້ວອ້ອມ ແລະ ອື່ນໆ. ຈາກນັ້ນບັນດາການນໍາຂັ້ນສູງກໍ່ໄດ້ວາງສີລາລຶກ,ຮ່ວມກັນຕັດແຜ່ນຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປີດພິທີວາງສີລາລຶກໂຄງການ ໃນຄັ້ງນີ້ຢ່າງເປັນທາງການ.

.

.
