ວັນທີ 1 ມີນາ 2021 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະກາດການແຕ່ງຕັ້ງພິທີປະກາດການແຕ່ງຕັ້ງຕຳແໜ່ງບັນຊານາຍທະຫານ ແລະ ປະກາດການເລືອນຊັ້ນທຽບຊັ້ນ, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະ ພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະ ຫາຍ ພັນໂທ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, 5 ກອງບັນຊາການທະຫານເມືອງ, 2 ກອງພັນ,ໂຮງຣຽນ, ໂຮງໝໍ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

.

ພິທີ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ທີ່ຂຶ້ນກັບກອງບັນຊາການທະຫານແຂວງ ສະບັບເລກທີ 64/ກທຂ-ບກ ລົງວັນທີ 8 ມັງກອນ 2021 ຕົກລົງແຕ່ງຕັ້ງຈຳນວນ 63 ຕຳແໜ່ງງານ ປະກອບມີຂັ້ນຫ້ອງ, ກອງພັນ, ກອງຮ້ອຍ ແລະ ວິຊາສະເພາະອີກຈຳນວນໝຶ່ງອີກ ພ້ອມດຽວກັນນັ້ນ ຍັງໄດ້ປະດັບທຽບຊັ້ນນາຍທະຫານໃຫ້ນັກຮຽນ ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງບັນຊາການທະຫານແຂວງ ສະບັບເລກທີ 394/ກມທ ນະຄອນ ຫຼວງວຽງຈັນ, ລົງວັນທີ 4 ກຸມພາ 2021.

.

ກົມໃຫຍ່ການເມືອງກອງທັບຕົກລົງ ທຽບຊັ້ນໃຫ້ຊັ້ນຮ້ອຍໂທ ຈຳນວນ 8 ສະຫາຍ ແລະ ຊັ້ນຮ້ອຍຕີ 2 ສະຫາຍ ເປັນກຽດຂື້ນປະດັບຊັ້ນໂດຍພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະຢ່າງສົມກຽດ ພ້ອມ ເນັ້ນໜັກ ໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ຈົ່ງພ້ອມກັນອົດທົນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມຄວາມສາມັກຄີພາຍໃນ ແລະ ຮັກສາແໜ້ນມູນເຊື້ອອັນສະຫງ່າງາມຂອງກົມກອງ, ອອກແຮງປັບປຸງກໍ່ສ້າງພັກ-ກໍ່ສ້າງພະ ນັກງານ ແລະ ຕັ້ງໜ້າປະຕິບັດທຸກມະຕິຄໍາສັ່ງທຸກໜ້າທີ່ວຽກງານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ທັງໝົດນັ້ນແມ່ນເພື່ອພ້ອມກັນນໍາພາກອງທັບ, ນໍາພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ສໍາຄັນອັນໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສໍາເລັດ.

.

ໂດຍ: ວໍລະສິດ ພິດສະຫາຍ