Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາສະພາບການບໍລິການ ແລະ ການຄຸ້ມຄອງຕະຫລາດ

Posted on 01/03/202101/03/2021 By News No Comments on ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາສະພາບການບໍລິການ ແລະ ການຄຸ້ມຄອງຕະຫລາດ

ແຫລ່ງຂ່າວຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 27 ກຸມພາ ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ພ້ອມດ້ວຍຄະນະພະແນກການ, ຂະແໜງການກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມ, ກວດກາສະພາບການບໍລິການ, ການຄຸ້ມຄອງຈັດສັນຕະຫລາດ ຢູ່ພາຍໃນເທສະບານແຂວງຄຳມ່ວນ ເປັນຕົ້ນ ແມ່ນຕະຫລາດສຸກສົມບູນຫລັກ 3 ແລະ ຕະຫລາດຫລັກ ໂດຍໄດ້ຕິດຕາມກວດກາບັນຍາກາດການຊື້-ຂາຍຂອງບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ, ສິນຄ້າເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ແລະ ສະຖານທີ່ບໍລິການຫ້ອງນໍ້າ, ບ່ອນຈອດລົດ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອຂອງຕະຫລາດ ລວມເຖິງບັນຫາອື່ນໆທີ່ກ່ຽວຂ້ອງກັບການບໍລິການ, ຄຸ້ມຄອງພາຍໃນຕະຫລາດ.

May be an image of 7 people, people standing and food

.

May be an image of 4 people and people standing

ໂອກາດນີ້, ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ຮຽກຮ້ອງມາຍັງຜູ້ຈັດການຕະຫລາດໃຫ້ເພີ່ມທະວີເອົາໃຈໃສ່ ການຮັກສາຄວາມສະຫງົບ, ຄວາມປອດໄພ, ການຈັດສັນພາຫະນະເຂົ້າ-ອອກໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສະອາດຈົບງາມ ໂດຍມີການປະສານສົມທົບກັບຂະແໜງການລັດທີ່ກ່ຽວຂ້ອງ ຕິດພັນກັບການເຮັດໜ້າທີ່ການບໍລິການທີ່ດີຕໍ່ລູກຄ້າ ເພື່ອດຶງດູດລູກຄ້າ ແລະ ສ້າງຄວາມປະທັບໃຈຕໍ່ຜູ້ມາໃຊ້ບໍລິການ.

May be an image of 5 people, people standing and indoor
ຂ່າວສານບ້ານເມືອງ

Post navigation

Previous Post: ສ່ວຍສາອາກອນປະຈໍາແຂວງໄຊຍະບູລີສະຫຼຸບວຽກງານ ປະຈໍາປີ 2020
Next Post: ອາຫານ 7 ຢ່າງ ທີ່ຄວນກິນ ສຳລັບແມ່ຍິງຖືພາ

Related Posts

ປີ 2019 ທລຍ ສະໜັບສະໜູນທຶນແກ້ໄຂພື້ນຖານໂຄງລ່າງຢູ່ເມືອງສະໝ້ວຍ 10 ໂຄງການ ມູນຄ່າ 2 ຕື້ກວ່າກີບ ຂ່າວສານບ້ານເມືອງ
ຕິດເພີ່ມອີກ 259 ຂະນະທີ່ປົວດີໃໝ່ 88 ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງວຽງຈັນ ສຸມໃສ່ 8 ວຽກ ເພື່ອໃຫ້ການຄ້າປະເວນີ ຫຼຸດລົງ ຂ່າວສານບ້ານເມືອງ
ແຈ້ງການປັບຄາໄຟຟ້າໃນຂະແໜງຊົນລະປະທານ ແລະ ຟາມລ້ຽງສັດທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມປີ 2018 ຈໍານວນ 114 ລູກຄ້າ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ຄວາມກົດດັນສູງຂອງອາກາດເຢັນ ຍັງຈະປົກຄຸມຢູ່ພາກເໜືອ ຂ່າວສານບ້ານເມືອງ
ເກີດເຫດ! ລົດຈັກເສຍຫຼັກຕຳກຳແພງ ດັບຄາທີ່ ເຂດບ້ານຊຽງດາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme