Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສ່ວຍສາອາກອນປະຈໍາແຂວງໄຊຍະບູລີສະຫຼຸບວຽກງານ ປະຈໍາປີ 2020

Posted on 01/03/202101/03/2021 By News No Comments on ສ່ວຍສາອາກອນປະຈໍາແຂວງໄຊຍະບູລີສະຫຼຸບວຽກງານ ປະຈໍາປີ 2020

ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງການການເງິນເມືອງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈໍາແຂວງ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄໍາບູ່ ທອງວັນນາ ຮອງຫົວໜ້າພະແນກການເງິນແຂວງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການການເງິນເມືອງ 11 ເມືອງ, ຫົວໜ້າ, ຮອງຫົວໜ້າສ່ວຍສາອາກອນປະຈໍາເມືອງແຕ່ລະເມືອງ ແລະ ພະນັກງານວິຊາການສ່ວຍສາອາກອນປະຈໍາແຂວງເຂົ້າຮ່ວມ.

May be an image of 33 people and people standing

ໃນກອງປະຊຸມ ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈໍາແຂວງ ໄດ້ໃຫ້ຮູ້ວ່າ: ຍ້ອນໄດ້ຮັບການຊີ້ນໍາ-ນໍາພາຈາກຄະນະພັກ, ອົງການປົກຄອງຂັ້ນແຂວງ-ຂັ້ນເມືອງ ໄດ້ຖືສໍາຄັນໃນການຂຸດຄົ້ນຈັດເກັບລາຍຮັບເຂົ້າງົບປະມານ ສະແດງອອກແຕ່ລະເມືອງໃນທົ່ວແຂວງ ແມ່ນເກີນແຜນ, ຍ້ອນລາຍຮັບບັງເອີນເກີດຂຶ້ນ ເມື່ອທຽບໃສ່ແຜນການເພີ່ມຂຶ້ນ ເຊັ່ນ: ການນໍາເຂົ້ານໍ້າມັນເຊື້ອໄຟ, ລາຍຮັບຈາກວິສາຫະກິດໄຟຟ້າລາວສາຂາແຂວງໄຊຍະບູລີ, ລາຍຮັບຈາກບໍລິສັດຕ່າງແຂວງທີ່ມາເຄື່ອນໄຫວຢູ່ແຂວງ, ລາຍຮັບຂອງແຂວງທີ່ອານຸມັດຢູ່ສູນກາງ, ລາຍຮັບຈາກສູນກາງຮັບຊ່ວຍທີ່ບໍ່ນອນຢູ່ແຜນ ປະຕິບັດໄດ້ 8,8 ຕື້ກວ່າກີບ, ຍ້ອນວ່າມີການນະໂຍບາຍໂຄວິດ ໄດ້ດັດແກ້ແຜນ 6 ເດືອນລົງໃຫ້ ຈາກແຜນເບື້ອງຕົ້ນ 251,10 ຕື້ກີບ ມາເປັນ 174,51 ຕື້ກີບ ສະນັ້ນໃນໄລຍະປີ 2020 ຜ່ານມາ ການປະຕິບັດເກັບລາຍຮັບຕາມແຜນດັດແກ້ 6 ເດືອນຕົ້ນປີ ປະຕິບັດໄດ້ລື່ນຄາດໝາຍ 16,16% ເປັນເງິນ 28,19 ຕື້ກວ່າກີບ

May be an image of 2 people, people standing and people sitting

ແຕ່ເຖິງຢ່າງໃດກໍ່ຕາມຄຽງຄູ່ກັບສິ່ງທີ່ພົ້ນເດັ່ນ ແຕ່ກໍ່ຍັງມີບາງດ້ານທີ່ເປັນສິ່ງທ້າທາຍ ແລະ ຄົງຄ້າງເຊັ່ນ: ບັນຫາທະບຽນວິສາຫະກິດ ແລະ ທະບຽນສ່ວຍສາອາກອນບໍ່ກົງກັນ, ການຂຶ້ນ ແລະ ຕໍ່ທະບຽນປີ 2020 ເມື່ອທຽບໃສ່ປີ 2019 ເຫັນວ່າປະຕິບັດບໍ່ໄດ້ຄາດໝາຍ; ສັງລວມແລ້ວປີ 2019 ມີຫົວໜ່ວຍທີ່ຂຶ້ນ ແລະ ຕໍ່ທະບຽນທັງໝົດ 2.949 ຫົວໜ່ວຍ, ປີ 2020 ປະຕິບັດໄດ້ 2.266 ຫົວໜ່ວຍ, ຍັງຄ້າງບໍ່ທັນຕໍ່ທະບຽນມີເຖິງ 1.594 ຫົວໜ່ວຍ. ທ່ານຍັງໃຫ້ຮູ້ຕື່ມວ່າ: ຄາດໝາຍສູ້ຊົນແຜນການເກັບລາຍຮັບສ່ວຍສາອາກອນ ປີ 2021 ຕາມການແຈ້ງແຜນຂອງກົມ ມີຈໍານວນ 220 ຕື້ກີບ, ທ່ານເຈົ້າແຂວງໃຫ້ສູ້ຊົນຕື່ມ 5,5 ຕື້ກີບ, ພະແນກການເງິນມອບໃຫ້ອາກອນສູ້ຊົນ 5 ຕື້ກີບ, ຊັບສິນສູ້ຊົນຕື່ມ 500 ລ້ານກີບ, ທຽບໃສ່ແຜນດັດແກ້ເພີ່ມຂຶ້ນ 29,31% ຫຼື ເທົ່າກັບ 51 ຕື້ກີບ.

May be an image of 1 person, standing, sitting and indoor

ຂ່າວ: ມະໄລວັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຊຽງຂວາງ ປະກາດການນຳພັກການ – ເຂົ້າຮັບອຸດໜູນບຳນານ
Next Post: ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາສະພາບການບໍລິການ ແລະ ການຄຸ້ມຄອງຕະຫລາດ

Related Posts

ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກ ລາຍໃຫຍ່ ພາຍຫຼັງໄລ່ລ່າມາແຕ່ເດືອນ ກັນຍາ 2020 ຂ່າວສານບ້ານເມືອງ
ເກີດເຫດ! ເສົາໄຟຟ້າຫັກ ຍ້ອນດິນເຊາະເຈື່ອນຢູ່ບ້ານນາຄູນ ເມືອງວັງວຽງ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 06 ແຂວງຫລວງພະບາງ ມີຈຳນວນຜູ້ສະໝັກ 13 ທ່ານ, ເລືອກເອົາ 10 ທ່ານ ຂ່າວສານບ້ານເມືອງ
ເມືອງຕົ້ນເຜິ້ງເປີດການຮຽນ-ການສອນໃຫ້ນັກຮຽນຊັ້ນ ປ5, ມ4 ແລະ ມ7 ຂ່າວສານບ້ານເມືອງ
ທັບນັກກິລາແຂວງຫຼວງພະບາງໄດ້ຮັບການຍ້ອງຍໍຢ່າງສົມກຽດ ຂ່າວສານບ້ານເມືອງ
ໂອ່ໂຫ່! ອາບນໍ້າໃຫ້ງູຈົງອາງ (ຊົມຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme