Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຊຽງຂວາງ ປະກາດການນຳພັກການ – ເຂົ້າຮັບອຸດໜູນບຳນານ

Posted on 01/03/202101/03/2021 By News No Comments on ແຂວງຊຽງຂວາງ ປະກາດການນຳພັກການ – ເຂົ້າຮັບອຸດໜູນບຳນານ

ພິທີປະກາດການນຳພັກການ-ເຂົ້າຮັບອຸດໜູນບຳນານ ແລະ ຍົກຍ້າຍຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເຈົ້າແຂວງຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວ ໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງສະບັບເລກທີ 289/ຄລສພ ລົງວັນທີ 18/12/2020 ວ່າດ້ວຍການອະນຸມັດໃຫ້ການ ນຳຂັ້ນສູງອອກພັກການ – ຮັບອຸດໜູນບຳນານ, ຕົກລົງໃຫ້ທ່ານ ບົວສອນ ສີນວນທອງ ຮອງເລຂາພັກ ແຂວງ ຮອງເຈົ້າແຂວງຊຽງຂວາງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021; ມະຕິຕົກລົງ ສະບັບເລກທີ 292/ຄລສພ ລົງວັນທີ 18/12/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ, ຕົກລົງໃຫ້ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021; ຂໍ້ຕົກ ລົງສະບັບເລກທີ 47/ຈຂ.ຊຂ ລົງວັນທີ 20/1/2021 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ – ຮັບອຸດໜູນບຳນານ, ອະນຸມັດໃຫ້ ທ່ານ ນາງ ຄຳໄສ ທິບດາລາ ວ່າການປະທານສະຫະພັນແມ່ຍິງແຂວງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021; ຂໍ້ຕົກລົງສະບັບເລກທີ 670/ຈຂ.ຊຂ ລົງວັນທີ 15/12/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ – ຮັບອຸດໜູນບຳນານ, ອະນຸມັດໃຫ້ ທ່ານ ສີທອນ ສໍບົວລະພາ ຫົວໜ້າພະແນກພາຍໃນແຂວງ ອອກພັກການ – ຮັບອຸດໜູນບຳນານ ໃນງວດ 1 ປີ 2021; ມະຕິຕົກລົງ ສະບັບເລກທີ 21/ຄປພຂ.ຊຂ ລົງວັນທີ 15/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານ ບົວເງິນ ຫຸມໄຊຍະພົມ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄປປະຕິບັດໜ້າທີ່ຢູ່ແຂວງ; ມະຕິຕົກລົງ ສະບັບເລກທີ 19/ຄປພຂ.ຊຂ ລົງວັນທີ 11/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານ ສີວິໄລ ແສງຈະເລີນ ກຳມະການພັກແຂວງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ແຂວງ; ມະຕິຕົກລົງສະບັບເລກທີ 20/ຄປພຂ.ຊຂ ລົງວັນທີ 11/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ; ມະຕິຕົກລົງ ສະບັບເລກທີ 16/ຄປພຂ.ຊຂ ລົງວັນທີ 9/2/2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍ ທ່ານນາງ ຈັນທະສອນ ພູນສຸກ ກຳມະການພັກແຂວງ ຮອງຫົວໜ້າຫ້ອງວ່າການແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ສະຫະພັນແມ່ຍິງແຂວງ; ຂໍ້ຕົກລົງສະບັບ ເລກທີ 87/ຈຂ.ຊຂ ລົງວັນທີ 1/2/2021 ວ່າດ້ວຍການ ແຕ່ງຕັ້ງຮອງເຈົ້າແຂວງຊຽງຂວາງ ຕົກລົງແຕ່ງຕັ້ງບັນດາທ່ານຮອງເຈົ້າແຂວງຊຽງຂວາງດັ່ງນີ້: 1. ທ່ານ ບົວເງິນ ຫຸມໄຊຍະພົມ ເປັນຮອງເຈົ້າແຂວງ, 2. ທ່ານ ສີວິໄລ ແສງຈະເລີນ ເປັນຮອງເຈົ້າແຂວງ; ຂໍ້ຕົກລົງສະບັບເລກທີ 88/ຈຂ.ຊຂ ລົງວັນທີ 1/2/2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຕົກລົງແຕ່ງຕັ້ງ ທ່ານ ສົມພອນ ສີອາໄພ ກຳມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງ; ຂໍ້ຕົກລົງສະບັບເລກທີ 101/ຈຂ.ຊຂ ລົງວັນທີ 11/2/2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະ ແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງແຕ່ງຕັ້ງ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການ ພັກແຂວງ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຊຽງຂວາງໄດ້ມີຄຳຄິດເຫັນແລກປ່ຽນ ຜູ້ທີ່ພັກການ ແລະ ຜູ້ຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ຮັກສາສຸຂະພາບ, ສຸມຫົວຄິດສະຕິປັນຍາ ເຂົ້າໃນການສ້າງສາພັດທະນາ ແຂວງຊຽງຂວາງໃຫ້ຈະເລີນຂຶ້ນເລື້ອຍໆ.

(ຂ່າວ-ພາບ: ບຸນມີ ແສງທຸມມີ)

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ກົມການເມືອງສູນກາງພັກແຈ້ງ ຍຸບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
Next Post: ສ່ວຍສາອາກອນປະຈໍາແຂວງໄຊຍະບູລີສະຫຼຸບວຽກງານ ປະຈໍາປີ 2020

Related Posts

ລົງທະບຽນອອກເລກປະຈຳຕົວຜູ່ເສຍອາກອນ ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງ ເຕືອນ ໂຮງງານໃດຍັງເປີດ ຕ້ອງຮັບຜິດຊອບກັບການກະທຳຂອງຕົນເອງ ຂ່າວສານບ້ານເມືອງ
ເພງ ອະດິດຕະຊາດ ກັບກິ່ນອາຍຢ້ອນຍຸກ | ຕິ່ງນ້ອຍໆ ຂ່າວສານບ້ານເມືອງ
ແຂວງໄຊຍະບູລີ ທາບທາມບຸກຄະລາກອນ ຮອບທີ III ຂ່າວສານບ້ານເມືອງ
ຂ່າວດ່ວນ ເມືອງຫຼາ ປະເຊີນນໍ້າຖ້ວມອີກຮອບແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ສະຫະລັດອາເມລິກາ ມອບທຶນ 129.000 ໂດລາສະຫະ ລັດ ເພື່ອອະນຸລັກຮັກສາທົ່ງໄຫຫີນ ແຂວງຊຽງຂວາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme