Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກັກໂຕພໍ່ຫວຍສໍ້ໂກງຊັບພົນລະເມືອງ ສຸດທ້າຍຖືກ ຈັ ບ ດຳເນີນຄະດີ

Posted on 28/02/202128/02/2021 By News No Comments on ກັກໂຕພໍ່ຫວຍສໍ້ໂກງຊັບພົນລະເມືອງ ສຸດທ້າຍຖືກ ຈັ ບ ດຳເນີນຄະດີ

ໃນວັນທີ 25 ພະຈິກ 2020, ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນເສດຖະກິດ ປກສ ເມືອງໄຊເສດຖາ ນວ ໄດ້ຮັບ ແຈ້ງຄວາມຈາກ ນາງ ບຸນສີ ສອນປະດິດ ແລະ ນາງ ຫົງສະຫວັນ ພີມມະຫາ ຕາງໜ້າ (ລູກຫວຍ) ວ່າ: ຖືກ ທ້າວ ແຊມ ຫຼື ຫໍາ ອາຍຸ 27 ປີ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນວ ສໍ້ໂກ້ງຊັບພົນລະເມືອງ. ພາຍຫຼັງໄດ້ຮັບແຈ້ງ, ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ທໍາການ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດ ຈຶ່ງເຫັນວ່າ ການກະທໍາຂອງທ້າວ ແຊມ ຫຼື ຫໍາ ແມ່ນມີພື້ນຖານການກະທໍາຜິດທາງອາຍາໃນຂໍ້ກ່າວຫາ ສໍ້ໂກ້ງຊັບພົນລະເມືອງ.

ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ອອກຄໍາສັ່ງສືບສວນ-ສອບສວນ ດຳເນີນຄະດີ ພ້ອມທັງ ນໍາໃຊ້ມາດຕະການກັກຕົວ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຍອມຮັບສາລະພາບ ວ່າ: ຕົນເອງໄດ້ຕົວະຍົວະຫຼອກລວງ ໂດຍອ້າງວ່າ (ເປັນແມ່ຫວຍ) ຕັ້ງຫວຍໃນວົງເງິນ45 ລ້ານກີບ, 30 ວັນເປຍ, ເກັບເງິນນໍາລູກຫວຍມື້ລະ 150.000ກີບ; ເຂົ້າຫວຍ 30 ລ້ານກີບ, 30ວັນເປຍ, ເກັບເງິນນໍາລູກຫວຍມື້ລະ 1 ແສນກີບ ແລະ ເຂົ້າຫວຍ 10ລ້ານ, 10 ວັນເປຍ, ເກັບເງິນນໍາລູກຫວຍມື້ລະ 1 ແສນກີບ, ມີລູກຫວຍ 10 ຄົນ, ແມ່ຫວຍຈະເກັບເງິນກ່ອນ 12 ວັນ, ພໍເກັບເງິນໄດ້ໄລຍະໜຶ່ງຕົນເອງໄດ້ໄປຖາມຂາຍຫວຍໃຫ້ ນາງ ບຸດສະບາ (ລູກຫວຍ) ຈໍານວນ 7 ມື ໂດຍອ້າງວ່າ (ລູກຫວຍຄົນອື່ນເຂົາບໍ່ມີຄວາມສາມາດໃສ່ຕໍ່ໄດ້ອີກແລ້ວ, ຮ້ອນເງິນ) ແລະ ໄດ້ຊັກຊວນໃຫ້ຄົນອື່ນມາເຂົ້າຫວຍນໍາຕື່ມອີກ.

ພາຍຫຼັງມີການໂຄສະນາຊວນເຊື່ອ ນາງ ບຸນສີ ສອນປະດິດ, ນາງ ຫົງສະຫວັນ ພີມມະຫາ ແລະ ລູກຫວຍອີກຈໍານວນໜຶ່ງ ເກີດຄວາມເຊື່ອວ່າ: ທ້າວ ແຊມ ຫຼື ຫໍາ ໄດ້ຕັ້ງຫວຍແທ້ຈຶ່ງໄດ້ມອບເງິນລວມທັງໝົດ 452 ລ້ານກວ່າກີບ.

ຕໍ່ກັບການກະທໍາຂອງທ້າວ ແຊມ ຫຼື ຫຳເຫັນວ່າ: ມີເຈດຕະນາຫຼອກລວງແອບອ້າງເອົາການຕັ້ງຫວຍ ເປັນການສ້າງຄວາມໄວ້ເນື້ອເຊື່ອໃຈເຮັດໃຫ້ຄົນອື່ນມອບຊັບສິນຂອງຕົນໃຫ້ ຕໍ່ພຶດຕິກຳນີ້ແມ່ນຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 233 ກຳນົດໄວ້.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງສີສັດຕະນາກ ສຸມໃສ່ກວດກາ ແລະ ແກ້ໄຂກຸ່ມມົ້ວສຸມ ຢ ຢູ່ຮ້ານອິນເຕີເນັດຄາເຟ່
Next Post: ສັງທອງ ຕ້ອງການໃຫ້ນັກລົງທຶນສໍາປະທານພັດທະນາ 6 ສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງ

Related Posts

ເອົາແລ້ວກວດພົບເຊື້ອໂຄວິດໃນກຸ່ມໄວລຸ້ນ ຈໍານວນ 32ຄົນທີ່ຊຸມແຊວກັນຢູ່ໂຮງແຮມໂຄ້ງຄໍາ ຂ່າວສານບ້ານເມືອງ
ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ຂ່າວສານບ້ານເມືອງ
ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ທາງເມືອງປະທຸມພອນ ຂ່າວສານບ້ານເມືອງ
ທົດສອບເສື້ອກັນກະສຸນກອງທັບລາວຜະລິດເອງ ຂ່າວສານບ້ານເມືອງ
ເຈົ້າແຂວງໆຜົ້ງສາລີ ຢ້ຽມຢາມການຜະລິດທີ່ເມືອງຍອດອູ ຂ່າວສານບ້ານເມືອງ
ຫົກລໍ້ເສຍຫຼັກຕໍາເສົາໄຟຟ້າລົ້ມກາງເດິກເຂດບ້ານແສງສະຫວ່າງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme