Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງສີສັດຕະນາກ ສຸມໃສ່ກວດກາ ແລະ ແກ້ໄຂກຸ່ມມົ້ວສຸມ ຢ ຢູ່ຮ້ານອິນເຕີເນັດຄາເຟ່

Posted on 27/02/202127/02/2021 By News No Comments on ປກສ ເມືອງສີສັດຕະນາກ ສຸມໃສ່ກວດກາ ແລະ ແກ້ໄຂກຸ່ມມົ້ວສຸມ ຢ ຢູ່ຮ້ານອິນເຕີເນັດຄາເຟ່

ໂດຍອີງໃສ່ການແຈ້ງຂໍ້ມູນຈາກພົນລະເມືອງດີ ໃນເວລາ 15:00ໂມງ ຂອງວັນທີ 25 ກຸມພາ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານ ຢ ປກສ ເມືອງສີສັດຕະນາກ ສົມທົບກັບ ປກສ ກຸ່ມຈອມແຈ້ງ ພ້ອມດ້ວຍອຳນາດການປົກຄອງບ້ານຈອມເພັດໃຕ້ ໄດ້ເຂົ້າກວດ ກາຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບໍລິເວນວົງວຽນຈີ່ນາຍໂມ້.

ຜ່ານການກວດກາພົບເຫັນກຸ່ມໄວຫຼຸ້ນ 15 ຄົນ, ຍິງ 2 ຄົນ, ພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອ້ 3 ຖົງນ້ອຍ ຈຶ່ງໄດ້ກັກຕົວ ແລະ ຍຶດຂອງກາງມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

May be an image of 1 person, sitting and indoor

ການຊື້-ຂາຍ ແລະ ມົ້ວສຸມ ຢ ເປັນການທຳລາຍໄວໜຸ່ມທີ່ເປັນໜໍ່ແໜງຂອງປະເທດຊາດ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດປະກົດການຫຍໍ້ທໍ້ປຸ້ນຈີ້, ຊີງຊັບ, ລັກຊັບ, ອາລະວາດຕີກັນ, ຄອບຄົວບໍ່ສະຫງົບ ແລະອື່ນໆ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຕ່ງຕັ້ງ ດ໋ອກເຕີ້ ລັດຕາ ວັນນະຈິດ ຜູ້ອຳນວຍການໂຮງຫມໍແຂວງອຸດົມໄຊ
Next Post: ກັກໂຕພໍ່ຫວຍສໍ້ໂກງຊັບພົນລະເມືອງ ສຸດທ້າຍຖືກ ຈັ ບ ດຳເນີນຄະດີ

Related Posts

ກໍາລັງຈະຂົນສົ່ງຢາເສບຕິດ ດ້ວຍລົດຕູ້ ເຊື່ອງຢາບ້າ 18.000 ເມັດ! ສຸດທ້າຍໄປບໍ່ລອດ ຂ່າວສານບ້ານເມືອງ
ໄຊຍະບູລີ ແຈ້ງການ ສືບຕໍ່ປະຕິບັດມາດຕະການ ປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວ ເຮົາກວດພົບຜູ້ຕິດເຊື້ອໂຄວິດເພີ່ມ +55 ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ນໍ້າມັນຂາຍຍ່ອຍປັບຂຶ້ນ ເລີ່ມ 28 ພຶດສະພາ 2020 ຂ່າວສານບ້ານເມືອງ
ແຈ້ງການ! ປັບຂຶ້ນລາຄານໍ້າມັນ ເລີ່ມປະຕິບັດ ວັນທີ 24 ກໍລະກົດ 2021 ເວລາ 06:00 ໂມງ ຂ່າວສານບ້ານເມືອງ
ປີ 2022 ເສດຖະກິດ ນະຄອນຫຼວງວຽງຈັນ ຂະຫຍາຍຕົວ 4,83% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme