Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປັບປຸງເສັ້ນທາງແຕ່ໄຟອຳນາດດົງນາໂຊກຫາດົງປ່າສັກ ເປັນທາງເບຕົງ

Posted on 26/02/202126/02/2021 By News No Comments on ປັບປຸງເສັ້ນທາງແຕ່ໄຟອຳນາດດົງນາໂຊກຫາດົງປ່າສັກ ເປັນທາງເບຕົງ

ເລີ່ມລົງມືປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາໄຟອຳນາດສີ່ແຍກດົງປ່າສັກ  ນະຄອນຫຼວງວຽງຈັນ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ 3 ແມັດ ລວມເປັນ 9 ແມັດ ໂດຍຈະໃຫ້ສຳເລັດພາຍໃນເດືອນທ້າຍເດືອນມີນາ.

.

ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ)ໃຫ້ສຳພາດວັນທີ 25 ກຸມພາ 2021 ວ່າ: ເພື່ອສ້າງຄວາມສະດວກໃຫ້ແກ່ການສັນຈອນໄປ-ມາຕາມທ້ອງຖະໜົນ ພະແນກ ຍທຂນວ ໃນນາມເຈົ້າຂອງໂຄງການ ຈຶ່ງໄດ້ຈັດປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາໄຟອຳນາດສີ່ແຍກດົງປ່າສັກ ເຊິ່ງມີຄວາມຍາວທັງໝົດ 460 ແມັດ ຈາກທາງປູຢາງສອງຊັ້ນ ກວ້າງ 6 ແມັດ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ 3 ແມັດ ລວມເປັນ 9 ແມັດ.

.

ພ້ອມທັງປັບປຸງລະບົບລະບາຍນໍ້າໂຕເກົ່າໃຫ້ດີຂຶ້ນ ເພື່ອບໍ່ໃຫ້ນໍ້າອັ່ງຂັງຄືຜ່ານມາ ໂຄງການນີ້ ແມ່ນບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະໃຊ້ເວລາກໍ່ສ້າງ 45 ວັນ ຄາດວ່າຮອດທ້າຍເດືອນມີນາ 2021 ຈະສຳເລັດ ຖ້າດິນຟ້າອາກາດອຳນວຍໃຫ້ ໂຄງການນີ້ໃຊ້ງົບປະມານ 2,45 ຕື້ກີບ.

ໂດຍໃຊ້ງົບແຜນບ້ວງທຶນສົບທົບ 5% ຂອງເງິນກູ້ຢືມທີ່ ນວ ມອບໃຫ້ພະແນກ ຍຂທນວ ນຳໃຊ້ເຂົ້າໃນການປັບປຸງຍົກລະດັບເສັ້ນທາງຢູ່ ນວ ໃນຈຳນວນ 32 ໂຄງການ ແຕ່ໂຄງການອື່ນສຳເລັດແລ້ວ ຍັງເຫຼືອແຕ່ໂຄງການນີ້ ແຕ່ອີງໃສ່ເງິນເຫຼືອນັ້ນບໍ່ພຽງພໍ ແຕ່ການນຳພະແນກ ຍທຂນວ ໄດ້ແບ່ງປັນງົບປະມານຂອງ ນວ ແບ່ງໃຫ້ປີ 2021 ເພື່ອເພີ່ມເຂົ້າຕື່ມ.

.

ໃນໄລຍະກໍ່ສ້າງ ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງຫຼີກລ່ຽງໄປນຳໃຊ້ເສັ້ນທາງອື່ນແທນ ລໍຖ້າເທເບຕົງເບື້ອງໜຶ່ງສຳເລັດກ່ອນ ຈຶ່ງຈະເປີດໃຫ້ໃຊ້ແກ້ໄຂ ສ່ວນຜູ້ປະກອບການ ແລະ ຜູ້ອາໄສຢູ່ເຂດນີ້ ທາງໂຄງການໄດ້ມີຜູ້ອັດທາງຢູ່ສອງສົ້ນ ຈົ່ງແຈ້ງເຂົາໃຫ້ປ່ອຍເຂົ້າໄປໄດ້ເປັນແຕ່ລະໄລຍະ ແລະ ຂໍໂທດມາຍັງຜູ້ໃຊ້ເສັ້ນທາງເສັ້ນນີ້ ທີ່ສ້າງຄວາມບໍ່ສະດວກ ຕ້ອງໄປເວັ້ນເສັ້ນທາງອື່ນທີ່ໄກ.

ທີ່ມາ: ໜັງສືພິມວຽງຈັນໃໝ່

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ
Next Post: ແຕ່ງຕັ້ງ ດ໋ອກເຕີ້ ລັດຕາ ວັນນະຈິດ ຜູ້ອຳນວຍການໂຮງຫມໍແຂວງອຸດົມໄຊ

Related Posts

ປະກາດຊອກຫາແມ່ ນາງພູວຽງ ແກ້ວບຸດສະດີ ໄປໄທແຕ່ປີ 2002 ແລ້ວຂາດການຕິດຕໍ່ ຂ່າວສານບ້ານເມືອງ
ພະຍາກອນອາກາດມື້ນີ້ອາກາດໜາວຍັງປົກຫຸ້ມຢູ່ທົ່ວໄປ ຂ່າວສານບ້ານເມືອງ
ພາຍຸໂນອຶນ ມາຮອດເມືອງຕະໂອ້ຍ ແຂວງສາລະວັນເວລາ09:00 ເຮັດໃຫ້ມີນໍ້າຖ້ວມ ຂ່າວສານບ້ານເມືອງ
ລົດຂົນສົ່ງປະທະລົດຈັກ ເສຍຊີວິດ 1 ເຈັບໜັກ 1 ຂ່າວສານບ້ານເມືອງ
ຂ່າວດ່ວນ! ເມືອງຊຽງຮ່ອນ ການປະກາດເຂດໂລກລະບາດພະຍາດອະຫິວາໝູອາຟຣິກາໃນຂອບເຂດທົ່ວເມືອງ ຂ່າວສານບ້ານເມືອງ
ພໍ່ແມ່ປະຊາຊົນ 80 ກວ່າຄົນ ໜ່ວຍບ່ອນບັດເລືອກຕັ້ງ ທີ 7 ບ້ານຫ້ວຍພະລາມ ໄດ້ອອກແຮງງານລວມ ຕອນຮັບການເລືອກຕັ້ງ 21 ກຸມພານີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme