Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

Posted on 26/02/202126/02/2021 By News No Comments on ໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ວັນທີ 24 ກຸມພາ 2021ນີ້້ ສູນເລືອດອົງການກາແດງແຂວງອັດຕະປື,​ໄດ້ເຄື່ອນໄຫວກິດຈະກຳບໍລິຈາກເລືອດຢູ່ໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື. ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ຄໍາປະສົງ ລຽງພະຈັນ ອຳນວຍການໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື,​ ມີທ່ານ ວຽງໄຊ ໄຊສົມບັດ ຫົວໜ້າຫ້ອງການກາແດງແຂວງອັດຕະປື,​ມີບັນດາອ້າຍນ້ອງທະຫານໂຮງຮຽນທ້ອງຖີ່ນ,ພະນັກງານ-ວິຊາການກາແດງ,ແພດໜໍ ເຂົ້້້້້ຮ່ວມ.

May be an image of 2 people and people standing

ທ່ານ ວຽງໄຊ ໄຊສົມບັດ ແລະ​ ທ່ານ ພັນໂທ ຄໍາປະສົງ ລຽງພະຈັນ ໄດ້ຜັດປ່ຽນກັນຂື້ນອະທິບາຍຄວາມໜາຍ ຄວາມສໍາຄັນ ແລະຄວາມຈໍາເປັນຂອງການບໍລິຈາກເລືອດ,​ເຊິ່ງມີຄວາມສໍາຄັນທີ່ສຸດຕໍ່່ມະນຸດ, ປັດຈຸບັນຍັງມີຫຼາຍຊີວິດໃນໂລກ ເວົ້າສະເພາະແມ່ນຢູ່ແຂວງອັດຕະປື​ ກໍ່ຄື ສປປ ລາວ ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຈໍາເປັນຕ້ອງອາໄສເລືອດເພື່ອຄວາມຢູ່ລອດຂອງຊີວິດ, ການປຸກລະດົມບໍລິຈາກເລືອດທີ່ເຕັມໄປດ້ວຍຄວາມເອື້ອອາທອນ ແລະ ເປັນບຸນກຸສົນອັນຍິ່ງໃຫຍ່ຂອງອ້າຍນ້ອງທະຫານ ທີ່ມີບົດບາດ ແລະ ຄວາມສໍາຄັນຕໍ່ສັງຄົມ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ,ການບໍລິຈາກເລືອດໄດ້ຊ່ວຍຟື້ນຟູສຸກຂະພາບ, ຊ່ວຍຊີວິດຄົນຈາກໂລກໄພໄຂ້ເຈັບພະຍາດຮ້າຍແຮງຕ່າງໆ ເປັນຕົ້ນ: ແມ່ນອຸບັດຕິເຫດ, ການຟອກໄຂ່ຫຼັງ, ພະຍາດເລືອດຈາງ ແລະ ການຜ່າຕັດຕ່າງໆ, ການບໍລິຈາກເລືອດເປັນວິທີທີ່ສາມາດຊ່ວຍຊິວິດຂອງຄົນໄດ້ດີທີ່ສຸດ ເພາະເລືອດມີຄຸນຄ່າ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຮ່າງກາຍ ແຕ່ເລືອດບໍ່ສາມາດຜະລິດຂຶ້ນໄດ້ ມີແຕ່ຮ່າງກາຍຂອງຄົນເທົ່ານັ້ນທີ່ສ້າງເລືອດທີ່ປອດໄພຂຶ້ນມາໄດ້.

May be an image of 1 person, standing and sitting

ໃນໂອກາດດຽວກັນນີ້ອ້າຍນ້ອງທະຫານທ້ອງຖີ່ນແຂວງອັດຕະປື ຈຳນວນ 9 ສະຫາຍໄດ້ສະໜັກໃຈບໍລິຈາກເລືອດແບບບໍ່ຫັວງສີ່ງຕອບແທນ ແລະ ໄດ້ເລືອດ 8 ຖົງເທົ່າກັບ 2.800 ເຊເຊ.

May be an image of child, sitting and indoor

.

May be an image of 8 people, people sitting and people standing

ຂ່າວ ຈາກ ຫ້ອງການກາແດງແຂວງອັດຕະປື

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ!​ ອ້າຍນ້ອງທະຫານໂຮງຮຽນວຽງໄຊ ມອດໄຟໄ ໝ້ ປ່າ ທີ່ພູບາຈຽງ ແລະ​ ພູມະໂລງ
Next Post: ປັບປຸງເສັ້ນທາງແຕ່ໄຟອຳນາດດົງນາໂຊກຫາດົງປ່າສັກ ເປັນທາງເບຕົງ

Related Posts

ໄປບໍ່ຫຼອດ! ຕໍາ ແລ້ ວ ໜີ ຄູ່ກຳລະນີ ເ ສ ຍ ຊ ີ ວິ ດ ຂ່າວສານບ້ານເມືອງ
ຂ່າວດ່ວນ! ນັກຮຽນເຈັບທ້ອງ ແລະ ອາການຜິດປົກກະຕິ ກະທັນຫັນ 20 ກວ່າຄົນ ຫຼັງກິນຢາຂ້າແມ່ທ້ອງ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 2272ຄົນ ຂ່າວສານບ້ານເມືອງ
ຄລິບປະກົດການ ກົບກິນຕາເວັນ (ສຸລິຍະຄາດ ຫຼື ສຸລິຍະປະລາຄາ) 21 ມິຖຸນາ 2020 ຂ່າວສານບ້ານເມືອງ
ມາເພີ່ມອີກແລ້ວວັກຊີນຊ່ວຍເຫຼືອຮອບໃໜ່ຈາກ ສປ ຈີນ ຈຳນວນ 1.900.000 ໂດສ ຂ່າວສານບ້ານເມືອງ
ຂ່າວດ່ວນ! ກະບະຂົນສົ່ງ 6 ລໍ້ນ້ອຍ ປະທະກັນ ສາຫັດ ທາງ 13 ໃຕ້ ເມືອງທ່າພະບາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme