Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຫວັດຄວາມເປັນມາຂອງຕະຫຼາດເຊົ້າ ນັບຕັ້ງແຕ່ເລີ່ມກໍ່ຕັ້ງ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ (ຄສ. 1940 – 2021)

Posted on 25/02/202125/02/2021 By News No Comments on ປະຫວັດຄວາມເປັນມາຂອງຕະຫຼາດເຊົ້າ ນັບຕັ້ງແຕ່ເລີ່ມກໍ່ຕັ້ງ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ (ຄສ. 1940 – 2021)

ຕະຫຼາດເຊົ້າ (Talat Sao) ເປັນຕະຫຼາດທີ່ໃຫຍ່ທີ່ສຸດຕັ້ງຢູ່ໃຈກາງເມືອງ ນະຄອນຫຼວງວຽງຈັນ ເຊິ່ງຕັ້ງຢູ່ຫົວມູມຫົນທາງດ້ານຕາເວັນອອກຂອງຖະນົນລ້ານຊ້າງ ແລະ ຖະໜົນຄູວຽງ ຕະຫຼາດເຊົ້າເປີດທຸກມື້ຕັ້ງແຕ່ 7:00 ເຊົ້າ – 16:00 ແລງ.

May be an image of 2 people and outdoors

ເຊີ່ງຄວາມເປັນມາຂອງຕະຫລາດເຊົ້ານີ້ແມ່ນເລີ່ມສ້າງໃນຊ່ວງຊຸມປີ 1940 ທີ່ຍ້າຍມາຈາກເຂດນໍ້າພຸ ໂດຍອາຄານຫລັງທຳອິດທີ່ສ້າງນັ້ນຜູ້ຄົນສ່ວນຫລາຍເອີ້ນວ່າຕຶກໂຕ I

May be an image of text

ຕະຫຼາດເຊົ້າ (ຕຶກເກົ່າ) ຕຶກຮູບໂຕ I ໄດ້ຮັບການອອກແບບໂດຍ ສະເດັດເຈົ້າ ສຸວັນນະພູມາ ອາຄານປະກອບມີ 1 ຊັ້ນ ເຊິ່ງໄດ້ມີພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 10 ພຶດສະພາ ປີ 1963 ໂດຍມີທ່ານ ໂງ່ນ ຊະນະນິກອນ ແລະ ທ່ານ ລີໂອນາດ ແອສ. ອັງເກີຣ (Leonard S. Unger) ເອກອັກຄະຣາຊະທູດ ອາເມລິກາ ປະຈຳລາວ ໃນສະໄໝນັ້ນ ຂຶ້ນກ່າວໃນພິທີ.

May be an image of text

ແລະ ມາຮອດຕົ້ນຊຸມປີ 1990 ກໍ່ໄດ້ສ້າງອາຄານຮູບໂຕ U ເພີ່ມໃສ່ທັງສາມດ້ານ ເຊິ່ງປະກອບດ້ວຍສອງຊັ້ນ, ຕຶກທັງສອງ (ຕຶກໂຕ U ແລະ ໂຕ I) ມີຫຼັງຄາທີ່ລາດອຽງຫຼາຍຊັ້ນ.

May be an image of one or more people, people standing and text

ຕະຫຼາດເຊົ້າ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນສະໄໝກ່ອນ ເຊິ່ງປະກອບໄປດ້ວຍຮ້ານຄ້ານ້ອຍໆທີ່ຫຼາກຫຼາຍ ເຊັ່ນ: ຮ້ານຂາຍອາຫານ, ຂາຍຜັກ, ໝາກໄມ້, ອັນຍະມະນີ, ຜ້າໄໝ, ວຽກຝີມືໄມ້, ເຄື່ອງດົນຕີ, ເຄື່ອງເອເລັກໂຕຣນິກ, ເຄື່ອງໃຊ້ພາຍໃນຄົວເຮືອນ ເຊັ່ນ: CD, DVD ແລະ ສິນຄ້າອຸປະໂພກ-ບໍລິໂພກຕ່າງໆ.

May be an image of text

ໃນປີ 2009 ໄດ້ມີການສ້າງອາຄານ ເຊິ່ງເປັນຕະຫຼາດໃນຮົ່ມຫຼັງໃໝ່ຂຶ້ນມາ ມີຄວາມສູງທັງໝົດ 4 ຊັ້ນ ເຊິ່ງມີສິ່ງອຳນວຍຄວາມສະດວກໃໝ່ໄດ້ແກ່ ສູນການຄ້າສີ່ຊັ້ນ ແລະ ມີບອ່ນຈອດລົດຊັ້ນລອຍ ເຊິ່ງຜູ້ຮັບເໝົາແມ່ນ ບໍລິສັດ Singapore Excalibur Group Pte Ltd ເຊິ່ງເປັນບໍລິສັດສັນຊາດ ສິງກະໂປ ລວມມູນຄ່າການກໍ່ສ້າງທັງໝົດ 27 ລ້ານ USD (ປັດຈຸບັນຍັງບໍ່ສຳເລັດ) ເຊິ່ງເປິດນຳໃຊ້ໄດ້ພຽງແຕ່ບາງຊັ້ນເທົ່ານັ້ນ.

May be an image of 3 people, people standing and text

ຫຼ້າສຸດ ເມື່ອວັນທີ 27 ພຶດສະພາ 2020 ທີ່ຜ່ານມາ ບໍລິສັດ ຫົວເຊິນ ພັດທະນາ ຈຳກັດ ໄດ້ເຊັນສັນຍາສຳປະທານພັດທະນາຕະຫຼາດເຊົ້າຕຶກໂຕ U (ຕຶກເກົ່າ), ຕຶກມໍ 1, ມໍ 2 ໂດຍມີອາຍຸສຳປະທານ 40 ປີ ຕຶກໂຕ U ເກົ່າທີ່ເຫຼືອຢູ່ຈະຕ້ອງຖືກທຸບຖິ້ມທັງໝົດ

May be an image of 1 person, standing and text

ນັບຈາກນີ້ເປັນຕົ້ນໄປ ຕຶກເກົ່າຕະຫຼາດເຊົ້າ ເຊິ່ງມີອາຍຸ ຫຼາຍກວ່າ 60 ປີ ຄົງເຫຼືອໄວ້ແຕ່ຕຳນານເລົ່າຂານໃຫ້ລູກຫຼານໄດ້ຟັງແຕ່ຊື່.

May be an image of 3 people and text

ແຕ່ເຖິງຢ່າງໃດກໍ່ຕາມ ຕະຫລາດເຊົ້າບໍ່ແມ່ນອາຄານ ແຕ່ເປັນສາຖານທີ່ ເຖີງຈະມີການປ່ຽນແປງໄປຫລາຍພຽງໃດ ໃນພື້ນທີ່ເຂດນີ້ກໍ່ຍັງຄົງເປັນຕະຫລາດເຊົ້າ ຢູ່ໃນຄວາມຊົງຈຳຂອງຊາວລາວໃນຕໍ່ໄປ.

May be an image of 2 people, outdoors and text

ຖ້າມີຂໍ້ມູນໃດທີ່ຜິດພາດຕົກຫຼົ່ນທີ່ຈຸດໃດ ແອັດມິນຕ້ອງຂໍໂທດຂໍອະໄພກັນລວ່ງໜ້າຍ້ອນຂໍ້ມູນ ແລະ ຮູບພາບຕ່າງໆທີ່ກຽ່ວຂ້ອງແມ່ນຫາຍາກຫຼາຍ ໂດຍສະເພາະ ການລະບຸປີຂອງຮູບ ແຕ່ກໍ່ໄດ້ພະຍາຍາມຫາມາໄດ້ເທົ່າທີ່ເຫັນ ຫວັງວ່າຄົງຈະເປັນປະໂຫຍດກັບທຸກໆທ່ານ

May be an image of 3 people and text

ຖ້າມີຂໍ້ມູນໃດທີ່ຜິດພາດຕົກຫຼົ່ນທີ່ຈຸດໃດ ແອັດມິນຕ້ອງຂໍໂທດຂໍອະໄພກັນລວ່ງໜ້າຍ້ອນຂໍ້ມູນ ແລະ ຮູບພາບຕ່າງໆທີ່ກຽ່ວຂ້ອງແມ່ນຫາຍາກຫຼາຍ ໂດຍສະເພາະ ການລະບຸປີຂອງຮູບ ແຕ່ກໍ່ໄດ້ພະຍາຍາມຫາມາໄດ້ເທົ່າທີ່ເຫັນ ຫວັງວ່າຄົງຈະເປັນປະໂຫຍດກັບທຸກໆທ່ານ

May be an image of outdoors and text

.

May be an image of temple and text

.

May be an image of outdoors and text

.

May be an image of outdoors and text

.

May be an image of text

.

May be an image of monument, outdoors and text

.

May be an image of outdoors

.

May be an image of text

.

May be an image of outdoors and text

.

May be an image of outdoors and text

.

May be an image of outdoors and text

.

May be an image of 1 person, outdoors and text

(ວິດີໂອບັນຍາກາດ ພິທີເປີດນຳໃຊ້ອາຄານຕະຫຼາດເຊົ້າຫຼັງທຳອິດ ຕຶກໂຕ I ) ໃນປີ ຄສ. 1963 ທ່ານສາມາດເຂົ້າໄປເບິ່ງໄດ້ທີ່:

ຂໍ້ມູນຮູບພາບຈາກ: HUB Design

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່
Next Post: ເສັ້ນທາງພູເກົ້າຫຼັກບາງບໍລິສັດປະກັນໄພບໍ່ຈ່າຍຄ່າຄຸ້ມຄອງຕໍ່ການເກີດອຸປະຕິເຫດ

Related Posts

ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ ຂ່າວສານບ້ານເມືອງ
ເມືອງພີນ ສຳເລັດການສ້າງຂົວເບຕົງປະສົມໄມ້ ບ້ານກະປັງ ແລະບ້ານໃຜ່ ມູນຄ່າ 247 ລ້ານກວ່າກີບ ຂ່າວສານບ້ານເມືອງ
ສານປະຊາຊົນແຂວງວຽງຈັນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຈ ໍາ ເ ລີ ຍ 4 ຄົນ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ ຮອງເຈົ້າແຂວງ, ຫົວໜ້າຄະນະຈັດຕັ້ງ, ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຂ່າວສານບ້ານເມືອງ
ຊົມເຊີຍ! ກອງທຶນ 1 ດວງໃຈ ຊຸກຍູ້ 642 ລ້ານກ່ວາກີບ ຊ່ວຍເຫລືອສັງຄົມ ໃນໄລຍະ 3 ເດືອນຜ່ານມາ ຂ່າວສານບ້ານເມືອງ
ທໍາລາຍສິນຄ້າປອມແປງ ມູນຄ່າ 200 ລ້ານກວ່າກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme