ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ພາສີ ສະບັບປັບປຸງ ເລກທີ 81/ສພຊ, ວັນທີ 29 ມິຖຸນາ 2021 ໃຫ້ແກ່ພະນັກງານ ທີ່ເຮັດວຽກງານພາສີ ໃນວັນທີ 23 ກຸມພາ 2021 ທີ່ ດ່ານສາກົນຂົວມິດຕະພາບ 4 ແຂວງບໍ່ແກ້ວ, ມີບັນດາຫົວໜ້າ, ຮອງຫົວໜ້າກອງກວດກາພາສີປະຈຳແຂວງ, ດ່ານພາສີສາກົນຂົວມິດຕະພາບ 4 ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າກອງຄຸ້ມຄອງ ພາສີເຂດ1 ກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ ແມ່ນກົດໝາຍວ່າດ້ວຍພາ ສີສະບັບປັບປຸງ ທີ່ຖືກລຽບລຽງ,ປັບປຸງ, ເພີ້ນເຕີມຈາກກົດໝາຍສະບັບເລກທີ 04/ສພຊ ເພື່ອຮັບປະກັນເຮັດໃຫ້ມີເນື້້ອໃນຄົບຖ້ວນແທດເໜາະກັບສະພາບຕົວຈິງຂອງທ້ອງຖິ່ນ,ພາກພື້ນ ແລະ ສາກົນ ໃນການກໍຳນົດຫຼັກການ, ລະບຽບການ ແລະ ມາດຕະການ ຈັດຕັ້ງປະຕິບັດກ່ຽວກັບການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ, ຍານພາຫະນະ ແລະ ອື່ນໆ. ກົດໝາຍວ່າດ້ວຍພາສີສະບັບປັບປຸງ ເພື່ອອໍານວຍຄວາມສະດວກທາງດ້ານພາສີ-ການຄ້າ, ການສົ່ງເສີມການລົງທຶນ, ການເຊື່ອມຈອດກັບສາກົນ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານພາສີ, ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ. ກົດໝາຍວ່າດ້ວຍ ພາສີ ສະບັບປັບປຸງ ປະກອບມີ 17 ພາກ, 180 ມາດຕາ ໃນນີ້ ມີມາດຕາທີ່ໄດ້ປັບປຸງ 90 ກວ່າ ມາດຕາ ແລະ ມາດຕາທີ່ສ້າງຂຶ້ນໃໝ່ມີ 60 ກວ່າມາດຕາ.

ການເຜີຍແຜ່ກົດໝາຍຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ພະນັກງານທີ່ເຮັດວຽກງານພາສີ ພາຍໃນດ່ານສາກົນຂົວມິດຕະພາບ 4 ແຂວງບໍ່ແກ້ວ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນບ່ອນອີງການຈັດຕັ້ງປະຕິບັດເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ສິດທິດຜົນສູງຂຶ້ນ, ຖືກຕ້ອງຕາມລະບຽບກົດໝາຍວ່າດ້ວຍ ພາສີ ຢ່າງແທ້ຈິງ.

ຂ່າວ: ສາຍສະໝອນ ແກ້ວວິິສິດ