Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບເອກອັກຄະຣາຊະທູດໄທ ຄົນໃໝ່

Posted on 25/02/202125/02/2021 By News No Comments on ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບເອກອັກຄະຣາຊະທູດໄທ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈດສະດາ ກະຕະເວທິນ ແລະ ໄດ້ສະແດງຄວາມຊົມເຊີຍ ທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.

ໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະ ຫລອດໄລຍະ 70 ຜ່ານມາ. ການພົວພັນ ແລະ ຮ່ວມມື ລາວ-ໄທ ແມ່ນມີຄວາມໃກ້ຊິດ ສະໜິດສະໜົມ ແລະ ມີຫລາຍກົນໄກການຮ່ວມມືລະຫວ່າງກັນ ເພື່ອຂັບເຄື່ອນບັນດາແຜນງານການຮ່ວມມືສອງຝ່າຍຢ່າງເປັນປົກກະຕິ, ປະຊາຊົນສອງປະເທດມີຄວາມຜູກພັນເຊິ່ງກັນ ແລະ ກັນ ໂດຍມີການໄປມາຫາສູ່ຄ້າຂາຍ ແລະ ເຮັດບຸນສິນກິນທານຮ່ວມກັນຢ່າງເປັນປະຈຳ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະ ຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານເອກອັກຄະລາຊະທູດໄທ ໄດ້ໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ອອກແຮງນຊຸກຍູ້ໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ມິດຕະພາບອັນໃກ້ຊິດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ໄທ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີຢ່າງຈິງໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນກຳມະການກົມການເມືອງສູງກາງພັກ ໃນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນເດືອນມັງກອນ 2021 ຜ່ານມາ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕໍ່ເຫດການໄພພິບັດທາງທຳມະຊາດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ ອີກດ້ວຍ. ພ້ອມນັ້ນ, ກໍໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວ ວຽກງານທູດທີ່ມີກຽດສູງສົ່ງຂອງທ່ານທູດ ຢູ່ ສປປ ລາວ.

ຂ່າວ: ສິງຄຳ, ພາບ: ກົມຂ່າວ

ຂ່າວສານບ້ານເມືອງ

Post navigation

Previous Post: ກຽມສ້າງຕັ້ງສູນກູ້ໄພສຸກເສີນຢູ່ເຂດຕີນພູເກົ້າຫລັກ ເມືອງກາສີ
Next Post: ຮອງກວດກາພາສີຂົວມິດຕະພາບ 4 ເຜີຍແຜ່ກົດໝາຍ ວ່າດ້ວຍພາສີ ສະບັບປັບປຸງໃໝ່

Related Posts

ພຣະສົງຮຽນຮູ້ການຕ້ານພະຍາດໂຄວິດ-19 ຂ່າວສານບ້ານເມືອງ
7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ ຂ່າວສານບ້ານເມືອງ
ຖໍ້າກອງລໍກັບສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ ຂ່າວສານບ້ານເມືອງ
ອຸປະຕິເຫດ! ລົດໃຫຍ່ປະທະລົດຈັກ ຂ່າວສານບ້ານເມືອງ
ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ ຂ່າວສານບ້ານເມືອງ
ທີມແພດເມືອງນ້ຳບາກແຂວງຫລວງພະບາງປິ່ນປົວຜູ້ຕິດເຊື້ອໂຄວິດຫາຍດີເພີ່ມໃໝ່ 192ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme