ປັດຈຸບັນ ແຂວງຫລວງພະບາງ ໄດ້ຈັດຕັ້ງຜັນຂະຫຍາຍເອົາບາດກ້າວເບື້ອງຕົ້ນ ເພື່ອພັດທະນາຕົວເມືອງທີ່ທັນສະໄໝ ໄລຍະປີ 2021-2025 ແນໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ການເຄື່ອນໄຫວ ຂອງຫົວໜ່ວຍທຸລະກິດໂດຍຜ່ານການນຳໃຊ້ລະບົບໄອທີ ແລະ ການສື່ສານ ເພື່ອສະໜັບສະໜູນການແກ້ໄຂບັນຫາໃຫ້ທັນເວລາ, ມີປະສິດທິຜົນສູງສຸດ ກັບບັນຫາທີ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດສົນໃຈ.

ໃນເບື້ອງຕົ້ນ ການນຳແຂວງຫລວງພະບາງ ໄດ້ນຳໃຊ້ບໍລິການ ຢູມັນນີ (u-money) ເພື່ອຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນ ຢູ່ 3 ເມືອງ ຄື: ເມືອງໂພນທອງ, ພູຄູນ ແລະ ເມືອງວຽງຄຳ ລວມມີພະນັກງານທັງໝົດ 1.565 ຄົນ, ລວມເປັນເງິນ 3,2 ຕື້ກວ່າກີບ/ເດືອນ ແລະ ໄດ້ຈ່າຍເງິນອຸດໜູນໃຫ້ນາຍບ້ານຜ່ານລະບົບ ຢູມັນນີ ທັງໝົດ 12 ເມືອງ ໃນທົ່ວແຂວງ, ຈຳນວນ 279 ບ້ານ, ຈຳນວນພົນທັງໝົດ 1.337 ຄົນ, ລວມເປັນເງິນປະມານ 377 ລ້ານກວ່າກີບ/ເດືອນ; ສືບຕໍ່ເຊັນສັນຍາຈ່າຍເງິນນ້ຳມັນໃຫ້ພະນັກງານບໍລິຫານ ແລະ ພະນັກງານຄູ ຂົງເຂດສຶກສາຂັ້ນເມືອງ; ຈ່າຍເງິນເດືອນໃຫ້ສະມາຄົມນັກຮົບເກົ່າຢູ່ບັນດາເມືອງ ແລະ ປະຕິບັດການຈ່າຍຄ່າຮຽນ 673 ຄົນຜ່ານ ຢູມັນນີ. ນອກຈາກນັ້ນ, ຍັງສືບຕໍ່ສືບເຊັນສັນຍາຈ່າຍເງິນຍາມ ແລະ ເງິນອຸດໜູນ ສ່ວນບຸກຄົນໃຫ້ກັບຫ້ອງການສາທາລະນະສຸກທົ່ວເມືອງ.

ທ່ານ ພູມີ ອໍເພັດສານ ຫົວໜ້າພະແນກໄປສະນີ ໂທລຄົມມະນາຄົມ ແລະ ການສື່ສານ ໄດ້ມີຄຳເຫັນຕໍ່ກັບ ວຽກງານເຕັກໂນໂລຊີ ຂໍ້ມູຂ່າວສານ ແລະ ດີຈີຕອນ ວ່າ: ໃນຍຸກປັດຈຸບັນ ແມ່ນຍຸກ 4.0 ສະນັ້ນຜະລິດຕະພັນ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ ມີຄວາມສຳຄັນຕໍ່ການປະຕິບັດວຽກງານຫລາຍຂຶ້ນ. ດັ່ງນັ້ນ, ທຸກໆພະແນກການ, ຂະແໜງການ ທາງພັກລັດ ແລະ ເອກຊົນ ມີຄວາມຈຳເປັນຕ້ອງໄດ້ໝູນໃຊ້ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ ເຂົ້າມາຮັບໃຊ້ໃນວຽກງານບໍລິຫານ ອົງກອນຂອງຕົນ ເພື່ອປະຢັດເວລາ, ມີຖານຂໍ້ມູນຖືກຕ້ອງ, ວ່ອງໄວ ແລະ ທັນສະໄໝຂຶ້ນ ໂດຍສະເພາະ ນະຄອນຫລວງພະບາງ ແມ່ນຈຳເປັນຕ້ອງໄດ້ຫັນປ່ຽນເອົາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ ເຂົ້າມາບໍລິຫານລັດ ເພື່ອໃຫ້ເປັນ ຕົວເມືອງທີ່ທັນສະໄໝ (Smart City) ຕາມທິດທາງ ແລະ ແຜນພັດ ທະນາເສດຖະກິດ ຂອງພັກລັດ.

ໃນເດືອນທັນວາ ປີ 2020 ຜ່ານມາ, ຢູນີເທວ ໄດ້ລົງນາມຂໍ້ຕົກລົງການຮ່ວມມືກໍ່ສ້າງລັດຖະບານເອເລັກໂຕຣນິກ ແລະ ເມືອງທີ່ທັນສະໄໝ ໃຫ້ກັບແຂວງຫລວງພະບາງ ວ່າດ້ວຍການເຕົ້າໂຮມຄວາມເປັນເອກະພາບໃນການຮ່ວມມື ເພື່ອສ້າງລັດຖະບານເອເລັກໂຕຣນິກ, ໄປສູ່ລັດຖະບານດີຈີຕອນ, ເມືອງທີ່ທັນສະໄໝ ຂອງແຂວງຫລວງພະບາງ ໃນໄລຍະປີ 2021-2025 ໂດຍມີຈຸດປະສົງສະເພາະ ຄື: ຄົ້ນຄວ້າຈັດຕັ້ງປະຕິບັດທົດລອງລະບົບສູນປະຕິບັດການເມືອງທັນສະໄໝ ເປັນຕົ້ນ ກ້ອງຖ່າຍຮູບເຝົ້າລະວັງຕິດຕາມ, ລະບົບຕິດຕາມກວດກາ ແລະ ຄຸ້ມຄອງພາຫະນະ; ລະບົບການຄຸ້ມຄອງເອກະສານເອເລັກໂຕຣນິກ, ລະ ບົບການປະຊຸມທາງວິດີໂອ; ລະບົບການຄຸ້ມຄອງໂຮງໝໍ, ບັນທຶກການແພດເອເລັກໂທຣນິກ; ລະບົບຄຸ້ມຄອງໂຮງຮຽນທີ່ທັນສະໄໝ, ປື້ມຕິດຕໍ່ເອເລັກໂຕຣນິກ, ການຕິດຕາມນັກສຶກສາ ແລະ ອື່ນໆໃຫ້ແກ່ພະແນກ ແລະ ແຂວງ.
