Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບຸກບືນຫ້າວຫັນໃນການເຮັດວຽກວິຊາສະເພາະຂອງຕົນໃຫ້ສຳເລັດ ແລະ ຊອກຫາລາຍຮັບເຂົ້າສູ່ຕົນເອງ ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ

Posted on 24/02/202124/02/2021 By News No Comments on ບຸກບືນຫ້າວຫັນໃນການເຮັດວຽກວິຊາສະເພາະຂອງຕົນໃຫ້ສຳເລັດ ແລະ ຊອກຫາລາຍຮັບເຂົ້າສູ່ຕົນເອງ ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ

ເມື່ອເວົ້າເຖີງບຸກຄົນທີ່ຍາມໃດເວລາໃດກໍ່ນັບຖືການຈັດຕັ້ງເປັນຫຼັກ, ມີທັດສະນະໃນການອອກແຮງງານທີ່ດີຢູ່ຕະຫຼອດເວລາ, ມີຄວາມດຸໝັ່ນຂະຫຍັນພຽນ, ມີຄວາມສູ້ຊົນ, ມີຄວາມບຸກບືນຫ້າວຫັນໃນການເຮັດວຽກວິຊາສະເພາະຂອງຕົນໃຫ້ສຳເລັດ ແລະ ຊອກຫາລາຍຮັບເຂົ້າສູ່ຕົນເອງ ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ ໜ້າທີ່ຮັບຜິດຊອບຮອງໝວດ II ກອງຮ້ອຍທີ I ກອງພັນ 227 (ສື່ສານ) ທີ່ຂຶ້ນກັບກອງພົນທີ 4 ກໍ່ນັບໄດ້ວ່າເປັນບຸກຄົນໜຶ່ງທີ່ເປັນທີ່ຍອມຮັບຂອງໝູ່ເພື່ອນ, ການຈັດຕັ້ງວ່າເປັນບຸກຄົນທີ່ເດັ່ນກວ່າຄົນອື່ນມາຕະຫຼອດ.

May be an image of 1 person, standing and outdoors

ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ ອາຍຸ 32 ປີເປັນລູກຫຼານຊາວ ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ ພາຍຫຼັງທີ່ຈົບ ມໍ6 ໃນປີ 2006-2007 ຍ້ອນເຫັນໄດ້ເຖິງແນວທາງອັນສະຫຼາດສ່ອງໃສຂອງພັກ ຢາກປະກອບສ່ວນເຂົ້າຮັບໃຊ້ຊາດຮັບໃຊ້ກອງທັບ ສະຫາຍ ຈຶ່ງຕັດສິນໃຈສະໝັກເຂົ້າເປັນທະຫານອາຊີບໃນປີ 2008 ພາຍຫຼັງຈົບອົບຮົມໄລຍະສັ້ນ 3 ເດືອນ ໄດ້ຖືກສັບຊ້ອນມາຢູ່ກອງກອງພັນ 227 (ສື່ສານ) ສະຫາຍ ໄດ້ເອົາໃຈໃສຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄວາມດຸໝັ່ນວ່ອງໄວບໍ່ເລືອກວຽກ, ໜັກເອົາເບົາສູ້, ແລະ ເວລາໃດກໍ່ມີສະຕິກຽມພ້ອມສູ້ລົບຕະຫຼອດໃນການປະຕິບັນຄຳສັ່ງຂອງຜູ້ບັນຊາ, ປະຕິບັດລະບອບກຽມພ້ອມສູ້ຮົບຂອງກົມກອງໂດຍສະເພາະປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບວາງອອກຢ່າງເຂັ້ມງວດ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະພັກ-ຄະນະບັນຊາກົມກອງຈຶ່ງນຳສະເໜີເພື່ອຄົ້ນຄວ້ານຳສະເໜີສົ່ງສະຫາຍໄປຮຽນນາຍທະຫານໃນປີ 2011-2014 ຢູ່ທີ່ໂຮງຮຽນສື່ສານ 205 ນະຄອນຫຼວງ ພາຍຫຼັງຈົບຫຼັກສູດ 3 ປີ ສະຫາຍໄດ້ກັບຄືນມາເຮັດໜ້າທີ່ຢູ່ກົມກອງ. ຈາກຜົນງານອັນດີເດັ່ນຂອງສະຫາຍ ຄະນະພັກ-ຄະນະບັນຊາກອງພັນ 227 (ສື່ສານ) ຈຶ່ງໄດ້ມອບໝາຍໜ້າທີ່ໃຫ້ສະຫາຍຮັບຜິດຊອບ ຮອງໝວດ II ກອງຮ້ອຍທີ I ກອງພັນ 227 (ສື່ສານ) ທີ່ຂຶ້ນກັບກອງພົນທີ 4 ທີ່ເປັນໜ້າທີ່ໜຶ່ງທີ່ສະຫາຍມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ໄດ້ປະຕິບັດຕາມສິດໜ້າທີ່ຂອງຕົນຮັບຜິດຊອບທີ່ຄະນະພັກ-ຄະນະບັນຊາມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.

May be an image of standing and body of water

ນອກຈາກຈະເດັ່ນດ້ານໜ້າທີ່ຮັບຜິດຊອບ ແລະ ວິຊາສະເພາະຂອງຕົນແລ້ວ, ຍັງເປັນຜູ້ທີ່ຢືນຢູ່ແຖວໜ້າເປັນແບບຢ່າງໃຫ້ໃນການເພີ່ມພູນຜະລິດຜົນທາງດ້ານການປູກ-ການລ້ຽງ ທີ່ກົມໃຫຍ່ພາລາທິການວ່າງອອກ ດັ່ງຄຳຂວັນທີ່ວ່າ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊິ່ງສະແດງອອກໃນໄລຍະຜ່ານມາ ສະຫາຍໄດ້ປູກຜັກຊະນິດລົ້ມລຸກທົ່ວໄປໃນພື້ນທີ່ 15X5 ແມັດ ສາມາດສົ່ງຂາຍເຂົ້າເຮືອນຄົວລວມ ແລະ ຂາຍໃຫ້ແມ່ຄ້າ ສະເລ່ຍ 2.000.000 ກີບຕໍ່ປີ, ລ້ຽງເປັດ 40 ໂຕ ແລະ ໄກ່ 60 ໂຕ ຂາຍໄດ້ 4.100.000ກີບຕໍ່ປີ, ລ້ຽງປາດຸກພັນໃສ່ທໍ່ປູນຊີມິນ 2 ບໍ ຂະໜາດທໍ່ 200 ຊັງຕີແມັດ ແຕ່ລະທໍ່ໄດ້ປ່ອຍປາໃສ່ 100-200 ໂຕ ແລະ ອ່າງຊີມັງ ຂະໜາດ 5X5 ແມັດ ປ່ອຍປາໃສ່ 500-600 ໂຕ ສະເລ່ຍແລ້ວໃນປີໜຶ່ງເອົາປາຂຶ້ນຂາຍໄດ້ 3 ຊຸດ, ຊຸດໜຶ່ງບໍ່ຫຼຸດ100 ກິໂລ ລວມໃນໜຶ່ງປີສາມາດຂາຍປາດຸກທັງໝົດໄດ້ 300 ກິໂລ ຄິດເປັນເງິນ 7.500.000 ກີບ, ນອກຈາກນັ້ນ ສະຫາຍ ຍັງໄດ້ບິແບ່ງເວລາວ່າງ ຍັງໄດ້ຊອກແຫຼ່ງລາຍຮັບເພີ່ມອີກດ້ວຍການ ສານແຫຂາຍໃນໜຶ່ງປີສະເລ່ຍໄດ້ 6 ຜືນຕໍ່ປີ ຜືນໜຶ່ງຂາຍໃນລາຄາ 350.000 ພັນກີບຕໍ່ຜືນລວມມູນຄ່າທັັງໝົດເປັນເງິນ 2.100.000 ກີບຕໍ່ປີ ລວມມູນຄ່າຈາກການປູກ-ການລ້ຽງ ແລະ ຊອກຫາແຫຼ່ງລາຍຮັບຕ່າງໆ 15.750.000 ກີບຕໍ່ປີ, ເງິນຈຳນວນດັ່ງກ່າວ ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ ໄດ້ແບ່ງອອກເປັນ 3 ສ່ວນ ສ່ວນໜຶ່ງແມ່ນຝາກໃຫ້ພໍ່ແມ່ຢູ່ທາງບ້ານເພື່ອແບ່ງເບົາພາລະຄອບຄົວ, ສ່ວນໜຶ່ງໝູນໃຊ້ເປັນທຶນຮອນປະກອບສ່ວນເຂົ້າໃນການປູກ-ການລ້ຽງ ແລະ ອີກສ່ວນໜຶ່ງຝາກທະນາຄານ ນອກນັ້ນສະຫາຍຍັງໄດ້ຊື້ລົດຈັກໄດ້ 1 ຄັນ, ຊື້ນດິນໄດ້ 1 ຕອນ ເພື່ອເປັນບ່ອນປຸກສ້າງ ແລະ ປູກຝັກ-ລ້ຽງສັດໃນຕໍ່ໜ້າ.

May be an image of 1 person and outdoors

ສະຫາຍ ພັນຕີ ສີມອນ ວົງພະຈັນ ວົງະຈັນ ຄະນະພັກກອງພັນ ຮອງຫົວໜ້າການທະຫານກອງພັນ 227 (ສື່ສານ) ໃຫ້ຮູ້ວ່າ: ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ ໜ້າທີ່ຮັບຜິດຊອບຮອງໝວດ II ກອງຮ້ອຍທີ I ກອງພັນ 227 (ສື່ສານ) ແມ່ນອີກພະນັກງານຜູ້ໜຶ່ງຍາມໃດເວລາໃດກໍ່ມີສະຕິຕໍ່ການຈັດຕັ້ງ, ມີທັດສະນະໃນການອອກແຮງງານທີ່ດີຢູ່ຕະຫຼອດເວລາ ນອກຈາກເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນຮັບຜິດຊອບແລ້ວ ສະຫາຍ ຍັງໄດ້ບຸກບືນຫ້າວຫັນໃນການເຮັດວຽກວິຊາສະເພາະຂອງຕົນໃຫ້ສຳເລັດ ແລະ ຊອກຫາລາຍຮັບເຂົ້າສູ່ຕົນເອງ ໂດຍການໝູນໃຊ້ເວລາວ່າງໃຫ້ເກີດປະໂຫຍດສູງສຸດດ້ວຍການປູກ-ການລ້ຽງເປັນອາຊີບເສີມ ໂດຍບໍ່ເອື້ອອີງໃສ່ເເຕ່ເງິນເດືອນດ້ານດຽວ ສະນັ້ນ ຄະນະພັກ-ຄະນະບັນຊາກອງພັນ227 (ສື່ສານ) ກໍ່ຄືຄະນະກອງຮ້ອຍ ຈຶ່ງຍົກໃຫ້ເປັນອີກບຸກຄົນໜຶ່ງທີ່ເປັນເເບບຢ່າງນຳໜ້າ ແລະ ເປັນບຸກຄົນທີ່ເດັ່ນກວ່າຄົນອື່ນມາຕະຫຼອດ ແລະ ສ້າງເປັນພະນັກງານສືບທອດຂອງກົມກອງໃນສະເພາະໜ້າ.

May be an image of body of water

ຂຽນໂດຍ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທີ 4)

ຂ່າວສານບ້ານເມືອງ

Post navigation

Previous Post: ໂຄງການກໍ່ສ້າງທາງຮ່ອມເຂົ້າບ້ານບີໝີ ສຳເລັດ 90%
Next Post: ເລີ່ມແລ້ວງານເທດສະການອາຫານລາວປະຈໍາປີ 2021

Related Posts

ຊ້າງປ່າທຳລາຍເລົ້າເຂົ້າ ແລະ ເຄື່ອງປູກຂອງປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເພີ່ມທະວີກວດກາຄົນຕ່າງປະເທດ ໃຫ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ ຂ່າວສານບ້ານເມືອງ
ຈັບກຸ່ມແກ້ງໄວລຸ້ນຂີ່ລົດກວນເມືອງ 18 ຄົນ ຂ່າວສານບ້ານເມືອງ
ຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ມົນສະເໜ່ຄວາມສວຍງາມ ທີ່ທຳມະຊາດສ້າງຂຶ້ນ ຂ່າວສານບ້ານເມືອງ
ເຖິງນໍ້າຊິຖ້ວມຫ້ອງຮຽນນ້ອງໆກະຍັງມາຮຽນ ຂ່າວສານບ້ານເມືອງ
ເລີ່ມແລ້ວ! ຟາຍເຊີ ແລະ ໂມເດີນາ ປັບຂຶ້ນລາຄາວັກຊີນປ້ອງກັນໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme